Ad

Ad

3 October 2016

ຂົວອູ່ຂ້າມນ້ຳແຊງເພກະທັນຫັນມີນັກຮຽນຕົກເສຍຊີວິດ 2 ຄົນ

           ໃນຕອນເຊົ້າວັນທີ 30 ກັນຍານີ້, ໄດ້ເກີດເຫດຂົວອູ່ຂ້າມນໍ້າແຊງເປ່ເພກະທັນຫັນອັນໄດ້ເປັນຜົນເຮັດໃຫ້ນັກຮຽນເສຍຊີວິດແລ້ວ 2 ຄົນເປັນຍີງ 1 ຄົນ ແລະ ຊາຍ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍສີບຄົນ, ເຫດການດັ່ງກ່າວແມ່ນເກີດຂຶ້ນເນື່ອງມາຈາກເປັນຂົວເກົ່າທີ່ໄດ້ຮັບການກໍ່ສ້າງມາແຕ່ປີ 2012 ດ້ວຍງົບປະມານຂອງເມືອງໃນມູນຄ່າ 600 ລ້ານກ່າວກີບ, ໂດຍແມ່ນບໍລິສັດ ອ່ອນສີກໍ່ສ້າງຂົວທາງເປັນຜູ້ຮັບເໝົາກໍ່ສ້າງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນຊັ້ນ ມ 3 ຫາ ມ 7 ທີ່ຂ້າມໄປຮຽນຢູ່ຟາກກົງກັນຂ້າມກັບສໍານັກງານ
ອົງການຂອງເມືອງໃນປັດຈຸບັນ, ຊຶ່ງເຫດການໄດ້ເກີດຂື້ນໃນໄລຍະທີ່ນັກຮຽນພວມເດີນທາງໄປໂຮງຮຽນ. ຕາມການສຳຫຼວດຂອງວິຊາການຂອງເມືອງແມ່ນອາດຈະເກີດຈາກສະພາບຄວາມຊຸດໂຊມຂອງຂົວບວກກັບການຮັບນ້ຳໜັກຂອງການສັນຈອນບໍ່ໄດ້ ຈື່ງເຮັດໃຫ້ຮາວພະນັກຂອງຂົວທີ່ຈ່ອງດືງດ້ວຍສາຍກາບ ຂາດ ແລະ ເປ່ເພລົງ ສົ່ງຜົນເຮັດໃຫ້ນັກຮຽນຈໍານວນບໍ່ໜ້ອຍທີ່ພວມໄຕ່ຂ້າມຂົວຕົກລົງນໍ້າ, ໃນນັ້ນມີເສຍຊີວິດແລ້ວ 2 ຄົນ ແລະ ຍັງສູນຫາຍອີກ 3 ຄົນ, ສ່ວນຜູ້ບາດເຈັບທີ່ສາມາດສັງລວມຕົວເລກໄດ້ໃນຕອນບ່າຍຂອງວັນທີ 30 ກັນຍາ ແມ່ນມີຈໍານວນ 51 ຄົນ, ໃນນີ້ບາດເຈັບໜັກ 19 ຄົນ, ປັດຈຸບັນການນໍາຂອງເມືອງໄດ້ປະ ສານສົມທົບກັບທຸກພາກສ່ວນເພື່ອເຂົ້າໃຫ້ການຊ່ວຍເຫຼືອໂດຍສະເພາະແມ່ນການນຳສົ່ງຜູ້ບາດເຈັບໄປປີ່ນປົວຢູ່ໂຮງໝໍເມືອງວຽງຄຳ ແລະ ເມືອງອ້ອມຂ້າງ, ສ່ວນຜູ້ບາດເຈັບໜັກແມ່ນໄດ້ນຳສົ່ງປີ່ນປົວຢູ່ໂຮງໝໍແຂວງ, ພ້ອມທັງສືບຕໍ່ຄົ້ນຫາຜູ້ສູນຫາຍຕື່ມອີກ. 

No comments:

Post a Comment