Ad

Ad

10 November 2016

ການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ວາລະ​ຂອງ​ຊາດ

ໂດຍ: ຄຳ​ເຜີຍ ສີ​ຊະນະ​ມຸງ
      ຫລາຍຄົນກໍມີຫລາຍທັດສະນະ ແລະ ມີຫລາຍຄຳເຫັນທີ່ແຕກຕ່າງກັນໄປກ່ຽວກັບການແກ້ໄຂ ບັນຫາການສໍ້ລາດບັງຫລວງທີ່ກຳລັງແຜ່ລາມຢູ່ໃນບ້ານເຮົາ ເພາະມາຮອດດຽວນີ້ເກືອບເວົ້າໄດ້ວ່າມັນເຂົ້າກະດູກດຳໄປແລ້ວ. ບັນຫາສຳຄັນກໍມີຢູ່ວ່າ: ນັບແຕ່ຜົນປະໂຫຍດລະຫວ່າງບຸກຄົນຕໍ່ບຸກຄົນ, ລະຫວ່າງເຈົ້າກັບຂ້ອຍກໍມີອັນປ່ອນອັນຍື່ນ ຫລື ລະຫວ່າງບຸກຄົນກັບອັນລວມກໍເໝືອນກັນ ຖ້າຢາກໄດ້ວຽກ ຫລື ຕ້ອງການດ້ານຜົນປະໂຫຍດໃດໜຶ່ງບໍ່ໃຫ້ມີອັນຄາ, ມາບໍ່ໃຫ້ມີອັນຂ້ອງກໍ
ຕ້ອງໄດ້ມີສິນຈ້າງລາງວັນເປັນ ຂອງທຳມະດາ ເພາະດຽວນີ້ເປັນຍຸກເສດຖະກິດ ເຮັດຫຍັງກໍຕ້ອງມີເງິນເປັນຜູ້ເບີກທາງຈຶ່ງເດີນແມ່ນແລ່ນສະດວກ. ນີ້ຄືບັນດາທັດສະນະ ແລະ ຫາງສຽງເວົ້າວ່າຂອງຄົນໃນປັດຈຸບັນທີ່ຜູ້ຂຽນໄດ້ນຳເອົາມາເປັນຕົວຕັ້ງ ເພື່ອພ້ອມກັນຄົ້ນຄິດ, ຄົ້ນຄວ້າ ແລະ ພ້ອມກັນຊອກຫາທາງອອກຢ່າງເໝາະສົມ.
     ຕາມຜູ້ຂຽນວ່າ: ໃນສັງຄົມລາວເຮົາດຽວນີ້ບັນຫາການສໍ້ລາດບັງຫລວງມັນເປັນລັກສະນະແຜ່ລາມເກາະກ່າຍຄືຕ່ອງໂສ້. ນັບແຕ່ຕໍ່າຫາສູງ, ນັບແຕ່ເທິງລົງລຸ່ມ ແລະ ນັບແຕ່ນ້ອຍຫາໃຫຍ່. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າທຸກສິ່ງທຸກຢ່າງຈະເຮັດຫຍັງລົງໄປກໍຕ້ອງອາໄສເງິນເປັນຜູ້ເບີກທາງບໍ່ຫລາຍກໍໜ້ອຍ. ດັ່ງຄຳສຸພາສິດສັບຕົງໂຕຍເຂົາວ່າ: ມີເງິນເຮັດຫຍັງກໍໄດ້ປັບບໍ່ມີເງິນກໍຈ້ອຍວັບນັ້ນຄືຕົວຈິງຂອງເຫດ ແລະ ຜົນໃນການດຳລົງຊີວິດຂອງຄົນໃນສັງຄົມ ແລະ ການພົວພັນສັງຄົມໃນຍຸກໂລກາພິວັດ ເພາະສະນັ້ນຈຶ່ງເວົ້າໄດ້ວ່າ: ບັນຫາການແກ້ໄຂການສໍ້ລາດບັງຫລວງຢູ່ບ້ານເຮົາຍັງມີຫລາຍອັນສັບສົນ, ຫຍຸ້ງຍາກ, ຕ້ອງເຮັດຢ່າງລະອຽດອ່ອນ ແລະ ຕ້ອງກາຍເປັນພາລະກິດອັນໃຫຍ່ຫລວງ ແລະ ຍາວນານສົມຄວນ. ແຕ່ເຖິງຢ່າງໃດກໍດີ, ຖ້າເຮົາຈະມາໄລ່ເອົາກິໆກີໆລະຫວ່າງຜົນປະໂຫຍດຂອງບຸກຄົນກັບບຸກຄົນ ຫລື ລະຫວ່າງບຸກຄົນກັບລວມໝູ່ບາງຢ່າງມັນກໍບໍ່ເປັນອັນສິ້ນສຸດ ເພາະເວົ້າເຖິງການສໍ້ລາດບັງຫລວງມັນມີຫລາຍກໍລະນີ, ຫລາຍຮູບການ, ວິທີການ ແລະ ຫລາຍຂົງເຂດທີ່ແຕກຕ່າງກັນໄປຢ່າງກວ້າງຂວາງຈົນນັບ ບໍ່ຖ້ວນ. ແຕ່ສິ່ງສຳຄັນກົກຂອງບັນຫາໃຫ້ພວກເຮົາພ້ອມຈຳແນກແບ່ງສ່ວນເບິ່ງວ່າອັນໃດມັນມີຜົນສະທ້ອນອັນໃຫຍ່ຫລວງຕໍ່ຜົນປະໂຫຍດຂອງລັດ, ຂອງຊາດແຕະຕ້ອງເຖິງຕົວກົດໝາຍຢ່າງຮ້າຍແຮງກໍຕ້ອງມີມາດຕະການຕ້ານ ແລະ ສະກັດກັ້ນຢ່າງເດັດຂາດ. ກໍລະນີທີ່ຖືວ່າເປັນການສໍ້ລາດບັງຫລວງອັນຮ້າຍແຮງ ເຊິ່ງພວກເຮົາບໍ່ຄວນເຮັດນັ້ນ ກໍຄືການລັກຕັດໄມ້ທຳລາຍປ່າ, ຫາວິທີຫລີກເວັ້ນພາສີບໍ່ຢາກເສຍພັນທະອາກອນໃຫ້ລັດ, ຊອກວິທີຍັກຍອກເອົາວັດຖຸ ແລະ ຊັບສິນຂອງລັດເພື່ອຜົນປະໂຫຍດຕົນເອງ ແລະ ພວກພ້ອງ ຈົນເຮັດໃຫ້ລັດ ແລະ ປະເທດຊາດຕ້ອງເສຍຜົນປະໂຫຍດ ແລະ ມີຜົນສະທ້ອນເຮັດໃຫ້ລັດເກັບລາຍຮັບບໍ່ໄດ້ຕາມຄາດໝາຍນັ້ນລະຄືຕົວການຂອງການສໍ້ລາດບັງຫລວງ.
    ຕາມເຮົາວ່າ: ເພື່ອຊອກຫາທາງອອກໃຫ້ໄປຕາມທິດຍືນຍົງ ແລະ ຫັນໄປສູ່ອັນທັນສະໄໝເທື່ອລະກ້າວມີແຕ່ພ້ອມກັນຕື່ນຕົວປັບປຸງປ່ຽນແປງຄວາມເຫັນແກ່ຕົວແລ້ວຫັນສູ່ການປະຕິບັດຕົວບົດກົດໝາຍໃຫ້ເຂັ້ມງວດ ເພາະວ່າການປະຕິບັດກົດໝາຍແມ່ນສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທີ່ມີຕໍ່ປະເທດຊາດ. ຖ້າຜູ້ໃດຝ່າຝືນ ຫລື ຮູ້ແລ້ວຕ່າວພາໂລກໍຕ້ອງໃຊ້ມາດຕະການອັນເດັດຂາດ. ໃນມະຕິ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຂອງພັກ ໄດ້ກຳນົດເປົ້າໝາຍຢ່າງຈະແຈ້ງ ວ່າ: ແຕ່ນີ້ຮອດປີ 2020 ຕ້ອງນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບຄວາມທຸກຍາກ ແລະ ດ້ອຍພັດທະນາ. ນີ້ຄືຫລັກໄຊທີ່ພວກເຮົາຕ້ອງໄດ້ພ້ອມກັນສູ້ໃຫ້ໄປເຖິງເປົ້າ. ແຕ່ກົງກັນຂ້າມຖ້າພວກເຮົາຫາກພາກັນເຮັດສຸມສີ່ສຸມຫ້າ ຄື 5 ປີ, 10 ປີຜ່ານມາ ບໍ່ພຽງແຕ່ຈະບໍ່ໄປເຖິງເປົ້າຍິ່ງຈະເຮັດໃຫ້ປະເທດ ຊາດຖົດຖອຍ.

1 comment:

  1. ການ ຄໍລັບຊັ້ນ ແມ່ນພະຍາດ ຊະນິດ ໜຶ່ງ ທີ່ ເປັນຕົວການ ທຳລາຍ ລະບອບ ມາແລ້ວ ບໍ່ວ່າ ຢູ່ໃນລະບອບໃດ ຖ້າມີພະຍາດນີ້ ມັນ ເຮັດໃຫ້ ຄວາມເຊື່ອໜັ້ນ ແລະ ສັດທາ ຕໍ່ ຜູ້ ປົກຄອງ ນັບມື້ ເຊື່ອມ ຄືດັ່ງ ໃນ ລາວປະຈູບັນ ປະຊາຊົນ,ປັນຍາຊົນ,ແລະຊັ້ນຄົນ ອື່ນໆ ທີ່ ຖືກປົກຄອງ ແມ່ນ ເລີ່ມ ມີ ຄວາມ ກັງວົນໃຈ ຫຼາຍ ຕໍ່ພະຍາດ ດັ່ງກ່າວ ທີ່ ກຳລັງ ແພ່ລາມ ໂດຍບໍ່ມີ ຢາ ທີ່ຈະປ້ອງກັນ

    ReplyDelete