Ad

Ad

30 September 2016

ລະດົມແນວຄິດພາກທຸລະກິດໃສ່ຮ່າງກົດໝາຍສົ່ງເສີມການລົງທຶນສະບັບປັບປຸງ


          ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຮ່ວມກັບໂຄງການສະໜັບສະໜູນການພັດທະນາພາກທຸລະກິດໃນລຸ່ມແມ່ນ້ຳຂອງ, ໄດ້ຈັດກອງປະຊຸຸມປຶກສາຫາລືປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ເພື່ອເປີດໂອກາດໃຫ້ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດໄດ້ສະເໜີຄວາມຄິດເຫັນໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ຮ່າງກົດໝາຍດັ່ງ ກ່າວມີເນື້ອໃນຄົບຖ້ວນ, ສົມບູນ, ສອດຄ່ອງກັບສະພາບການພັດທະນາຂອງປະເທດເຮົາ, ທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນດີຂຶ້ນ.
             ທ່ານນາງ ວາລີ ເວດຊະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທັງເປັນປະທານກອງປະຊຸມດັ່ງກ່າວໄດ້ມີຄໍາເຫັນວ່າ: ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບນີ້, ສ້າງຂຶ້ນບົນພື້ນຖານຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາເສດຖະກິດ-ສັງ ຄົມ ກໍຄືບັນດາຫົວໜ່ວຍທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ເນື່ອງຈາກກົດໝາຍດັ່ງກ່າວແມ່ນນິຕິກໍາສໍາຄັນທີ່ກໍານົດຫລັກການ, ລະບຽບການ, ນະໂຍບາຍ ແລະ ມາດຕະການໃນການສົ່ງເສີມ, ຄຸ້ມຄອງ ແລະ ການລົງທຶນຢູ່ລາວ. ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດໃນນາມເປັນຂົວຕໍ່ລະຫວ່າງອົງການຈັດຕັ້ງຫົວໜ່ວຍທຸລະກິດຈຶ່ງໄດ້ສະເໜີລັດຖະບານ ເພື່ອໃຫ້ມີ
ການປັບປຸງບັນດານິຕິກໍາຕ່າງໆກ່ຽວຂ້ອງກັບຂົງເຂດທຸລະກິດ, ພ້ອມທັງລະດົມແນວຄວາມຄິດເຫັນທີ່ມີປະໂຫຍດສໍາຄັນຈາກບັນດາພາກທຸລະກິດຢ່າງກ້ວາງຂວາງ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບເງື່ອນໄຂສະພາບການພັດທະນາຕົວຈິງຢູ່ປະເທດເຮົາ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

           ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 29 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໂດຍມີນັກລົງທຶນ, ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວຍຫລາຍ.

No comments:

Post a Comment