Ad

Ad

10 November 2016

ສະພາແຫ່ງຊາດ ສືບຕໍ່ປັບປຸງຮ່າງກົດໝາຍອີກ 2 ສະບັບ

          ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ປະຈຳວັນທີ 9 ພະຈິກນີ້, ສະມາຊິກສະພາແຫ່ງຊາດ, ໄດ້ສືບຕໍ່ຄົ້ນຄ້ວາພິຈາລະນາ ແລະ ປະກອບຄຳຄິດ ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ກົດໝາຍວ່າດ້ວຍທະນາຍ ຄວາມສະບັບປັບປຸງ, ​ເພື່ອແນໃສ່ເຮັດໃຫ້ກົດໝາຍທັງສອງສະບັບນີ້ ມີເນື້ອໃນສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ, ເນື່ອງຈາກໃນໄລຍະຜ່ານມາ ຍັງມີຄວາມຫຍຸ້ງຍາກສັບສົນສົມຄວນ ໃນການແກ້ໄຂຄຳຮ້ອງທຸກຂອງພົນລະເມືອງລາວ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍທະ ນາຍຄວາມ ເປັນບ່ອນອີງພື້ນຖານສຳຄັນ ແລະ ຈຳເປັນໃຫ້ແກ່ການຈັດຕັ້ງເຄື່ອນໄຫວຂອງ ສະພາທະນາຍຄວາມ ໃນໄລຍະຜ່ານມາເຮັດໃຫ້ບົດບາດ ແລະ ຊື່ສຽງຂອງທະນາຍຄວາມ ນັບມື້ສູງຂຶ້ນໃນສັງຄົມ, ພ້ອມທັງອຳນວຍຄວາມສະດວກໃຫ້ທະນາຍຄວາມໄດ້ໃຫ້ບໍລິການ ທາງກົດໝາຍໃນການດຳເນີນຄະດີຕາມຂະບວນຍຸຕິທຳ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງພົນລະເມືອງ. ຢ່າງໃດກໍຕາມ ກົດໝາຍສະບັບນີ້ຍັງມີບາງເນື້ອໃນ ທີ່ຍັງບໍ່ທັນສອດຄ່ອງ, ບໍ່ລະອຽດຈະແຈ້ງທັງບໍ່ທັນຮັບປະກັນ ແລະ ສະໜອງຄວາມຮຽກ ຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ຈຶ່ງຈຳເປັນຕ້ອງມີການປັບປຸງເພື່ອສ້າງຄວາມເຂັ້ມ ແຂງແກ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາທະນາຍຄວາມ; ກໍ່ສ້າງ ແລະ ປັບປຸງ ສະມາຊິກທະນາຍຄວາມທັງປະລິມານ ແລະ ຄຸນນະພາບ; ຂະຫຍາຍຕາໜ່າງການບໍລິ ການທາງດ້ານກົດໝາຍຂອງທະນາຍຄວາມລົງສູ່ຮາກຖານ.

          ທ່ານນາງ ບົວຄຳ ທິບພະວົງ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳ ມາທິການຍຸຕິທຳ ກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ກ່າວ ວ່າ: ໃນໄລຍະຜ່ານມາ ການນຳໃຊ້ກົດໝາຍສະບັບນີ້ ແມ່ນໄດ້ຮັບຜົນດີສົມຄວນ, ແຕ່ວ່າ ໃນດ້ານກົນໄກແບ່ງຂັ້ນຄຸ້ມຄອງ ແລະ ການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການ ພິຈາລະນາ ທັງສາມປະເພດຄຳຮ້ອງທຸກບໍ່ທັນມີປະສິດທິຜົນ, ທັງມີຄວາມສັບສົນບໍ່ຈະແຈ້ງ ເຮັດໃຫ້ມີຊ່ອງຫວ່າງ ແລະ ຊັກຊ້າແກ່ຍາວ ເຮັດໃຫ້ຄູ່ກໍລະນີຕ້ອງສົ່ງຄຳຮ້ອງທຸກຫາຫລາຍ ພາກສ່ວນ ແລະ ພາໃຫ້ມີສຽງຈົ່ມວ່າຈາກສັງຄົມຈາກສັງຄົມຕໍ່ການປະຕິບັດໜ້າທີ່ຂອງພະ ນັກງານຢ່າງຫລວງຫລາຍ, ເພື່ອຮັບປະກັນໃຫ້ການແກ້ໄຂຄຳຮ້ອງທຸກມີຄວາມຍຸຕິທຳ ແລະ ສອດຄ່ອງກັບ ພາລະບົດບາດຂອງອົງການທີ່ມີສິດອຳນາດໃນການແກ້ໄຂ ຈຶ່ງມີຄວາມຈໍາ ປັນຕ້ອງປັບປຸງກົດໝາຍສະບັບນີ້ຄືນໃໝ່ໃຫ້ມີຄວາມຖືກຕ້ອງກັບສະພາບຄວາມເປັນຈິງ

No comments:

Post a Comment