Ad

Ad

8 November 2016

ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໄດ້ນຳສະເໜີກອງປະຊຸມສະພາ

          ເຊົ້າວັນທີ 7 ພະຈິກນີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະ ມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວ ສານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດ ທີ 8, ເພື່ອເປັນແນວທາງໃນການຫັນເປັນທັນສະໄໝເທື່ອລະກ້າວ, ທັງການບໍລິຫານວຽກ ງານຂອງອົງການຈັດຕັ້ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານ ພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຈະຊ່ວຍປັບປຸງການດຳລົງຊີວິດປະຈຳວັນຂອງປະຊາຊົນດີຂຶ້ນ, ຊຶ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ: 12 ພາກ, 7 ໝວດ ແລະ 71 ມາດຕາ, ໂດຍເນັ້ນໃສ່ການຄຸ້ມຄອງກ່ຽວກັບການເຄື່ອນໄຫວ
ທຸລະກິດ, ການພັດທະນາ  ແລະ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທັງພາກລັດ ແລະ ເອກະຊົນ, ເພື່ອເປັນທິດທາງໃຫ້ບັນດາຂະແໜງການຕ່າງໆ ນຳໄປຜັນຂະຫຍາຍໃນຂົງເຂດວຽກງານຂອງຕົນ ທັງເປັນການຊຸກຍູ້ສົ່ງເສີມການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວ ສານໃນລາວໃຫ້ກ້ວາງຂວາງ, ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມໃຫ້ກ້າວຂຶ້ນໄປໃນລະດັບສູງ, ເຮັດໃຫ້ປະເທດລາວສາມາດຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

          ທ່ານລັດຖະມົນຕີ ກ່າວຕື່ມວ່າ: ພາຍຫລັງສະພາແຫ່ງຊາດຮັບຮອງແລ້ວ, ກົດໝາຍ ດັ່ງກ່າວຈະສາມາດຕອບສະໜອງໄດ້ຕາມທິດທາງນະໂຍບາຍຂອງພັກຢູ່ໃນມະຕິ 9 ກ່ຽວ ກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝຕາມແຜນພັດທະນາຂະແໜງການເຕັກ ໂນໂລຊີການສື່ສານຂໍ້ມູນຂ່າວ ສານຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຕ່ນີ້ຮອດປີ 2020, ນອກນີ້ ຍັງຈະສາມາດຮອງຮັບການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໂດຍຈະເປັນເຄື່ອງມື ສຳຄັນໃຫ້ແກ່ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂະ ແໜງການອື່ນໆເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຊຸກຍູ້ ແລະ ສົ່ງເສີມ ການລົງທຶນເຂົ້າໃນການພັດທະນາໂຄງລ່າງພື້ນຖານ ໃຫ້ນັບມື້ກວ້າງຂວາງ, ມີຄຸນນະພາບ, ມີປະສິດທິຜົນ ແລະ ຍືນຍົງ.

No comments:

Post a Comment