Ad

Ad

11 November 2016

ຈະຖືເອົາຄວາມໂປ່ງໃສ່ເປັນຫຼັກ ໃນການປະຕິສັງຂອນພະທາດຫຼວງ

          ຄະນະກຳມະການປະຕິສັງຂອນພະເທດຫຼວງໃຫ້ຮູ້ວ່າ: ພະທາດຫຼວງອັນເປັນສູນລວມທາງດ້ານວັດທະນະທຳ ແລະ ປະ ຫວັດສາດຂອງຊາດລາວເຮົາ, ທີ່ບົ່ງບອກເຖິງສີລະປະ, ລວດລາຍຕ່າງໆທາງດ້ານສະຖາປັດຕະຍະກຳລາວລ້ານຊ້າງອັນເປັນເອກະລັກຂອງຊາດ, ທັງເປັນສູນລວມທາງດ້ານຈິດໃຈ ແລະ ເປັນບ່ອນສັກກາລະບູຊາຂອງປວງຊົນລາວທັງຊາດແຕ່ໃດໆມາ ແລະ ມັນໄດ້ສ່ອງແສງເຖິງຄວາມເປັນຊາດລາວຈົນມາເຖິງປັດຈຸບັນນີ້. ແຕ່ການກໍສ້າງພະທາດໃຫຍ່ດັ່ງກ່າວກໍເປັນເວລາຫຼາຍຮ້ອຍປີມາແລ້ວ, ວັດສະດຸທີ່ໃຊ້ໃນການປະຕິສັງຂອນໃນໄລຍະກ່ອນຍັງອີງໃສ່ທຳມະຊາດເປັນຕົ້ນຕໍ ຈຶ່ງເຮັດໃຫ້ບໍ່ມີຄວາມທົນທານເຮັດໃຫ້ພະທາດຫຼວງມີສະພາບສຳຫຼຸດ, ຊຸມໂຊມຫຼາຍພໍສົມຄວນ, ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ທັງເປັນການກະກຽມໃຫ້ ແກ່ການສະເຫຼີມສະ ຫຼອງວັນສ້າງຕັ້ງພະທາດຫຼວງ
ວຽງຈັນຄົບຮອບ 450 ປີ , ພັກ ແລະ ລັດຖະບານຈຶ່ງໄດ້ມີທິດປະຕິຂັງຂອນພະທາດດັ່ງ ກ່າວຄືນໃໝ່ໃຫ້ມີຄວາມສວຍງາມ ແລະ ຄົງທົນກວ່າເກົ່າ ແລະ ທັງຮັບປະກັນການປົກປັກຮັກສາໄວ້ຊຶ່ງລວດລາຍ, ດອກດວງ ແລະ ເອກະລັກຄົງເດີມ, ທີ່ບົ່ງບອກເຖິງສີລະປະ, ວັດທະ ນະທຳທີ່ເປັນມູນເຊື້ອຂອງລາວເຮົາມາແຕ່ບູຮານນະການ ແລະ ມາຮອດດຽວນີ້ການປະຕິສັງຂອນພະ ທາດຫຼວງສຳເລັດໄປແລ້ວໄລຍະໜຶ່ງ ແລະ  ກໍເປັນໜ້າຍິນດີທີ່ປັດຈຸບັນໄດ້ມີຫຼາຍພາກສ່ວນ, ບໍລິສັດ, ຫ້າງຮ້ານ, ລວມເຖິງບຸກຄົນໄດ້ມີການປະກອບສ່ວນດ້ານວັດຖຸປັດ, ເງິນຄຳເຂົ້າໃນການປະຕິສັງ ຂອນຄັ້ງນີ້ແລ້ວຈຳນວນໜຶ່ງ, ແຕ່ເພື່ອຄວາມໝັ້ນໃຈຂອງປວງຊົນຄະນະກຳມະການປະຕິສັງຂອນໄດ້ຢືນຢັນວ່າ: ການປະຕິສັງຂອນຄັ້ງນີ້, ແມ່ນຖືເອົາການຮັບປະກັນຄວາມໂປງໃສ່ເປັນຫຼັກ, ໂດຍທາງຄະນະຮັບຜິດຊອບໄດ້ມີການແຕ່ງຕັ້ງໜ່ວຍງານການກວດກາຢ່າງລະອຽດທຸກຂັ້ນຕອນ ແລະ ທຸກການປະກອບສ່ວນຂອງສັງຄົມ, ເພື່ອຄວາມບໍລິສຸດຍຸຕິທຳສົມກັບຄຳເວົ້າທີ່ວ່າປວງຊົນລາວທັງຊາດເປັນຜູ້ສ້າງພະທາດຫຼວງຂຶ້ນມາ.

           ເຖິງຢ່າງໃດກໍຕາມສຳລັບການປະຕິສັງຂອນຄັ້ງນີ້ກໍຢາກໃຫ້ເປັນດັ່ງທຸກໆຄັ້ງທີ່ຜ່ານມາໂດຍປວງຊົນລາວທັງຊາດໄດ້ມີສ່ວນຮ່ວມ, ດັ່ງສະໄໝເຈົ້າ ໄຊເສດຖາ ທິລາດ ເຄີຍນຳພາປະຊາຊົນບູລະ ນະມາແລ້ວນັ້ນ, ດັ່ງນັ້ນຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ, ຄົນລາວທີ່ຢູ່ຕ່າງປະເທດ, ລວມທັງຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດຈົ່ງໄດ້ປະກອບສ່ວນວັດຖຸປັດໃຈເຂົ້າໃນການ ປະຕິສັງຂອນພະທາດຫຼວງຄັ້ງນີ້ໃຫ້ສໍາເລັດຢ່າງຈົບງາມ, ເພື່ອໃຫ້ພະພາດຫຼວງມີຄວາມສວຍງາມ ແລະ ຄົງຢູ່ຄູ່ບ້ານ, ຄູ່ເມືອງເຮົາຕະຫຼອດໄປ.

No comments:

Post a Comment