Ad

Ad

3 October 2016

ສະຖາບັນວິຈິດສິນແຫ່ງຊາດ ສຳເລັດສ້າງບຸກຄະລາກອນໃໝ່

          ສະຖາບັນວິຈິດສິນແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາ ລະດັບອານຸປະລິນຍາຕີ ຮຸ່ນທີ 6 ແລະ ລະດັບປະລິນຍາຕີ ຮຸ່ນທີ 10 ໃນສົກສຶກສາ 2015-2016 ຂຶ້ນໃນວັນທີ 30 ກັນຍານີ້, ທີ່ສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

          ທ່ານ ໄມ່ສິງ ຈັນບຸດີ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫລຸບການຈັດ ຕັ້ງປະຕິບັດວຽກງານໂດຍຫຍໍ້ວ່າ: ໃນສົກຮຽນ 2015-2016 ໄດ້ມີຜູ້ສຳເລັດການສຶກສາທັງໝົດ 44 ຄົນ ໃນລະດັບອານຸປະລິນຍາ 18 ຄົນ, ຍິງ 2 ຄົນ, ຈາກສາຂາພາກວິຊາຈິດຕະກຳ, ພາກວິຊາພາບພິມ, ພາກ
ວິຊາ ສິລະປະພື້ນເມືອງ ແລະ ປະຕິສັງຂອນ, ພາກວິຊາ ອອກແບບນິເທດສິນ, ພາກວິຊາປະຕິມະກຳປະກອບມີ 3 ສາຂາຄື: ສາຂາຄວັດແກະສະຫລັກໄມ້, ສາຂາປັ້ນ-ຫລໍ່, ສາຂາວິຊາປັ້ນດິນເຜົາ, ສຳລັບລະດັບປະລິນຍາຕີ ມີ 26 ຄົນ, ຍິງ 5 ຄົນ ຈາກສາຂາພາກວິຊາ ຈິດຕະກຳ, ພາກວິຊາປະຕິມະກຳ ແລະ ພາກວິຊາສິລະປະພື້ນເມືອງ, ຊຶ່ງບັນດານັກສຶກສາທີ່ຈົບໄປ ຈະໄດ້ໄປປະກອບອາຊີບ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດສັງຄົມ ແລະ ວັດທະນະທຳຂອງຊາດໃຫ້ມີຄາມຈະເລີນກ້າວໜ້າ.

No comments:

Post a Comment