Ad

Ad

10 November 2016

ບໍ່​ຕອບ​ຄຳ​ຖາມ​ສື່​ແມ່ນ​ຜິດ​ກົດໝາຍ​ສື່​ມວນ​ຊົນ

             ນັບແຕ່ມີການກຳເນີເກີດຂຶ້ນຂອງສື່ມວນຊົນລາວມາເປັນເວລາຫລາຍກວ່າ 65 ປີແລະສື່ກໍສາມາດເຮັດຫລ້ອນໜ້າທີ່ຂອງຕົນທີ່ພັກແລະ ລັດຖະບານມອບໝາຍໃຫ້ເປັນຢ່າງດີ. ດັ່ງໃນສະໄໝສົງຄາມຕໍ່ສູ້ຕ້ານຈັກກະພັດ, ສື່ມວນຊົນໄດ້ເຮັດໜ້າທີ່​​ນຳພາແນວຄິດປະຊາຊົນບັນດາເຜົ່າຕໍ່ສູ້ກັບການຮຸກຮານຂອງສັດຕູຈົນໄດ້ຮັບໄຊຊະນະ . ຕົກມາຮອດໄລຍະປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ, ວຽກງານສື່ມວນຊົນກໍຍັງແມ່ນກະບອກສຽງຂອງພັກແລະ ລັດໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ປຸກລະດົມນ້ຳໃຈຮັກຊາດ, ​ເປັນເວທີເສີມຂະຫຍາຍປະຊາທິປະໄຕປະຊາຊົນ, ​ເປັນແຫລ່ງຂໍ້ມູນສາລະຄວາມຮູ້, ສາລະບັນເທີໃຫ້ສັງຄົມແລະ ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ລວມເຖິງການຕອບຕ້ານຖ້ອຍ
ທຳນອງບິດເບືອນຄວາມຈິງ. ຈາກພາລະບົດບາດທີ່ສຳຄັນດັ່ງກ່າວໃນໄລຍະຜ່ານມາກໍເຫັນວ່າມີຫລາຍອົງການຈັດຕັ້ງຂອງພັກ-ລັດ, ຫລາຍທ້ອງຖິ່ນແລະ ຫົວໜ່ວຍທຸລະກິດຕ່າງໆໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສື່ມວນຊົນເປັນຢ່າງດີເຊິ່ງສະແດງອອກໃນການຮ່ວມມືໃນດ້ານຕ່າງເຊັ່ນ: ການຖະແຫລງຂ່າວ, ການຊີ້ແຈງບັນຫາຂໍ້ຂ້ອງໃຈຂອງສັງຄົມ, ການໂຄສະນາ, ອຸປະຖຳແລະ ອື່ນໆ. ຂະນະດຽວກັນ ກໍເຫັນວ່າຍັງມີອົງການຈັດຕັ້ງຈຳນວນໜຶ່ງບໍ່ຢາກໃຫ້ການຮ່ວມມືກັບສື່ມວນຊົນດີເທົ່າທີ່ຄວນເປັນຕົ້ນບໍ່ຢາກໃຫ້ສຳພາດຕໍ່ສື່, ​ໃນໄລຍະຜ່ານມາຍັງມີບາງຄົນ, ບາງກົມກອງປິດບັງຂໍ້ມູນຕົນເອງບໍ່ຢາກໃຫ້ສື່ຮູ້ເພາະຢ້ານເຂົາເຫັນແຕ່ຈຸດອ່ອນຫລາຍກວ່າຈຸດດີ. ​ແຕ່ແນວໃດກໍຕາມ, ​ໃນຕໍ່ໜ້ານີ້ ການບໍ່ຕອບຄຳຖາມ ຫລື ບໍ່ໃຫ້ການຮ່ວມມືກັບສື່ໃນການຊີ້ແຈງບັນຫາຕ່າງໆທີ່ສັງຄົມສົນໃຈແມ່ນຖືວ່າຜິດກົດໝາຍສື່ມວນຊົນສະບັບປັບປຸງໃໝ່ 2016 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວໂດຍສະເພາະໃນມາດຕາ 48 ​ເຊິ່ງເປັນມາດຕາປັບປຸງໃໝ່ທີ່ກຳນົດກ່ຽວກັບ ການໃຫ້ຄຳຕອບໂດຍລະບຸວ່າ: ສື່ມວນຊົນມີສິດສະເໜີໃຫ້ການຈັດຕັ້ງ ຫລື ບຸກຄົນທີ່ກ່ຽວຂ້ອງຕອບບັນຫາທີ່ພົນລະເມືອງລາວ ຫລື ອົງການຈັດຕັ້ງຕ່າງໆຂໍຄວາມກະຈ່າງແຈ້ງພາຍໃນ 15 ວັນ ພາຍ ຫລັງໄດ້ຮັບຄຳສະເໜີແລະ ມີຄວາມຮັບຜິດຊອບຕໍ່ຄຳຖາມຂອງຕົນ, ຖ້າຫາກບໍ່ໄດ້ຮັບຄຳຕອບຈາກການຈັດຕັ້ງ ຫລື ບຸກຄົນອົງການສື່ມວນຊົນມີສິດສົ່ງຄຳເຫັນ, ຄວາມຂັດຂ້ອງຂອງການຈັດຕັ້ງແລະ ບຸກຄົນເຖິງການຈັດຕັ້ງຂັ້ນເທິງທີ່ມີສິດອຳນາດແກ້ໄຂ ຫລື ນຳບັນຫານັ້ນລົງເຜີຍແຜ່ໃນສື່ມວນຊົນ. ນອກຈາກນີ້ ການຈັດຕັ້ງ ຫລື ບຸກຄົນຕ່າງໆມີສິດສະເໜີໃຫ້ສື່ມວນຊົນຊີ້ແຈງກ່ຽວກັບຂ່າວທີ່ເຜີຍແຜ່ອອກໄປທີ່ບໍ່ຈະແຈ້ງນັ້ນແລະ ຕ້ອງໃຫ້ຄຳຕອບຢ່າງວ່ອງໄວ, ພ້ອມທັງລະບຸໃຫ້ອົງການຈັດຕັ້ງພັກ-ລັດ, ​ແນວລາວສ້າງຊາດ, ມະຫາຊົນແລະ ອົງການຈັດຕັ້ງສັງຄົມສາມາດແຕ່ງຕັ້ງພະນັກງານປະຊາ ສຳພັນເພື່ອປະຕິບັດໜ້າທີ່ແຈ້ງຂ່າວແລະ ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງໂດຍຜ່ານສື່ມວນຊົນຕາມສະພາບການຮຽກຮ້ອງຂອງສັງຄົມ. ສະນັ້ນເມື່ອກຳນົດໄວ້ຊັດເຈນແບບນີ້ກໍຫວັງວ່າວຽກງານສື່ຈະໄດ້ຮັບການຮ່ວມມືຢ່າງແຂງແຮງຈາກອົງການຈັດຕັ້ງພັກ-ລັດ ກໍຄືສັງຄົມໄດ້ດີຍິ່ງຂຶ້ນ.

No comments:

Post a Comment