Ad

Ad

3 October 2016

ເກີດການເບື່ອສານຂ້າແມງໄມ້ຢູ່ສວນກ້ວຍເມືອງປາກງື່ມ

  ຫົວໜ້າຂະແໜງລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງວຽງຈັນທ່ານ ຈັນທະໄລ ໄຊຍະວົງ ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ກັນຍານຜ່ານມານີ້, ໜ່ວຍງານຂອງຕົນໄດ້ຮັບແຈ້ງມີປະຊາຊົນເບື່ອຢາຂ້າແມງໄມ້ຢູ່ສວນກ້ວຍແຫ່ງໜຶ່ງທີ່ບ້ານຊຽງແລ, ເມືອງປາກງື່ມ, ນະຄອນ ຫລວງວຽງຈັນ, ຊຶ່ງຜ່ານການລົງສືບສວນຕົວຈິງເຫັນວ່າ: ເປັນການເບື່ອຢາຂ້າແມງໄມ້ແທ້ຈົນໄດ້ນໍາ
ສົ່ງໂຮງໝໍ 5 ຄົນ, ພາຍຫລັງທີ່ມີອາການເມົາ, ລາຍຕາ, ວິນຫົວ, ປວດຮາກ,ຈາກການໃຊ້ສານເຄມີຢາຂ້າແມງໄມ້ໃນສວນກ້ວຍດັ່ງກ່າວ, ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ, ເນື່ອງຈາກການໃຊ້ສານເຄມີຂ້າແມງໄມ້ເກີນ
ຂະໜາດ ແລະ ຜູ້ເບື່ອບໍ່ໄດ້ປ່ອງກັນຕົວເອງຕາມຄໍາແນະນໍາເຊັ່ນ: ບໍ່ໃສ່ຖົງມື, ຜ້າອັດປາກ ແລະ ເກີບໂບກໃນເວລາໃຊ້ສານເຄມີດັ່ງກ່າວ.
   ເຖິງຢ່າງໃດກໍຕາມ, ປັດຈຸບັນພາກສ່ວນສາທາລະນະສຸກ ແລະ ກະສິກໍາ-ປ່າໄມ້ ພວມເລັ່ງກວດກາລະດັບການນໍາໃຊ້ສານເຄມີດັ່ງກ່າວແທດເໝາະກັບການແນະນໍາຂອງ ແລະ ການອະນຸຍາດ ນໍາໃຊ້ຂອງປະເທດເຮົາຫລືບໍ່ ແລະ ຜ່ານມາເຈົ້າຂອງສວນກ້ວຍແຫ່ງນີ້ບໍ່ໃຫ້ການຮ່ວມມືກັບພາກສ່ວນກ່ຽວຂ້ອງດີເທົ່າທີ່ຄວນ, ເມື່ອເກີດກໍລະນີດັ່ງກ່າວກໍບໍ່ມີການສະເໜີພາກສ່ວນກ່ຽວຂ້ອງ ກໍຄືຫ້ອງການກະສິກໍາ-ປ່າໄມ້ເມືອງຮັບຊາບແຕ່ຢ່າງໃດ ແລະ ເບື້ອງຕົ້ນຂະແໜງສາທາລະນະສຸກ ກໍໄດ້ເຕືອນໃຫ້ປະຊາຊົນທີ່ເຮັດວຽກຢູ່ສວນກ້ວຍດັ່ງກ່າວມາແລ້ວວ່າໃຫ້ເອົາໃຈໃສ່ປ້ອງກັນຕົນເອງໃນການນໍາໃຊ້ສານເຄມີ, ພ້ອມທັງໄດ້ແນະນໍາວິທີເບື້ອງຕົ້ນໃນເວລາໄດ້ຮັບຜົນກະທົບຈາກສານເຄມີດັ່ງກ່າວ, ພ້ອມ

ທັງໃຫ້ຕິດຕາມສຸຂະພາບຂອງຕົນເປັນປະຈໍາ, ຖ້າຫາກມີອາການຜິດປົກກະຕິໃຫ້ລາຍງານພາກສ່ວນກ່ຽວຂ້ອງ, ພ້ອມໄປພົບແພດໝໍໂດຍດ່ວນ.

No comments:

Post a Comment