Ad

Ad

3 October 2016

ຫລາຍເສັ້ນທາງໃນຕົວເມືອງຊຸດໂຊມເປ່ເພ

           ປັດຈຸບັນປາກົດວ່າຫລາຍເສັ້ນທາງໃນຕົວເມືອງມີສະພາບຊຸດໂຊມເປ່ເພສົມຄວນ, ສາເຫດຕົ້ນຕໍກໍຍ້ອນການກໍ່ສ້າງບໍ່ຮັບປະກັນດ້ານເຕັກນິກ, ບາງເສັ້ນທາງບໍ່ມີຮອດຮ່ອງລະບາຍນໍ້າ ຫລື ຖ້າມີກໍແມ່ນຖືກອຸດຕັນຈາກຂີ້ດິນ ແລະ ເສດຂີ້ເຫຍື້ອຕ່າງໆ, ເຮັດໃຫ້ເກີດມີນໍ້າອັ່ງຂັງພາໃຫ້ເສັ້ນທາງເປ່ເພໄດ້ງ່າຍ ແລະ ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນໄປມາ, ດັ່ງບໍລິເວນເສັ້ນທາງສາມແຍກໂຮງຮຽນປະຖົມນາໄຮ່ດຽວ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ປະກົດເຫັນມີນໍ້າອັ່ງຂັງຕະຫລອດເວລາ ແລະ ກັດເຊາະເປັນພື້ນທາງຈົນເກີດເປັນຂຸມເປັນບວກນັບມື້ກວ້າງອອກ ແລະ ເລິກ, ຍ້ອນຮ່ອງລະບາຍນໍ້າຂອງເສັ້ນທາງມີໜາດນ້ອຍ ແລະ ບາງຍ່ານມີຂີ້ດິນອຸດຕັນເປັນຈໍານວນຫລາຍຈຶ່ງພາໃຫ້ມີນໍ້າອັ່ງຂັງເປັນ
ປະຈໍາ, ເສັ້ນທາງດັ່ງກ່າວແມ່ນທາງປູຢາງສາຍໜຶ່ງທີ່ມີອາຍຸເກົ່າແກ່ ແລະ ມີພາຫະນະສັນຈອນໄປມາຫລາຍໃນແຕ່ລະມື້, ເຊິ່ງພາຍຫລັງເກີດສະພາບທີ່ບໍ່ດີດັ່ງກ່າວກໍໄດ້ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນຫລາຍສົມຄວນ ແລະ ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດຕາມມາ. ນອກຈາກນີ້, ກໍຍັງມີຫລາຍເສັ້ນທາງໃນຕົວເມືອງທີ່ຕົກຢູ່ໃນສະພາບແບບດຽວກັນ, ເຊິ່ງຖ້າປະປ່ອຍໄປດົນຍິ່ງຈະເປ່ເພຫລາຍຂຶ້ນ ແລະ ອາດເຮັດໃຫ້ສູນເສຍງົບປະມານລັດເປັນຈໍານວນຫລາຍໃນການບູລະນະສ້ອມແປງ.

No comments:

Post a Comment