Ad

Ad

22 January 2014

ກະຊວງປ້ອງກັນປະເທດຈັດງານລ້ຽງສະຫລອງວັນສ້າງຕັ້ງກອງທັບຄົບຮອບ 65 ປີ


      ຕອນຄ່ຳວັນທີ 20 ມັງກອນ 2013 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດງານ ລ້ຽງເພື່ອສະເຫລີມສະຫລອງ ແລະ ຊົມເຊີຍບັນດາຜົນສຳເລັດທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະ 65 ປີ ຜ່ານມາທັງເປັນການປຸກລະດົມກຳລັງ ໃຈອັນໃຫຍ່ຫລວງໃຫ້ແກ່ກອງທັບປະຊາຊົນລາວກ້າວຂຶ້ນເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ ຢ່າງບໍ່ຢຸດຢັ້ງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີບັນດາການນຳພັກ-ລັດ, ອົງການຈັດຕັ້ງມະ ຫາຊົນ, ພະນັກງານນັກຮົບເກົ່າປະ ຕິວັດອາວຸໂສ,ພະນັກງານອາວຸໂສຂອງກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນຈຳນວນຫລວງຫລາຍ.

      ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການ ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ຕະຫລອດໄລຍະ 65 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວຊຶ່ງເວລາໃດກອງທັບກໍມີຄວາມຈົງຮັກພັກດີ, ບໍລິສຸດຕໍ່ພັກ-ຕໍ່ປະເທດຊາດ, ເປັນກຳລັງຫລັກແຫລ່ງຮັບປະ ກັນໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ແລະ ເປັນກຳລັງຫລັກແຫລ່ງໃນການຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຊຶ່ງຜົນສຳເລັດເຫລົ່າ ນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດ ຈາກການນຳພັກ-ລັດ ໂດຍສະເພາະຈາກກົມການເມືອງ-ຄະນະເລຂາທິການສູນ ກາງພັກ ແລະ ການອູ້ມຊູຊ່ວຍ ເຫລືອຂອງປະຊາຊົນລາວບັນດາເຜົ່າ ກໍຄືຂະແໜງການຕ່າງໆຈາກພາກລັດ ແລະ ເອກະຊົນ.
      ສະຫາຍ ພົນໂທ ດວງໃຈ ພິຈິດ ກ່າວຕື່ມວ່າ: ປີ 2014 ເປັນປີທີ່ປະເທດຊາດພວມກ້າວເຂົ້າສູ່ໄລຍະທ້າຍຂອງ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ແຂ່ງຂັນກັນ ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນປະຫັວດສາດສຳຄັນຂອງຊາດກໍຄືກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນອົງອາດກ້າຫານ, ກໍ່ສ້າງກອງທັບໃຫ້ກາຍ ເປັນກອງທັບປະຕິວັດ, ກອງທັບປະຊາຊົນລາວທີ່ມີແບບແຜນ ແລະ ທັນສະໄໝ, ມີຄວາມຈົງຮັກພັກດີ, ຕັ້ງຕໍ່ບໍລິ ສຸດຕໍ່ພັກ-ຕໍ່ປະເທດຊາດ ແລະ ປະຊາຊົນ; ເປັນເສົາຄ້ຳອັນແໜ້ນແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ,ເປັນກຳລັງຫລັກແຫລ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີ ຄວາມສະຫງົບປອດໄພຢ່າງໜັກແໜ້ນ.

No comments:

Post a Comment