Ad

Ad

11 November 2016

ຮູ້​ແລ້ວ​ຢ່າ​ຕ່າວ​ພາ​ໂລ

ໂດຍ: ຄຳ​ເຜີຍ ສີ​ຊະນະ​ມຸງຄຸນ
    ໃນປະໂຫຍກຄຳເວົ້າທີ່ກ່າວມາຂ້າງເທິງນີ້, ຢາກໝາຍເຖິງວ່າມາຮອດປັດຈຸບັນພວມກ້າວເຂົ້າສູ່ໄລຍະແຫ່ງການຜັນຂະຫຍາຍມະຕິ 10 ຂອງພັກ ໄດ້ມີຫລາຍກະຊວງ, ຫລາຍກົມກອງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຕ່າງກໍມີການຈັດຕັ້ງຮໍ່າຮຽນເຊື່ອມຊຶມມະຕິດັ່ງກ່າວຢ່າງເປັນຂະບວນກວ້າງຂວາງ ຄືດັ່ງພວກ ເຮົາຮູ້ນຳກັນແລ້ວວ່າ: ມະຕິຄັ້ງທີ 10 ຂອງພັກປຽບເໝືອນຄໍາພີວິເສດທີ່ເປັນຫລັກມູນທາງດ້ານທິດສະດີ ທັງເປັນເຂັມຊີ້ທິດເຍືອງທາງແຫ່ງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດນັບແຕ່ນີ້ຫາປີ 2020. ອີກປະການໜຶ່ງ, ມາຮອດໄລຍະນີ້ກໍເຫັນວ່າ ກອງປະຊຸມວຽກງານກວດກາທົ່ວປະເທດເບື້ອງພັກ, ເບື້ອງລັດກໍໄດ້ສຳເລັດລົງໄປແລ້ວ. ນອກຈາກນັ້ນ ກອງປະຊຸມວຽກງານຈັດຕັ້ງ-ກໍ່ສ້າງພະນັກງານໃນທົ່ວປະເທດກໍໄດ້ສຳເລັດເຊັດຊິ້ນເປັນທີ່ຮຽບຮ້ອຍ.

    ສິ່ງດັ່ງກ່າວ, ໃນສອງຂົງເຂດນີ້ມັນລ້ວນແລ້ວແຕ່ເປັນຕົວຊີ້ວັດເຖິງຊາຕາກຳຂອງປະເທດຊາດ. ເປັນຫຍັງຈຶ່ງວ່າແນວນັ້ນ? ຍ້ອນວ່າມັນພົວພັນເຖິງພະນັກງານ (ຄົນ) ໂດຍກົງ. ພະນັກງານຈະດີ, ມີຄຸນທາດການເມືອງ, ມີຄວາມຮູ້ຄວາມສາມາດ, ຄຸນສົມບັດ ແລະ ມີຄວາມສັດຊື່ບໍລິສຸດນັ້ນມັນກໍຂຶ້ນກັບລະດັບຄົນຜູ້ໜຶ່ງ. ໃນກອງປະຊຸມວຽກງານກວດກາພັກທົ່ວປະເທດທີ່ຫາກໍສຳເລັດໄປຫວ່າງຫລັງນີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຂອງພັກ ເພິ່ນກໍໄດ້ມີຄຳເຫັນຊີ້ນຳໄປແລ້ວ. ຖ້າຈະສະຫລຸບພໍສັ້ນໆກໍແມ່ນວ່າ ນັບແຕ່ຄະນະລັດຖະບານຊຸດໃໝ່ (ຊຸດທີ 8) ໄດ້ກ້າວຂາເຂົ້າມາບໍລິຫານປົກຄອງບ້ານເມືອງກໍເຫັນວ່າໄດ້ມີປັດໄຈອັນໃໝ່ເກີດຂຶ້ນຫລາຍດ້ານ ບໍ່ວ່າຈະເປັນເລື່ອງໄມ້, ເລື່ອງເງິນ, ເລື່ອງສິນຄ້າ, ນ້ຳມັນ, ພາສີ, ພະນັກງານ ແລະ ເລື່ອງອື່ນໆ ນັບທັງນິຕິກຳ ແລະ ຂອດຈັດຕັ້ງປະຕິບັດ ນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນຮາກຖານ.
     ໂດຍລວມແລ້ວ, ເວົ້າເລື່ອງແນວທາງຂອງພັກ, ລະບຽບກົດໝາຍຂອງລັດສ່ວນຫລາຍພວກເຮົາກໍໄດ້ພາກັນຈັດຕັ້ງຄົ້ນຄວ້າຮໍ່າຮຽນແຫລກແຫລວ ແລະ ຊາບຊຶມຢ່າງເລິກເຊິ່ງເຖິງຖອງດີພໍສົມຄວນ ໂດຍສະເພາະແມ່ນຖັນແຖວພະນັກງານແກນນຳ, ບັນດາສະຫາຍສະມາຊິກພັກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ແຕ່ເມື່ອຮໍ່າຮຽນເຊື່ອມຊຶມໄປແລ້ວ, ເວົ້າເຖິງຂອດຈັດຕັ້ງປະຕິບັດບາງຄັ້ງມັນຍັງອືດປານດຶງຂາເຕົ່າ, ຍິ່ງໄປກວ່ານັ້ນ ບາງສະຫາຍ, ບາງຄົນຮູ້ແລ້ວຍັງຕ່າວພາໂລ. ຕົວຢ່າງ: ເວົ້າເລື່ອງການຫ້າມຕັດໄມ້ຍິ່ງໄປລັກຕັດເອົາຢູ່ໃນປ່າສະຫງວນ, ຫ້າມລ່າສັດປ່າຂ້າສັດນ້ຳຍັງເຫັນການຊື້ຂາຍກັນເປັນປົກກະຕິ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກ, ການຊື້ຂາຍ ແລະ ການນຳເຂົ້າ- ນໍາອອກສິນຄ້າກໍຫາທຸກວິທີ ເພື່ອ ຫລີກເວັ້ນພາສີ, ການເກັບລາຍຮັບເຂົ້າງົບປະມານຍັງມີການຮົ່ວໄຫລໄປຕາມຊ່ອງຫວ່າງ ແລະ ບັນຫາອື່ນໆ. ບັນດາປາກົດການທີ່ໄດ້ຍົກມານີ້ມັນຍັງເປັນພະຍາດຕິດແປດທີ່ຍັງເກາະຫ້ອຍຢູ່ນຳພວກເຮົາຄືຄົນກັບເງົາ.
     ສ່ວນວ່າຢາປົວນັ້ນມັນກໍຍັງພໍມີວິທີແກ້ ຖ້າພວກເຮົາຫາກພ້ອມກັນເຮັດ ຄືອັນທີໜຶ່ງແມ່ນຕ້ອງຫັນມະຕິຄັ້ງທີ 10 ຂອງພັກເຂົ້າສູ່ລວງເລິກຢ່າງແຂງແຮງ ແລະ ເລິກເຊິ່ງເຖິງຖອງ. ອັນທີສອງປະຕິບັດຄຳສັ່ງເລກທີ 15 ແລະ ຄຳສັ່ງອື່ນໆຂອງທ່ານນາຍົກລັດຖະມົນຕີ, ປະຕິບັດບັນດາຄຳສັ່ງຂອງທ່ານຮອງນາຍົກ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ກ່ຽວກັບການແກ້ໄຂພາຫະນະທີ່ນຳເຂົ້າຜິດກົດໝາຍ, ຄຳສັ່ງແນະນຳກ່ຽວກັບການນຳໃຊ້ເຄື່ອງມືທີ່ທັນສະໄໝ (ເອເລັກໂຕຣນິກ) ເຂົ້າສູ່ການຄຸ້ມຄອງລາຍຮັບ ນັບທັງຄຳສັ່ງປະຕິບັດອາກອນມູນຄ່າເພີ່ມ 10% ແລະ ບັນດາມະຕິຄຳສັ່ງອື່ນໆຕາມມະຕິຂອງພັກ ແລະ ກົດໝາຍຂອງລັດ. ຕາມເຮົາວ່າຈະເຮັດຫຍັງກໍເຮັດທຸກສິ່ງທຸກຢ່າງເບື້ອງໜຶ່ງມັນຂຶ້ນກັບຄົນຈະມີເຄື່ອງມືທັນສະໄໝດີປານໃດກໍຕາມ ຖ້າເຮົາບໍ່ນຳໃຊ້ໃຫ້ໝົດຄຸນຄ່າເຮັດຄືໂສ້ບໍ່ເຄັ່ງມັນກໍຈະກາຍເປັນຫຸ່ນ. ຖ້າຮູ້ແລ້ວພາກັນຕ່າວພາໂລນັ້ນມັນຍິ່ງເປັນການກົດໜ່ວງຖ່ວງດຶງຄວາມຈະເລີນກ້າວໜ້າຂອງຊາດ. ໃຫ້ພວກເຮົາ ທຸກຄົນເຂົ້າໃຈວ່າ ການຍາດແຍ່ງແຂ່ງຂັນອັນໃດກໍຕາມຜູ້ທີ່ໄປຮອດຫລັກໄຊກ່ອນໝູ່ນັ້ນລະຄືຜູ້ຊະນະ. ຄຳວ່າບຸນບ້ານເຮົາຄ່ອຍຫລິ້ນຄ່ອຍກິນນັ້ນເປັນຄຳເວົ້າທີ່ຫລ້າສະໄໝໄປແລ້ວ.


No comments:

Post a Comment