Ad

Ad

8 November 2016

ການແຂ່ງຂັນຫຸ່ນຍົນຄັ້ງທີ 13 ປະຈໍາປີ 2016 ໄດ້ສ້າງຄວາມກະຕືລືລົ້ນ ໃຫ້ແກ່ຜູ້ຊົມໃນການງານສະເຫຼີມສະຫຼອງມະຫາວິທະຍາໄລແຫ່ງຊາດຄົບຮອບ 20 ປີ

          ການແຂ່ງຂັນຫຸ່ນຍົນປະຈໍາປີ2016 ໄດ້ຖືກຈັດຂຶ້ນເປັນຄັ້ງທີ13 ຢູ່ທີ່ສະໂມສອນໃຫຍ່, ມະຫາວິ ທະຍາໄລແຫ່ງຊາດ, ນະຄອນ ຫຼວງວຽງຈັນ, ໃນວັນທີ 4 ພະຈິກນີ້, ເຊິ່ງໄດ້ຮັບການຮ່ວມມືຈາກຄະ ນະວິສະວະກໍາສາດ ແລະ ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ. ການແຂ່ງຂັນໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອງສີ ແສງມະນີ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ສົມຈັນ ບຸນພັນມີ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ທ່ານຄາຊຶໂນລິ ຄາວາດະ, ອຸປະ ທູດຍີ່ປຸ່ນປະຈໍາສ ປປ ລາວ ແລະ ບັນດາຄູ-ອາຈານຈາກມະຫາວິທະຍາໄລຍີີ່ປຸ່ນເຊິ່ງເປັນຜູ້ທີ່ໄດ້ໃຫ້ການ
ຊ່ວຍເຫຼືອທາງດ້ານເຕັກນິກນັບຕັ້ງແຕ່ໄລຍະລິເລີ່ມຂອງການແຂ່ງຂັນຕະຫຼອດມາ ແລະ ອາຈານຈາກຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ເຂົ້າຊົມທີ່ໜາແໜ້ນ ເພື່ຶອເປັນກໍາລັງໃຈໃຫ້ແກ່ຜູ້ເຂົ້າແຂ່ງຂັນ ແລະ ມ່ວນຊື່ນກັບການຕໍ່ສູ້ຂອງຫຸ່ນຍົນທີ່ໜ້າຕື່ນເຕັ້ນ.

          ການແຂ່ງຂັນຫຸ່ນຍົນແມ່ນໄດ້ເລີ່ມຕົ້ນຂຶ້ນໃນປີ 2002 ເຊິ່ງມີເປົ້າຫມາຍເພື່ອກະຕຸກຊຸກຍູ້ຄວາມສົນໃຈຂອງນັກຮຽນ ແລະ ນັກສຶກສາ ເຂົ້າໃນວິທະຍາສາດ, ວິສະວະກໍາສາດ ແລະ ເຕັກໂນໂລຢີ ແລະ ສົ່ງເສີມໃນການປັບປຸງທັກສະຂອງພວກເຂົາໂດຍໃຫ້ໂອກາດພວກເຂົາໄດ້ອອກແບບ,ຮວບຮວມ ແລະ ສ້າງຫຸ່ນຍົນຂຶ້ນມາດ້ວຍຕົວເອງ. ປີນີ້, ມີທັງຫມົດ 8 ທີມ ເຊິ່ງມາຈາກຫຼວງພະບາງ, ນະຄອນຫຼວງວຽງຈັນເຂົ້າຮ່ວມການແຂ່ງຂັນ. ທຸກທີມປະກອບມີ5ຄົນເຊິ່ງໄດ້ກຽມຫຸ່ນຍົນທີ່ສາມາດບັງຂັບດ້ວຍລີໂມດ ແລະ ເອົາລົງຕໍ່ສູ້ກັບຫຸ່ນຍົນຂອງຄູ່ຕໍ່ສູ້ຈາກທີມອື່ນໃນເກມການແຂ່ງຂັນໂຍນໝາກບານ. ບໍ່ສະເພາະແຕ່ເທົ່ານັ້ນ, ພວກເຂົາຍັງໄດ້ພະຍາຍາມສ້່າງຫຸ່ນຍົນໂອໂຕມາຕິກທີີ່ສາມາດຮັບຮູ້ເຖິງສີທີ່ລະບຸໄວ້ ແລະ ຈັບເອົາກ່ອງທີ່ມີສີຕາມທີ່ໄດ້ກໍານົດໄວ້ຢູ່ພາຍໃນຂອບເຂດທີ່ກໍານົດໄວ້ໃຫ້ ເຊິ່ງອີງຕາມການສ້າງກະຕິກາໃໝ່. ທີມໃດທີ່ໄດ້ຄະແນນຫຼາຍສຸດຕະຫຼອດການແຂ່ງຂັນຈະກາຍເປັນຜູ້ຊະນະຂອງການແຂ່ງຂັນ ແລະ ແມ່ນທີມງານຈາກຄະນະວິສະວະກໍາໄຟຟ້າ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ຮັບໂອກາດ ໄປຢ້ຽມຢາມປະເທດຍີ່ປຸ່ນພາຍໃຕ້ໂຄງການ”JENESYS2016ເຊິ່ງຈັດຂຶ້ນໂດຍສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ. 

No comments:

Post a Comment