Ad

Ad

10 November 2016

ລາວ​ຈະ​ຈັດ​ງານ​ວາງສະ​ແດງ​ໄອ​ຊີ​ທີ​ເປັນຄັ້ງທຳ​ອິດ

            ​ໃນວັນທີ 9 ພະຈິກນີ້, ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານ ທັນສະໄໝ ກົມມະສິດໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການຈັດງານວາງສະແດງລາວໄອຊີທີ (LAO ICT EXPO) 2016 ຄັ້ງທຳອິດວ່າ: ງານດັ່ງກ່າວຈະຈັດຂຶ້ນແຕ່ວັນທີ 14-18 ທັນວາ 2016 ນີ້ຢູ່ຫໍປະຊຸມແຫ່ງຊາດ (ຫລັກ 6) ​ເຊິ່ງຈະມີພາກສ່ວນກ່ຽວຂ້ອງຈາກພາກລັດ, ​ເອກະຊົນແລະ ຜູ້ປະກອບການດ້ານໄອຊີທີ ທັງຢູ່ພາຍໃນແລະ ຕ່າງປະເທດນຳເອົາຜົນງານແລະ ຜະລິ ຕະພັນໄອຊີທີເຂົ້າຮ່ວມວາງສະແດງແລະ ຈຳໜ່າຍຫລາຍກວ່າ 120 ຫ້ອງ
ເປັນຕົ້ນການນຳສະເໜີວິໄສທັດສູ່ປະເທດອັດສະລິຍະ, ຂໍ້ມູນທາງດ້ານແອບປຣີເຄຊັນ, ຄອມພິວເຕີ, ​ໂທລະສັບ, ​ເຕັກໂນໂລຊີອິນເຕີເນັດ, ອຸປະກອນໂທລະຄົມ, ນຳສະເໜີລະບົບຂາຍອອນລາຍ, ​ໄອຊີທີສຳລັບທຸລະກິດ, ການເງິນ, ທະນາຄານ, ​ເຕັກໂນໂລຊີດາວທຽມແລະ ອື່ນໆ.         ນອກຈາກນີ້ ຍັງມີການສຳມະນາໃນຫົວຂໍ້: ການເຕີບໃຫຍ່ຂອງທຸລະກິດທີ່ຖືກຊຸກຍູ້ໂດຍລະບົບຂໍ້ມູນຂ່າວສານ, ການແຂ່ງຂັນສ້າງແອບປຣີເຄຊັນ, ການແຂ່ງຂັນວາງແຜນສ້າງທຸລະກິດສຳລັບຜູ້ເລີ່ມຕົ້ນ, ປະກວດນາງແບບໄອຊີທີແລະ ການສະແດງສິລະປະວັນນະຄະດີຕ່າງໆ.
            ທ່ານລັດຖະມົນຕີກະຊວງດັ່ງກ່າວໃຫ້ຮູ້ວ່າ: ການຈັດງານດັ່ງກ່າວແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ພາກລັດ, ​ເອກະຊົນ ລວມເຖິງຜູ້ປະກອບການດ້ານໄອຊີທີແລະໂທລະຄົມມະນາຄົມໄດ້ມີໂອກາດນຳສະເໜີຜະລິດຕະພັນ, ການບໍລິການແລະ ນະວັດຕະກຳທາງດ້ານໄອຊີທີຂອງຕົນ ທັງເປັນເວທີແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາວຽກງານໄອຊີທີໃຫ້ມີຄວາມກ້າວໜ້າແລະເຕີບໃຫຍ່ຂະຫຍາຍຕົວໄປເລື້ອຍໆ.

            ງານດັ່ງກ່າວ​​ໄດ້ຮັບການຮ່ວມມືແລະ ສະໜັບສະໜູນຈາກຫລາຍພາກສ່ວນເປັນຕົ້ນກະ ຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານ, ກະຊວງວິທະຍາສາດແລະເຕັກໂນໂລຊີ, ການເງິນ, ​ແຜນການແລະ ການລົງທຶນ, ທະນາຄານກາງ, ສູນສະຖິຕິແຫ່ງຊາດ, ສາທາລະນະສຸກ, ຊັບພະ ຍາກອນທຳມະຊາດແລະ ສິ່ງແວດລ້ອມ, ກະສິກຳ-ປ່າໄມ້, ສະມາຄົມໄອຊີທີລາ, ບໍລິສັດຮົວເຫວີຍ, ລາວໂທລະຄົມ, ສະຕຣາໂທລະຄົມ, ອີທີແອແລະ ພາກສ່ວນອື່ນໆ. ດັ່ງນັ້ນ ຈຶ່ງຂໍເຊີນຊວນປະຊາຊົນບັນດາເຜົ່າ ກໍຄືຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມງານດັ່ງກ່າວໃຫ້ມີບັນຍາກາດຄຶກຄື້ນຍິ່ງຂຶ້ນ.

No comments:

Post a Comment