Ad

Ad

3 October 2016

“ເກນຢາ” ຜະເດັດເສິກກັບການຄ້າງາຊ້າງ

# ວິເສດ ສະແຫວງສຶກສາ

            ຫວ່າງບໍ່ເຫິງມານີ້, ບາງປະເທດ ແດນຊ້າງໃນທະວີບອາຟຣິກາເຊັ່ນ: ອາຟຣິກາໃຕ້, ຊິມບັບເວ ແລະ ນາມີບີ ໄດ້ສະເໜີຂໍໂກຕາຂາຍງາຊ້າງ, ເວົ້າອີກຈັ່ງໜຶ່ງກໍແມ່ນຂໍໃຫ້ຄະນະກຳມາທິການສົນທິສັນຍາສາກົນກ່ຽວກັບການຄ້າຂາຍພັນສັດ ແລະ ພືດພັນທີ່ຫາຍາກ (CITES) ຍົກເລີກການຫ້າມຄ້າງາຊ້າງ ໂດຍສະເພາະແມ່ນສຳລັບ 3 ປະເທດທີ່ເອີ່ຍຊື່ມານັ້ນ. ເຫດຜົນທີ່ມີການສະເໜີຄ້າງາຊ້າງຄືນກໍເພາະວ່າພົນລະເມືອງຊ້າງໃນສາມປະເທດດັ່ງກ່າວມີຈຳນວນເພີ່ມຂຶ້ນຈົນຊິລົ້ນປະ ເທດ ເນື່ອງຈາກວ່າຄຳສະເໜີນີ້ມີຂຶ້ນຫວ່າງບໍ່ພໍເທົ່າໃດມື້ຫລັງນີ້. ດັ່ງນັ້ນ ຈຶ່ງຍັງບໍ່ທັນມີຂ່າວເລື່ອງຄຳຕອບຈາກ CITES ວ່າຈະໃຫ້ ຫລື ຈະສືບຕໍ່ຫ້າມການຄ້າງາຊ້າງ. ສໍາລັບຜູ້ຂຽນແລ້ວ ແນ່ໃຈເກີນຮ້ອຍວ່າຄຳສະເໜີຂອງສາມ
ປະເທດຈະຖືກປະຕິເສດ ເພາະການຫ້າມຄ້າສັດປ່າພືດພັນທີ່ໃກ້ຈະສູນພັນນັ້ນຈະແຍກປະຕິບັດເປັນແຕ່ລະກໍລະນີໄປບໍ່ໄດ້ເດັດຂາດ. ຖ້າອະນຸຍາດໃຫ້ປະເທດໃດໜຶ່ງຄ້າໄດ້, ແນ່ນອນອີກຫລາຍໆປະເທດກໍຄົງຈະເອົາເປັນຂໍ້ອ້າງ, ແລ້ວສົນທິສັນຍາ CITES ກໍຈະເປັນໝັນທັນທີ. ເຖິງວ່າພົນລະເມືອງຊ້າງຈະເພີ່ມຂຶ້ນຢ່າງໄວວາໃນອາຟຣິກາໃຕ້, ຊິມບັບເວ ແລະ ນາມີບີ, ແຕ່ໂດຍ ລວມແລ້ວ ຈຳນວນຊ້າງໄດ້ບົກແຫ້ງລົງຢ່າງໜ້າຕົກໃຈ. ປະເທດເກນຢາໃນເມື່ອກ່ອນເອີ້ນກັນວ່າແດນຊ້າງ, ແຕ່ຍ້ອນການຄວບຄຸມ ແລະ ຄຸ້ມຄອງບໍ່ດີຈຳນວນຊ້າງຈຶ່ງໄດ້ຫລຸດຈຳນວນລົງຈຸຂີດແດງ. ຍ້ອນແນວນັ້ນເອງ ປະເທດເກນຢາຈຶ່ງມີຈຸດຢືນທີ່ຍ່າງສວນທາງກັບທັດສະນະຂອງສາມປະເທດທີ່ສະເໜີຂໍສິດຄ້າງາຊ້າງຄືນ. ມາດຕະການຕ້ານການຄ້າງາຊ້າງຂອງເກນຢານັ້ນດຳເນີນໄປດ້ວຍມາດຕະການ ສອງສົ້ນຄືພາຍໃນປະເທດຂອງຕົນທີ່ເປັນແຫລ່ງສິນຄ້າ (ງາຊ້າງ) ແລະ ຮ່ວມມືດຳເນີນການປາບປາມກັບປະເທດທີ່ເປັນປາຍທາງຂອງສິນຄ້າ (ປະເທດທີ່ຊື້) ເຊິ່ງໄດ້ແກ່ ສປ ຈີນ ເປັນຕົ້ນຕໍ່. ຂ່າວຕ່າງປະເທດຈາກໜັງສືພິມຂ່າວສານປະເທດລາວພາສາອັງກິດ (KPL News) ສະບັບວັນທີ 27 ເດືອນກັນຍາປີນີ້ ໃຫ້ຮູ້ວ່າ: ລັດຖະບານ ສປ ຈີນ ໄດ້ເອົາບົດບາດສຸດທີ່ສຳຄັນໃນການຈັດຕັ້ງກອງທຶນ ເພື່ອການເຄື່ອນໄຫວຕ້ານການລ່າຊ້າງເອົາງາໃນອາຟຣິກາໄປພ້ອມໆກັບມາດຕະການຈຳກັດຄວາມຕ້ອງການງາຊ້າງຢູ່ພາຍໃນປະເທດ. ໃນມາຕະການປ້ອງກັນທັງສອງສົ້ນຂອງເກນຢານັ້ນ, ທາງການຂອງປະເທດນີ້ໄດ້ພິຈາລະນາເປົ້າໝາຍຈັບກຸມ ແລະ ລົງໂທດຜູ້ຊື້ງາຊ້າງຢູ່ຕ່າງປະເທດນຳ. ໃນຕົ້ນປີນີ້, ທາງການເກນຢາໄດ້ຈັດພິທີຈູດງາຊ້າງ ແລະ ນໍແຮດຈຳນວນຫລາຍກວ່າ 100 ໂຕນ ເພື່ອສົ່ງສັນຍານໃຫ້ທົ່ວໂລກຮູ້ວ່າ: ລັດຖະບານເກນຢາຂອງປະທານາທິບໍດີ ອູຮູຣູ ເຄນຢັດຕາ ເອົາຈິງເອົາຈັງໃນບັ້ນຮົບຕ້ານການຄ້າງາຊ້າງ. ທ່ານ ນາບານ ກັດຕຸນດູ (Nathan Gatundu) ຫົວໜ້າຫ້ອງການອະນຸລັກສັດປ່າຂອງເກນຢາ ມີຄຳເຫັນກ່ຽວກັບຄວາມຈຳເປັນທີ່ຈະຕ້ອງປິດຕະຫລາດງາຊ້າງຢູ່ຕ່າງປະເທດວ່າ: ເມື່ອປະເທດຕ່າງໆຫລຸດຈຳນວນຕະຫລາດ (ງາຊ້າງ) ຂອງພວກເຂົາລົງ ແນ່ນອນການຄ້າງາຊ້າງທີ່ຜິດກົດໝາຍໃນເກນຢາກໍສິ້ນສຸດລົງ ເພາະບໍ່ມີສິ່ງດຶງດູດ ແລ້ວຊ້າງທີ່ເປັນມໍລະດົກຂອງພວກເຮົາກໍຈະສືບຕໍ່ຍືນຍົງ”. ປະເທດເກນຢາເຄີຍເປັນປະເທດທີ່ມີຈຳນວນຊ້າງຫລາຍເປັນທີໜຶ່ງຂອງໂລກ, ແຕ່ສະຖິຕິຊີ້ອອກວ່າ: ໃນໄລຍະແຕ່ປີ 2011 ເຖິງປີ 2014 ຈຳນວນຊ້າງໄດ້ຫລຸດລົງເຖິງ 12%. ບົດຮຽນຂອງເກນຢາໃນການແກ້ໄຂບັນຫາ ສອງສົ້ນກັບການຄ້າງາຊ້າງນີ້ ອາດເປັນຕົວຢ່າງທີ່ດີໃນການແກ້ໄຂບັນຫາອາຊະຍາກຳອື່ນໆ ທີ່ຕ້ອງໄດ້ແກ້ທັງຢູ່ຕົ້ນທາງ ແລະ ປາຍທາງຈຶ່ງຈະສຳເລັດລົງໄດ້.

No comments:

Post a Comment