Ad

Ad

30 September 2016

ການສັນຈອນທາງປາກຊັນ-ຊຽງຂວາງມີຄວາມຫຍຸ້ງຍາກຫຼາຍ

           ປັດຈຸບັນສະພາບການສັນຈອນໃນເສັ້ນທາງລະຫວ່າງແຂວງພາກເໜືອ, ໂດຍສະເພາະທາງປາກຊັນ-ຊຽງຂວາງ ນັບວ່າມີຄວາມຫຍຸ້ງຍາກຫລາຍ, ຍ້ອນສະພາບຝົນຕົກໝັກໃນຜ່ານມາ, ສົ່ງຜົນໃຫ້ເສັ້ນທາງດັ່ງກ່າວຖືກເຊາະເຈື່ອນ, ເປັນບວກຂຸມ, ມີສະພາບຊຸດໂຊມເປ່ເພໜັກໜ່ວງ, ຫລາຍຍ່ານເປັນຂຸມເລິກຈົນເກືອບບໍ່ສາມາດໄປມາໄດ້, ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ຜູ້ທີ່ດຳລົງຊີວິດຢູ່ເຂດໃກ້ຄຽງ, ດັ່ງໂຊເຟີລົດເມທ່ານໜຶ່ງທີ່ຂັບລົດລະຫວ່າງຊຽງຂວາງ-ນະຄອນຫຼວງວຽງຈັນ ເລົ່າສູ່ນັກຂ່າວພວກເຮົາຟັງວ່າ: ເຊັ່ນດຽວກັບທຸກໆປີພໍຮອດລະດູຝົນເສັ້ນທາງລະຫວ່າງຊຽງຂວາງອອກມາຫານະ ຄອນຫຼວງວຽງຈັນມັກມີສະພາບເປ່ເພຈາກໄພ
ທຳມະຊາດ, ເຮັດໃຫ້ການສັນຈອນພົບຄວາມລຳບາກເປັນທີ່ສຸດ, ແຕ່ຍັງໂຊກດີທີ່ປີນີ້ມີໜ່ວຍງານຈາກພາກສ່ວນກ່ຽວຂ້ອງມາປະຈຳຢູ່ເສັ້ນທາງດັ່ງກ່າວ, ເພື່ອສ້ອມແປງສຸກເສີນໃຫ້ລົດສາມາດສັນຈອນໄປມາໄດ້. ຂະນະທີ່ພາກສ່ວນກ່ຽວຂ້ອງກໍຍອມຮັບວ່າຈະເລັ່ງປົວແປງເສັ້ນທາງດັ່ງກ່າວຫຼັງຈາກລະດູຝົນນີ້, ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍດີຂື້ນ,ເພາະແມ່ນເສັ້ນທາງຍຸດທະສາດສຳຄັນໜຶ່ງເພື່ອເຊື່ອມຕໍ່ລະຫວ່າງແຂວງພາກ

ເໜືອດ້ວຍກັນ.

No comments:

Post a Comment