Ad

Ad

8 November 2016

ສາທານະຄອນຫຼວງເລັ່ງປ້ອງກັນຄວາມປອດໄພດ້ານສຸຂະພາບໃນງານບຸນທາດຫຼວງ

           ຫົວໜ້າຂະແໜງລະບາດວິທະຍາດສາທາລະນະສຸກນະຄອນ ຫຼວງວຽງຈັນໃຫ້ຮູ້ວ່າ: ກໍດັ່ງທຸກໆປີຜ່ານມາພໍໃກ້ຈະຮອດງານບຸນປະເພນີສຳຄັນຕ່າງໆ,ໂດຍສະເພາະແມ່ນບຸນພະທາດຫຼວງຊຶ່ງເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ,ຊຶ່ງຈະຈັດຂື້ນໃນກາງເດືອນພະຈິກນີ້ ແລະ ເພື່ອຮັບ ປະກັນໃຫ້ງານບຸນໃຫຍ່ດັ່ງກ່າວໄດ້ດຳເນີນໄປຢ່າງເບີກບານມ່ວນຊື່ນ ແລະ ປອດໄພນັ້ນ, ໜຶ່ງໃນບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ນັ້ນກໍຄືຄວາມປອດໄພທາງດ້ານສຸຂະນາໄມຊຶ່ງທາງພະແນກສາທານະຄອນຫຼວງວຽງຈັນຈະໄດ້ເລັ່ງໃສ່ປ້ອງກັນພະຍາດຕິດແປດຕ່າງໆທີ່ອາດຈະເກີດຂຶ້ນ, ໂດຍໄດ້ຈັດຕັ້ງໜ່ວຍບໍລິການດ້ານສຸຂະພາບ
ມວນ ຊົນຜູ້ມາທ່ຽວຊົມງານບຸນ ແລະ ຊາວຄ້າຂາຍ, ຊຶ່ງປັດຈຸບັນຂະແໜງການກ່ຽວຂ້ອງກໍໄດ້ໂຄສະນາໃຫ້ມວນຊົນເອົາໃຈໃສ່ປະຕິບັດຫຼັກການອະນາໄມ 3 ສະອາດດີຂຶ້ນ ແລະ ເຮັດໜ້າທີ່ກວດກາສິນຄ້າເຄື່ຶອງອຸປະໂພກຕ່າງໆທີ່ນຳເຂົ້າມາຈຳໜ່າຍໃນງານບຸນໃຫ້ມີຄວາມປອດໄພ, ໂດຍສະເພາະແມ່ນອາຫານ, ເຄື່ອງດື່ມ ແລະ ໝາກໄມ້ປະເພດຕ່າງໆ, ເນື່ອງຈາກວ່າໃນງານບຸນປີຜ່ານມາເຫັນວ່າຍັງມີການຈຳໜ່າຍ ອາຫານການກິນຈຳນວນໜຶ່ງທີ່ບໍ່ຖືກຕາມຫຼັກອະ ນາໄມເຊັ່ນ: ການວາງຂາຍອາຫານຕ້ອງສູງຈາກໜ້າດິນຢ່າງໜ້ອຍ 60 ຊັງຕີແມັດເພື່ອຫຼີກເວັ້ນສະ ພາບຂີ້ຝຸ່ນ, ຫ້າມນຳເອົາເຈ້ຍທີ່ໃຊ້ງານແລ້ວມາຫໍ່ ອາຫານ ແລະ ການນຳໃຊ້ສານກັນບູດໃນອາຫານ, ບາງຮ້ານຍັງນຳເອົາສິນຄ້າລອກຮຽນແບບ, ສິນຄ້າໝົດອາຍຸການໃຊ້ງານເສຍຄຸນມາຈຳໜ່າຍໃນງານບຸນກໍມີ, ໂດຍສະເພາະແມ່ນອາຫານ ແລະ ເຄື່ອງດື່ມບາງຊະນິດ, ດັ່ງນັ້ນຈຶ່ງເຕືອນມາຍັງມວນຊົນ ແລະ ຜູ້ບໍລິໂພກທັງຫຼາຍຈົ່ງມີສະຕິລະວັງຕົວໃນການເລືອກຊື້, ເລືອກບໍລິໂພກອາຫານ ແລະ ເຄື່ອງດຶ່ມຕ່າງໆເພື່ອຄວາມປອດໄພດ້ານສຸຂະພາບ, ສຳລັບຊາວຄ້າ-ຂາຍເອງກໍໃຫ້ປະຕິບັດຕາມລະບຽບ ແລະ ຫຼັກການອະນາໄມຢ່າງເຂັ້ມງວດ, ຖ້າໜ່ວຍງານກ່ຽວຂ້ອງກວດພົບເຫັນການລະເມີດດັ່ງກ່າວຈະຖືກດຳເນີນມາດຕະການຕາມລະບຽບ.

No comments:

Post a Comment