Ad

Ad

3 October 2016

ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອກອອກເພີ່ມເປັນ 10 ຄົນແລ້ວ

  ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກຕໍ່ນັກຂ່າວພວກເຮົາໃນວັນທີ 30 ກັນຍານີ້ວ່າ: ປັດຈຸບັນສະພາບການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ຢູ່ຫລາຍແຂວງແມ່ນຍັງມີແນວໂນ້ມເພີ່ມຂື້ນເລື້ອຍໆ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 3.800 ກໍລະນີ ເພີ່ມຂື້ນຈາກເດືອນຜ່ານມາ 600 ກວ່າກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 10 ຄົນຄື: ຢູ່ແຂວງຈຳປາສັກມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 1.200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ, ບໍລິຄຳໄຊຫຼາຍກວ່າ 500  ກໍລະນີເສຍຊີວິດ 1 ຄົນ, ຄຳມ່ວນ 500 ກວ່າກໍລະນີ, ນະຄອນຫຼວງວຽງຈັນ 440 ກວ່າກໍລະນີເສຍຊີວິດ 1 ຄົນ, ສະ ຫວັນນະເຂດ 400 ກວ່າກໍລະນີ, ສາລະວັນ 170 ກວ່າກໍລະນີເສຍຊີວິດ 1 ຄົນ, ອັດຕະປື 125 ກໍລະນີ, ເຊກອງ 100 ກວ່າກໍລະນີ, ຫຼວງພະບາງ 100 ກ່ວາກໍລະນີ, ແຂວງວຽງຈັນ 100 ກວ່າກໍລະນີ, ອຸດົມໄຊ 84 ກໍລະນີ, ຫຼວງນ້ຳທາ 23
ກໍລະນີ. ສຳລັບແຂວງອື່ນໆກໍມີຜູ້ຕິດເຊື້ອຈຳນວນໜຶ່ງ ແລະ ຕໍ່ສະພາບດັ່ງກ່າວ, ເຖິງວ່າຜ່ານມາ, ກະຊວງສາທາລະນະສຸກໄດ້ສຸມໃສ່ເລັ່ງສະກັດກັ້ນພະຍາດດັ່ງກ່າວໂດຍໄດ້ສົມທົບກັບທ້ອງຖິ່ນລົງໃຫ້ຄວາມຮູ້ໃນການປ້ອງກັນຕົນເອງ ແລະ ການທຳ ລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂາມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງຂື້ນເລື້ອຍໆ. ປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການປະຕິບັດຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອບໍ່ໃຫ້ພະຍາດນີ້ລະບາດອອກສູ່ວົງກວ້າງ.

No comments:

Post a Comment