Ad

Ad

23 January 2014

ສະຖານທູດເອກອັກຄະລັດຖະທູດ ລາວປະຈຳສະຫະພັນຣັດເຊຍ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບລາວ ຄົບຮອບ 65 ປີ



      ຕອນແລງວັນທີ 17 ມັງກອນ 2014, ສະຖານເອກອັກຄະລັດທູດ ສປປ ລາວ ປະຈຳສະຫະພັນຣັດ ເຊຍໄດ້ຈັດງານສະ ເຫຼີມສະຫຼອງຢ່າງເປັນທາງການວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 65 ປີ ຢູ່ສະຖານເອກອັກຄະລັດ ທູດ ສປປ ລາວ ຢູ່ນະຄອນຫຼວງ ມົດສະກູ.
      ເຂົ້າຮ່ວມພິທີດັ່ງກ່າວ ຝ່າຍ ລາວມີທ່ານ ບຸບຜາ ເອກອັກຄະລັດທູດ, ທ່ານ ພັນເອກ ສີພັນ ພັນທະລາວົງ ທີ່ປຶກ ສາທູດຝ່າຍທະຫານພ້ອມພະນັກງານສະຖານທູດ, ຝ່າຍຣັດເຊຍມີທ່ານ ໂຊໂກ ລິນ ວຼາດີເມຍ ເລໂອນີດໂດວີສ໌ ປະທານ ຄະນະກຳມະການລະຫວ່າງຊາດດ້ານສະຖິຕິຣັດເຊຍ, ປະທານສະມາຄົມມິດຕະພາບຣັດເຊຍ-ລາວ, ພະນັກງານການນຳ ຝ່າຍທະຫານ ແລະ ພະນັກງານວິຊາການທະຫານຈາກກະຊວງປ້ອງກັນປະເທດ, ອົງການຮັກສາຄວາມໝັ້ນຄົງ, ຊ່ຽວ ຊານທະຫານທີ່ເຄີຍມາປະຕິບັດໜ້າທີ່ຢູ່ລາວ, ຕະຫຼອດເຖິງການນຳພາກລັດເປັນຕົ້ນແມ່ນຈາກ ກະຊວງການຕ່າງປະເທດ, ສະພາສູງ, ສະພາຕ່ຳ, ສະຖາບັນສຶກສາ, ຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ- ການຄ້າ ແລະ ເຕັກນິກວິທະຍາ ສາດຣັດເຊຍ-ລາວ, ສະມາຄົມມິດຕະພາບ ແລະ ອົງການຈັດຕັ້ງກ່ຽວຂ້ອງທັງສາຍພັກ ແລະ ອົງການຈັດຕັ້ງມະຫາຊົນຕະ
ຫຼອດເຖິງບັນດາທູຕານຸທູດ, ທີ່ປຶກສາທູດຝ່າຍທະຫານປະເທດອາຊຽນ, ປະເທດເພື່ອນມິດ ແລະ ປະເທດຂົງເຂດທີ່ສະຖານ ທູດຮັບຜິດຊອບ ແລະ ອື່ນໆ ຈຳນວນປະມານ 150 ກວ່າທ່ານເຂົ້າຮ່ວມ.
      ໂອກາດອອກຄຳເຫັນ, ທ່ານ ເອກອັກຄະລັດທູດໄດ້ເນັ້ນໃຫ້ ເຫັນເຖິງມູນເຊື້ອແຫ່ງການດຳເນີນການເຕີບໃຫຍ່ຂະ ຫຍາຍຕົວ, ບົດບາດ, ຄວາມເກັ່ງກ້າສາມາດ ແລະ ຄວາມສະຫຼາດຫຼັກແຫຼມກໍຄືໄຊຊະນະທີ່ບໍ່ມີວັນລືມຂອງກອງທັບປະຊາ ຊົນລາວໃນການນຳພາຕໍ່ສູ້ກັບສັດຕູໃນເມື່ອກ່ອນ ກໍຄືການປະຕິບັດສອງໜ້າທີ່ຍຸດ ທະສາດຂອງພັກໃນໄລຍະປັດຈຸ ບັນ. ອັນພົ້ນເດັ່ນແມ່ນພາຍໃນປະເທດສາມາດຮັກສາໄດ້ສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍໃນສັງ ຄົມ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງອັນເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ສປປ ລາວ ໄດ້ເຂົ້າຮ່ວມ ໃນການເຊື່ອມໂຍງກັບສາກົນ ແລະ ຂົງເຂດ, ເຂົ້າຮ່ວມໂຄງ ການຮ່ວມມືໃນຂອບອາຊຽນ ແລະ ຄູ່ຮ່ວມຂອງອາຊຽນຢ່າງ ມີຜົນສຳເລັດ, ພິເສດ ສປປ ລາວ ໄດ້ຖືກຮັບຮອງເປັນທາງການ ເຂົ້າໃນອົງການການຄ້າໂລກ ອັນເປັນການສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສົ່ງເສີມ ການຮ່ວມມືດ້ານການຄ້າ ແລະ ການລົງທຶນຢູ່ລາວ ກໍຄືການກະກຽມຂອງ ສປປ ລາວ ເພື່ອກ້າວ ເຂົ້າສູ່ປະຊາຄົມອາຊຽນ ໃນປີ 2015 ທັງໝົດນີ້ກໍເພື່ອບັນ ລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແລະ ການນຳເອົາປະເທດອອກຈາກສະຖານະພາບ ດ້ອຍພັດທະນາໃນປີ 2020.
      ນອກຈາກນັ້ນແລ້ວ, ທ່ານ ເອກອັກຄະລັດທູດຍັງໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານລະ ຫວ່າງລາວ-ຣັດເຊຍ, ມິດຕະພາບ ແລະ ການຮ່ວມມືທີ່ດີເລີດນັບມື້ເຕີບໃຫຍ່ຂະຫຍາຍຕົວເຊິ່ງເຫດການສຳຄັນກໍແມ່ນ ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳລະດັບສູງ ແລະ ການຍົກລະດັບກາ ພົວພັນຂຶ້ນສູ່ລະດັບ ຄູ່ຮ່ວມ ຍຸດທະສາດນຳກັນ. ທ່ານ ເອກອັກຄະລັດທູດໄດ້ຖືໂອກາດນີ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຈາກການນຳຂັ້ນສູງ ຂອງລາວມາຍັງການນຳລັດຖະບານ ແລະ ປະຊາຊົນຣັດເຊຍທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນເມື່ອ ກ່ອນກໍຄືການສ້າງສາ ແລະ ພັດທະນາເສດຖະກິດໃນໄລຍະປັດຈຸບັນ.
      ໃນການອອກຄຳເຫັນຂອງ ຝ່າຍຣັດເຊຍ, ທ່ານ ໂຊໂກລິນ ໄດ້ ສະແດງຄວາມຊົມເຊີຍຕໍ່ວັນສຳ ຄັນດັ່ງກ່າວ, ໄຊຊະນະ ແລະ ໝາກຜົນທີ່ກອງທັບເຮົາຍາດມາໄດ້ໃນໄລຍະແຫ່ງການຕໍ່ສ້ປົດ ປ່ອຍຊາດ ກໍຄືໄລຍະແຫ່ງການ ສ້າງສາພັດທະນາເສດຖະ ກິດໃນປັດຈຸບັນ, ທັງໄດ້ຕີລາຄາສູງທີ່ເຫັນວ່າສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ມິດຕະພາບ ແລະ ການຮ່ວມມືອັນດີລະ ຫວ່າງສອງປະເທດຣັດເຊຍ-ລາວ ໄດ້ຮັບ ການເຕີບໃຫຍ່ຂະຫຍາຍຕົວຢ່າງມີໝາກຜົນ.
      ກ່ອນໜ້ານີ້, ໃນວັນທີ 31 ທັນວາ 2013 ພາຍໃນສະຖານທູດກໍໄດ້ຈັດປາຖະກະຖາເລົ່າມູນເຊື້ອການກຳເນີດ, ເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ມູນເຊື້ອພິລະອາດ ຫານຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ຜູ້ນຳປະຕິວັດທີ່ ໄດ້ເສຍສະລະຊີວິດເລືອດເນື້ອເພື່ອພາລະກິດປົດປ່ອຍປະເທດຊາດໂດຍມີພະນັກງານພາຍໃນສະຖານທູດ, ນັກສຶກສາທະຫານ ມາຈາກຕ່າງແຂວງ, ນັກສຶກສາຝ່າຍພົນລະເຮືອນຕະຫຼອດຄົນ ລາວທີ່ດຳລົງຊີວິດຢູ່ຣັດເຊຍເຂົ້າຮ່ວມປະມານ 40 ກວ່າຄົນ, ທັງໄດ້ຖືໂອກາດນີ້ອອກແຮງງານລວມໝູ່, ອະນາໄມເດີ່ນສຳນັກງານສະຖານທູດເຊິ່ງເປັນການສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສຳຄັນທາງປະຫວັດສາດດັ່ງກ່າວ.

No comments:

Post a Comment