Ad

Ad

8 November 2016

ນະຄອນຫຼວງຫາລືກ່ຽວກັບໂຄງການປະຕິສັງຂອນພະທາດຫຼວງ


        ວັນທີ 7 ພະຈິກນີ້, ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວຮ່ວມກັບອົງການປົກ ຄອງນະຄອນຫຼວງວຽງຈັນໄດ້ຈັດກອປງະຊຸມປຶກສາຫາລືກ່ຽວກັບໂຄງການປະຕິສັງຂອນພະທາດຫຼວງ,ຂື້ນ,ທີ່ຫ້ອງການປົກຄອງນະຄອນລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ,ພ້ອມດ້ວຍຄະນະກຳມະການປະຕິສັງຂອນພະທາດຫຼວງເຂົ້າຮ່ວມເປັນຈຳນວນຫຼາຍ.
          ໃນກອງປະຊຸມ ທ່ານ ຄຳປະດີດ ເຂັມມານີ ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນລວງ, ຄະນະກຳມະການປະຕິສັງຂອນພະທາດຫຼວງໄດ້
ລາຍງານວ່າ: ການລະດົມ ທຶນເພື່ອປະຕິສັງຂອນພະທາດຫຼວງມາຮອດປັດຈຸບັນລະດົມທືນໄດ້ແລ້ວຄື:  ຄຳຫຼາຍກວ່າ 20 ກິໂລ 3 ບາດ. ເງິນ 2.256 ຕື້ກວ່າກີບ, ເງິນບາດ 2.777.480 ບາດ, ເງິນໂດລາ 17.432 ໂດລາ, ເງິນ ຢວນ 1.155 ຢວນ, ວັດຖຸ (ປະຕູໂຂງ) ມູນຄ່າ 135 ລ້ານກີບ, ສຳລັບການບູລະນະມາຮອດປັດ ຈຸບັນແມ່ນໃຊ້ຈ່າຍໄປແລ້ວຫຼາຍກວ່າ 305.508.000 ກີບ, ເຖິງຢ່າງໃດກໍຕາມເຖິງວ່າການປະຕິສັງ ຂອນຈະມີຫຼາຍໜ້າວຽກທີ່ເຮັດສຳເລັດຕາມແຜນທີ່ວາງໄວ້, ແຕ່ກໍຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ, ເປັນຕົ້ນແມ່ນ: ໄລຍະເວລາກະກຽມງານສັ້ນເກີນໄປຊຶ່ງເຮັດໃຫ້ການກະກຽມວຽກງານຕ່າງໆຂ້ອນຂ້າງເລັ່ງລັດເກີນໄປ, ການປະສານງານຂອງກອງເລຂາບໍ່ທັນວ່ອງໄວ, ເຮັດໃຫ້ວຽກງານຂອງແຕ່ລະອະນຸກຳມະການຍັງບໍ່ທັນໄດ້ຮັບຜົນສຳເລັດ, ຍັງມີຂໍ້ຂາດຕົກບົກຜ່ອງ,ເປັນຕົ້ນແມ່ນວຽກພິທີ ການ ແລະ ປ້ອງກັນ,ການໂຄສະນາປະຊາສຳພັນຍັງບໍ່ທັນກ້ວາງຂວາງເລິກເຊິ່ງ ແລະ ຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນ,ການຈັດງານສ່ວນຫຼາຍແມ່ນເປັນວຽກຮີບດ່ວນ ແລະ ເປັນວັນພັກລັດຖະການ,ເວລາຫ້າງຫາກະກຽມແມ່ນຈຳກັດ, ແຕ່ລະອະນຸກຳມະການທີ່ຖືກແຕ່ງຕັ້ງຍັງບໍ່ທັນມີການປຶກສາຫາລືກັນ ແລະ ວາງແຜນໃຫ້ລະອຽດ,ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກມີຄວາມສົບສົນ.

          ປະທານຄະນະກຳມະການປະຕິສັງຂອນພະທາດຫຼວງໄດ້ກ່າວວ່າ: ເຖິງຢ່າງໃດກໍຕາມໃນຕໍ່ໜ້ານີ້,ທຸກພາກສ່ວນທີ່ກຽວຂ້ອງຈະຕ້ອງກຽມທຸກໜ້າວຽກເພື່ອຈັດງານສະເຫຼີມສະຫຼອງການສ້າງຕັ້ງທາດຫຼວງຄົບຮອບ 450 ປີໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ໂດຍສະເພາະແມ່ນວຽກງານປະຕິສັງຂອນແມ່ນຕ້ອງໃຫ້ສຳເລັດຕາມໜ້າວຽກທີ່ວາງໄວ້, ພ້ອມທັງສືບຕໍ່ໂຄສະນາປະຊາ ສຳພັນເພື່ອລະດົມວັດຖຸປັດໄຈເພື່ອຄວາມຄ່ອງຕົວທາງດ້ານການເງິນ ແລະ ຫຼີກເວັ້ນໜີ້ສິນ. ໂອກາດນີ້ກອງປະຊຸມຍັງໄດ້ຫາລືແຕ່ງຕັ້ງຄະນະກຳມະການຮັບຜິດຊອບຈັດງານບຸນທາດລວງປີນີ້ອີກດ້ວຍ.

No comments:

Post a Comment