Ad

Ad

3 October 2016

ກະຊວງແຮງງານ ແລະ ສະຫວັດດີການສັງຄົມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ

          ວັນທີ 29 ກັນຍາຜ່ານມານີ້, ກົມປະກັນສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ, ຂຶ້ນທີ່ນະ ຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານນາງ ແກ້ວ ຈັນທະວິໄຊ ຫົວໜ້າກົມປະກັນສັງຄົມ ແລະ ພະນັງງານອ້ອມຂ້າງກະຊວງເຂົ້າຮ່ວມຢ່າງຫລວງຫລາຍກົດໝາຍດັ່ງກ່າວ ປະກອບມີ 9 ພາກ, 16 ໝວດ ແລະ 94 ມາດ ຕາ, ໄດ້ກຳນົດກ່ຽວກັບສິດທິ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊິກປະກັນສັງຄົມ, ເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ກັບເນື້ອໃນຂອງກົດໝາຍວ່າດັ່ງກ່າວຢ່າງເລິກ
ເຊິ່ງ, ເພື່ອນຳໄປຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດ ທິຜົນສູງສຸດ.

          ທ່ານຫົວໜ້າກົມປະກັນສັງຄົມ ກ່າວວ່າ: ການປົກປ້ອງສັງ ຄົມ ແມ່ນນະໂຍບາຍໜຶ່ງຂອງລັດຖະບານລາວ ທີ່ແນໃສ່ຄ້ຳປະກັນການດຳລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງດອງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນະໂຍບາຍປະກັນສັງຄົມໝາຍເຖິງການດັດສົມ ການແຈກຢາຍລາຍໄດ້ແຫ່ງຊາດໃຫ້ສົມເຫດສົມຜົນ ທັງແມ່ນການປະຕິບັດພັນທະຂອງລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນໃນບັນດາຂະແໜງການຕ່າງໆ ດ້ວຍການອອກເງິນສົມທົບເຂົ້າກອງປະທຶນປະກັນສັງຄົມແຫ່ງຊາດ ເພື່ອສະສົມເປັນກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ຮັບປະກັນການສະໜອງເງິນອຸຸດໜູນຕ່າງໆໃຫ້ຜູ້ປະກັນຕົນ, ຊຶ່ງຈະເຮັດໃຫ້ຊາວຜູ້ອອກແຮງງານ ກໍຄືພົນລະເມືອງລາວໄດ້ດຳລົງຊີວິດຢ່າງມີຄວາມສຸກ, ມີຄວາມເອື້ອຍເຟື້ອເຜື່ອແຜ່ ແລະ ສາມັກຄີຊ່ວຍເຫລືອຊຶ່ງກັນ ແລະ ກັນຢູ່ໃນສັງຄົມດຽວກັນ, ເພື່ອໃຫ້ສັງຄົມໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກກະພາບ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ມີປະສິດທິຜົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຈຶ່ງໄດ້ຈັດຕັ້ງປະຕິບັດການເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ບົດແນະນຳການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນຂອບເຂດທົ່ວປະເທດ.

No comments:

Post a Comment