Ad

Ad

9 November 2016

ໂຄງການປັບປຸງຖະໜົນເຈົ້າອານຸ ແລະ ຝຣັງຊົວງີນແມ່ນແນວໃດ ?

     ພາຍຫລັງໜັງສືພິມປະເທດລາວ ແລະ ໜັງສືພິມລາວພັດທະນາ ໄດ້ລົງຂ່າວນນຳສະເໜີຄວາມຄິດເຫັນຂອງປະຊາຊົນຜູ້ຢູ່ອາໄສຢູ່ໃນເຂດບ້ານວັດຈັນ ແລະ ມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຕໍ່ກັບໂຄງການປັບປຸງຖະໜົນເຈົ້າອານຸ ແລະ ຝຣັງຊົວງີນ ໃນເຂດບ້ານດັ່ງກ່າວວ່າ: ສົມຄວນບໍ່ທີ່ຈະຫັນເອົາຖະໜົນເຈົ້າອານຸ ແລະ ຝຣັງ ຊົວງີນເປັນບ່ອນຈອດລົດ ຢູ່ໃນຄໍລຳຊ່ວຍຄິດຂອງໜັງສືພິມປະເທດລາວ ແລະ ຄໍລຳແລກປ່ຽນຄຳເຫັນ
ຂອງໜັງສືພິມລາວພັດທະນາ ໃນມື້ວັນທີ 12 ຕຸລາ 2016 ແລະ ກໍໄດ້ຮັບຄຳສ່ອງແສງຂອງຜູ້ອ່ານໃນສ່ວນຫລາຍແມ່ນບໍ່ເຫັນພ້ອມ ເພາະວ່າຍິ່ງຈະສ້າງຄວາມແອອັດໃຫ້ແກ່ການສັນຈອນໄປມາໃນເຂດເສັ້ນທາງດັ່ງກ່າວຫລາຍຂຶ້ນ ແລະ ຕໍ່ບັນຫານີ້, ຝ່າຍຂະແໜງການກ່ຽວຂ້ອງ ເຊິ່ງ ຕາງໜ້າໂດຍສະຖາບັນໂຍທາ ແລະ ຂົນສົ່ງ ກໍໄດ້ຊີ້ແຈງຕື່ມເຖິງໂຄງການປັບປຸງ 2 ເສັ້ນທາງດັ່ງກ່າວມາກອງບັນນາທິການຂ່າວສານປະເທດລາວພວກເຮົາວ່າ: ໂຄງການນີ້ແມ່ນສືບເນື່ອງມາຈາກໂຄງການທົດລອງ ເພື່ອການສົ່ງເສີມ ແລະ ປັບປຸງທິວທັດຕົວເມືອງຢູ່ເຂດປົກປັກຮັກສາຕົວເມືອງເກົ່າຂອງນະຄອນຫລວງວຽງຈັນທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການໄຈກາ ແລະ ໄດ້ຈັດຕັ້ງປະຕິບັດຮ່ວມກັບໜ່ວຍງານຝ່າຍລາວ ມີພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ສະຖາບັນໂຍທາ ແລະ ຂົນສົ່ງ, ກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ໄດ້ທົດລອງເຮັດເປັນຖະໜົນຄົນຍ່າງ ແລະ ມີກິດຈະກຳຟ້ອນລຳຕ່າງໆເຖິງ 2 ຄັ້ງ ຄືຕົ້ນປີ 2015 ແລະ ຕົ້ນປີ 2016 ນີ້, ຈຸດປະສົງຫລັກກໍແມ່ນເພື່ອປັບປຸງ ແລະ ຈັດສັນໃຫ້ສອງເສັ້ນທາງດັ່ງກ່າວມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ງົດງາມ, ສະດວກປອດໄພ ແກ້ໄຂການຈອດລົດບໍ່ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ປະຊາຊົນຜູ້ອາໄສຢູ່ບໍລິເວນເສັ້ນທາງດັ່ງກ່າວໄດ້ຮັບຜົນປະໂຫຍດ. ໝາຍວ່າ: ໃນທີ່ສຸດຝ່າຍເຈົ້າຂອງໂຄງການກໍໄດ້ຕົກລົງຫັນມາຈັດສັນເປັນບ່ອນຈອດລົດຢູ່ສອງຝາກທາງດັ່ງກ່າວ ໂດຍຈະປັບປຸງລະບຽງຄົນຍ່າງຈາກປັດຈຸບັນໃຫ້ເຫລືອພຽງເບື້ອງລະ 1,5 ແມັດ ເພື່ອເຮັດເປັນບ່ອນຈອດລົດ ເບື້ອງລະ 2,5 ແມັດ ແລ້ວດັດປັບເສັ້ນທາງເກົ່າທີ່ມີຂະໜາດກວ້າງ 7,5 ແມັດນັ້ນລົງໃຫ້ເຫລືອໄວ້ພຽງ 3,5 ແມັດ ເພື່ອເປັນຊ່ອງຈະລາຈອນພຽງເລນດຽວ ເຊິ່ງມີແຜນວາດແນວຄວາມຄິດຂອງຜູ້ອອກແບບໃນເບື້ອງຕົ້ນອອກພິມມາພ້ອມນີ້.

    ນັກຂ່າວພວກເຮົາຖາມໄປວ່າ: ເພື່ອຈັດສັນເປັນບ່ອນຈອດລົດແບບນີ້ແລ້ວຈະເກັບເງິນຄ່າບໍລິການຈອດລົດບໍ່ ? ແລະ ປະຊາຊົນຜູ້ອາໄສຢູ່ເຂດນັ້ນຈະໄດ້ເສຍເງິນຄ່າຈອດລົດບໍ່ ? ແລະ ຈະຊ່ວຍເຂົາ ເຈົ້າໄດ້ຮັບຜົນປະໂຫຍດໃດແດ່ ?. ຕໍ່ບັນຫານີ້ ສະຖາບັນໂຍທາ ແລະ ຂົນສົ່ງຕອບວ່າ: ພາຍຫລັງກໍ່ ສ້າງສຳເລັດແລ້ວຈະມີກອງປະຊຸມປຶກສາຫາລືກັບອຳນາດການປົກຄອງບ້ານ ແລະ ປະຊາຊົນຢູ່ເຂດນັ້ນຕື່ມອີກ ເພື່ອເຮັດແນວໃດໃຫ້ບ້ານ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ.

No comments:

Post a Comment