Ad

Ad

9 November 2016

ລາວກວດກູ້ເນື້ອທີ່ມີລະເບີດບໍ່ທັນແຕກໄດ້ 88% ຂອງແຜນ


          ໃນປີ 2016 ນີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ສາມາດກວດກູ້ເນື້ອທີ່ໆມີລະເບີດບໍ່ທັນແຕກ (ລບຕ) ໄດ້ຈຳນວນ 3 ພັນກວ່າເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 88% ຂອງແຜນການວາງໄວ້. ໃນນີ້ດິນກະສິກຳມີຈຳນວນ 2.200 ກວ່າເຮັກຕາ, ດິນພັດທະນາ 1 ພັນກວ່າເຮັກຕາ ແລະ ສາມາດທຳລາຍລະເບີດບໍ່ທັນແຕກໄດ້ທັງໝົດ 86.400 ກວ່າໜ່ວຍ, ໃນນີ້ມີລະເບີດລູກຫວ່ານ 70.600 ກວ່າໜ່ວຍ, ບົມໃຫຍ່ 82 ໜ່ວຍ, ລະເບີດຝັງດິນ 48 ໜ່ວຍ ແລະ ລະເບີດຊະນິດອື່ນໆ 15.600 ກວ່າໜ່ວຍ.
          ທ່ານ ວິລະວົງ ສີສະຫວັດ ຫົວໜ້າພະແນກແຜນການ ແລະ ປະຊາສຳພັນຫ້ອງການ ຄຊກລ ໄດ້ກ່າວຕໍ່ກອງປະຊຸມວິຊາການສະຫລຸບການເຄື່ອນໄຫວວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທິດທາງແຜນການປີ 2017 ທີ່ໄດ້ຈັດຂຶ້ນໃນວັນທີ 8 ພະຈິກນີ້ຢູ່ນະຄອນ ຫລວງວຽງຈັນວ່າ: ໃນປີ 2017 ນີ້, ຈະສຳຫລວດບໍ່ແມ່ນວິຊາການໃຫ້ໄດ້ 950 ບ້ານ ເພື່ອຊອກຫາຈຸດຫລັກຖານ ແລະ ສຳຫລວດວິຊາການໃຫ້ໄດ້ 338 ບ້ານເພື່ອຊອກຫາພື້ນທີ່ ລບຕ, ດຳເນີນການກວດກູ້ພື້ນທີ່ໆຢືນຢັນວ່າມີ ລບຕ ໃຫ້ໄດ້ປະມານ 4.500 ເຮັກຕາ, ສືບຕໍ່ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກ ລບຕ ທາງດ້ານການກິ່ນປົວ ແລະ ຟື້ນຟູສຸຂະພາບຕົວຈິງ, ປະກອບອາຊີບໃຫ້ເຂົາເຈົ້າ ກໍຄືສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງ ລບຕ ແນ່ໃສ່ຫລຸດຈຳນວນຜູ້ຖືກບາດເຈັບ-ເສຍຊີວິດໃຫ້ຕ່ຳກວ່າ 40 ຄົນ.

          ຕາມຂໍ້ມູນທີ່ບັນທຶກໄວ້ໃນໄລຍະສົງຄາມຕ້ານຈັກກະພັດ, ລາວເຮົາໄດ້ຖືກ ລະເບີດຖີ້ມລົງໃສ່ປະມານ 3 ລ້ານໂຕນ, ໃນນີ້ມີລະເບີດລູກຫວ່ານ (ບົມບີ) ຫລາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າ ມີປະມານ 30% ຂອງລະເບີດດັ່ງກ່າວ ແມ່ນຍັງບໍ່ທັນແຕກ ເຊິ່ງຕົກຄ້າງຢູ່ 14 ແຂວງ, ໃນນີ້ ມີແຂວງອັດຕະປື, ຈຳປາສັກ, ຫົວພັນ, ຄຳມ່ວນ, ຫລວງພະບາງ, ສາລະວັນ, ສະຫວັນນະເຂດ, ເຊກອງ ແລະ ແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່.

No comments:

Post a Comment