Ad

Ad

3 October 2016

ງານມະຫາກຳຍານຍົນ Motor Expo 2016 ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ

          ງານມະຫາກຳຍານຍົນ Motor Expo 2016, ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 30 ກັນຍານີ້, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສຽວສະຫວາດ ສະ ແຫວງສຶກສາ ຮອງລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ, ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການຫົວໜ່ວຍຜະລິດ ແລະ ຈຳໜ່າຍລົດຫລາຍຍີ່ຫໍ້ເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານ ພອນຈັນ ເພັງສຸວັນ ປະທານກຸ່ມບໍລິສັດ ພີພີ ກຣຸບ ຈຳກັດ ກ່າວວ່າ: ງານດັ່ງກ່າວຈັດຂຶ້ນ
ເປັນຄັ້ງທຳອິດທີ່ປະເທດລາວ, ເພື່ອໃຫ້ບັນດາບໍລິສັດລົດທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດນຳສະເໜີສິນຄ້າ ແລະ ການບໍລິ ການຂອງຕົນ ເພື່ອຂະຫຍາຍຕະຫລາດ ແລະ ຖານລູກຄ້າໃໝ່ໃຫ້ທັນກັບຄວາມຕ້ອງການ, ຍັງເປັນການຍົກລະດັບຄຸນນະພາບຂອງສິນຄ້າປະເພດດັ່ງກ່າວໃຫ້ຂະ ຫຍາຍຕົວຕື່ມອີກ, ໂດຍໄດ້ຈັດສັນພື້ນທີ່ຂອງສູນການຄ້າລາວ-ໄອເຕັກ ໃຫ້ກາຍເປັນສູນວາງສະແດງ ແລະ ຈຳໜ່າຍລົດໃຫຍ່ທຸກຮຸ້ນ ເປັນຕົ້ນ: ຈາກກຸ່ມບໍລິສັດໂຄລາວ Kolao, ເຊັບໂຣເລັດ Chevlolet, ເບັນ Ben, ຟອດ Ford, ບີເອັມດັບເບີນຢູ BMW, ແລນໂລເວີ້ Rand Rover, ອີຊູຊຸ ISUZU ແລະ ອື່ນໆ, ຕະຫລອດເຖິງອຸປະກອນ, ອາໄຫລ່ ແລະ ອື່ນໆ ຫລາຍກວ່າ 50 ຮ້ານ. ນອກຈາກການຈຳໜ່າຍລົດຄັ້ງຍິ່ງໃຫຍ່ແລ້ວງານດັ່ງກ່າວ ຍັງໄດ້ຈັດກິດຈະກຳຊື້ແລກແຈກແຖມຈາກບໍລິສັດລົດຕ່າງໆ, ຊຶ່ງນັບວ່າໄດ້ຮັບຄວາມນິຍົມຈາກມວນຊົນຫລາຍສົມຄວນ. ການຈັດງານດັ່ງກ່າວ ກໍເພື່ອເປັນການໂຄສະນາ ແລະ ສົ່ງເສີມໃຫ້ບໍລິສັດລົດໃນລາວ ມີຄວາມເຂັ້ມແຂງເທົ່າທຽມກັບປະເທດພາກພື້ນ ແລະ ສາກົນ, ຕອບສະໜອງໃຫ້ກັບຜູ້ບໍລິ ໂພກ ແລະ ຮອງຮັບການຂະຫຍາຍຕົວຂອງທຸລະກິດຍານຍົນ, ຊຶ່ງຄາດວ່າຈະມີມວນຊົນເຂົ້າຮ່ວມປະມານ 50 ພັນຄົນຕໍ່ມື້ ແລະ ມີຍອດເງິນໝູນວຽນພາຍໃນງານຫລາຍຮ້ອຍລ້ານກີບຕໍ່ມື້.

          ພາຍໃນງານໄດ້ຈັດກິດຈະກຳທີ່ໜ້າຕື່ນຕາຕື່ນໃຈ ແລະ ເປັນການສ້າງສີສັນຂອງງານ, ໂດຍມີການສະແດງດີບລົດ, ສະຕັນລົດ ທີ່ເຮັດໃຫ້ຜູ້ເຂົ້າຮ່ວມຕື່ນເຕັ້ນກັບກິລາການແຂ່ງຂັນທີ່ຫາຊົມໄດ້ຍາກ, ພ້ອມທັງມີການສະແດງຄອນເສີດຈາກສິລະປິນລາວ-ໄທ ທີ່ໝູນວຽນກັນຂຶ້ນເວທີສະແດງຕະຫລອດມື້ ແລະ ຍັງມີກິດຈະກຳລຸ້ນໂຊກຮັບຂອງລາງວັນຢ່າງຫລວງຫລາຍຈາກຮ້ານທີ່ເຂົ້າຮ່ວມໃນງານນຳອີກ. ຊຶ່ງງານດັ່ງກ່າວຈະດຳເນີນໄປຈົນເຖິງ ວັນທີ 6 ຕຸລາ 2016ນີ້ຈຶ່ງຈະປິດລົງ.

No comments:

Post a Comment