Ad

Ad

8 November 2016

ຮອງປະທານປະເທດເຂົ້າຮ່ວມງານສະຫຼອງ ມຊ ຄົບຮອບ 20 ປີ


              ພິທີສະເຫຼີມສະຫຼອງມະຫາວິທະຍາໄລແຫ່ງຊາດລາວ ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ພະຈິກນີ້, ທີ່ເດີ່ນກິລາ ມຊ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມຫລາຍກວ່າ 1.000 ຄົນ.
              ທ່ານ ສົມສີ ຍໍພັນໄຊ ຜູ້ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ໄດ້ຂຶ້ນ
ກ່າວຄຳເຫັນວ່າ: ຜ່ານໄລຍະ 20 ປີແຫ່ງການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ປັດຈຸບັນ, ມຊ ປະກອບມີ 12 ຄະນະວິຊາ, ໃນນັ້ນ, ມີຫຼັກສູດການຮຽນ-ການສອນທັງໝົດ 178 ຫຼັກສູດ, ປະກອບມີຫຼັກສູດປະລິນຍາເອກ 3 ຫຼັກສູດ, ປະລິນຍາໂທ 52 ຫຼັກສູດ, ປະລິນຍາຕີ 100 ຫຼັກສູດ, ຕໍ່ເນື່ອງປະ ລິນຍາຕີ 22 ຫຼັກສູດ ແລະ ອະນຸປະລິນຍາ 1ຫຼັກສູດ. ເຊິ່ງມີນັກນຶກສາໄດ້ສໍາເລັດການສຶກສາຜ່ານຫຼັກສູດເຫຼົ່ານີ້ໄປແລ້ວ 89.956 ຄົນ, ຍິງ 31.147 ຄົນ. ທ່ານກ່າວວ່າ: ເພື່ອພັດທະນາ ມຊ ໃຫ້ໄປຕາມວິໄສທັດແລະແຜນຍຸດທະສາດໃນຊຸມປີຕໍ່ໜ້າຕ້ອງໄດ້ສູ້ຊົນເພື່ອພັດທະນາ ມຊໃຫ້ໄດ້ມາດຕະຖານເທົ່າທຽມກັບບັນດາມະຫາວິທະຍາໄລໃນພາກພື້ນແລະສາກົນ.
             ໃນພິທີສະເຫຼີມສະຫຼອງ ມຊ ຄົບຮອບ 20 ປີ, ທ່ານຮອງປະທານປະເທດ ໄດ້ໃຫ້ທິດຊີ້ນຳວ່າ: ໃນໄລຍະ 20 ຜ່ານມາ ມະຫາວິທະຍາໄລແຫ່ງຊາດລາວ ສາມາດກໍ່ສ້າງ ແລະ ພັດທະນາຊັບພະ ຍາກອນມະນຸດຫຼາຍສາຂາວິຊາຊີບໃນລະດັບອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນ ຍາເອກອອກຮັບໃຊ້ສັງຄົມນັບເປັນແສນຄົນ, ໃນຈໍານວນນີ້ມີຫຼາຍໆຄົນໄດ້ກາຍເປັນພະນັກງານການ ນໍາລະດັບຕ່າງໆ, ກາຍເປັນພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງສາພັດທະນາປະເທດຊາດຊຶ່ງມີທັງຢູ່ໃນກົງຈັກຂອງພັກລັດແລະເອກະຊົນ, ຜົນສໍາເລັດແລະຜົນງານດັ່ງກ່າວໄດ້ມາຈາກຄວາມພະຍາຍາມອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງການນໍາ, ຄຸ-ອາຈານ, ພະນັກງານ ມຊ ແລະ ການປະກອບສ່ວນຂອງທຸກອົງການຈັດຕັ້ງສັງຄົມທັງພາກລັດ-ເອກະຊົນບົນພື້ນຖານເພື່ອນມິດ, ອ້າຍນ້ອງ, ອົງການຈັດ ຕັ້ງສາກົນແລະ ຄູ່ຮ່ວມພັດທະນາ. ທ່ານກ່າວຢ້ຳວ່າ: ໃນກອງປະຊຸມຄັ້ງທີ10ຂອງພັກໄດ້ຖືເອົາການພັດທະນາຊັບພະຍາກອນມະນຸດເປັນປັດໄຈຕັດສິນການພັດທະນາປະເທດຊາດໃນໄລຍະໃໝ່. ດັ່ງນັ້ນ, ເຮົາສ້າງຄົນຮຸ້ນໃໝ່ໄດ້ພວກເຮົາຈຶ່ງຈະມີທຸກຢ່າງຕາມຄວາມມຸ້ງມາດປາດຖະນາຂອງປະຊາຊົນລາວ.

             ຫຼັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະ ດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ ມຊທີ່ມີຜົນງານດີເດັ່ນໃນການສ້າງບຸກຄະລາກອນຕະຫຼອດໄລຍະ 20 ຜ່ານມາ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ມອບນາມມະຍົດໃຫ້ຄູ-ອາຈານດີເດັ່ນຈໍານວນ 14 ທ່ານແລະ ຫຼຽນໄຊແຮງງານຊັ້ນ 2 ຈໍານວນ 236 ທ່ານ ແລະ 8 ກົມກອງ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 254 ທ່ານ ແລະ 17 ກົມກອງ, ຫຼຽນກາແຮງງານ 258 ທ່ານ ແລະ  3 ກົມກອງ, ໃບຍ້ອງຍໍຂັ້ນລັດຖະບານ 178 ທ່ານ ແລະ ຂັ້ນກະຊວງສຶກສາທິການແລະກິລາ ຈໍານວນ 138 ທ່ານ.

No comments:

Post a Comment