Ad

Ad

17 May 2013

ອອກບັດນັກສຶກສາ ແລະ ບັດເອທີເອັມ ເປັນບັດດຽວກັນໃຫ້ສະຖາບັນການສຶກສາ 3 ແຫ່ງ ຢູ່ແຂວງຄຳມ່ວນ



     ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການອອກບັດນັກສຶກສາ ແລະ ບັດເອທີເອັມ ເປັນບັດດຽວ ກັນໃຫ້ແກ່ສະຖາບັນ ການສຶກສາ 3 ແຫ່ງ ຄື ວິທະຍາໄລເຕັກນິກ- ວິຊາຊີບແຂວງຄຳມ່ວນ, ໂຮງ ຮຽນສາທາລະນະສຸກແຂວງຄຳມ່ວນ ແລະ ວິທະຍາໄລແສງສະ ຫວ່າງ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2013 ນີ້ ທີ່ຮ້ານອາ ຫານໜອງປາຫລັກ 4 ເມືອງທ່າ ແຂກ, ລະຫວ່າງ ທ່ານ ວຽງສະ ຫວັນ ພັດທະວົງ ຜູ້ອຳນວຍການ ໂຮງຮຽນເຕັກນິກວິຊາຊີບແຂວງຄຳມ່ວນ, ທ່ານ ສົມຫວັງ ຄຳສຸກ ຖາວົງ ຜູ້ອຳນວຍການໂຮງ ຮຽນວິທະຍາໄລແສງສະຫວ່າງ, ທ່ານ ສົມເພັດ ສຸວັນນະລາສີ ຮອງຜູ້ອຳ ນວຍການໂຮງຮຽນ ສາທາລະນະສຸກແຂວງຄຳມ່ວນ ແລະ ທ່ານ ວິໄລ ສີພະພອນ ຮອງຜູ້ອຳນວຍການທະນາ ຄານການ ຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໂດຍມີທ່ານ ໂອໄດ ສຸດາພອນ ຮອງເຈົ້າແຂວງໆ ຄຳມ່ວນ, ທ່ານ ບຸນມີ ພິມ ມະສອນຫົວໜ້າພະແນກການເງິນ ປະຈຳແຂວງ, ທ່ານສີໄຮ ແກ້ວ ໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ປະຈຳແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
         ທ່ານ ວິໄລ ສີພະພອນ ກ່າວວ່າ:ໂຄງການຮ່ວມມືການ ອອກບັດຄັ້ງນີ້ເປັນໜຶ່ງໃນຫລາຍໆໂຄງການທີ່ ທຄຕລ ຕັ້ງໃຈນຳ ເອົາເຕັກໂນໂລຊີທີ່ທັນສະໄໝ ມາຮັບໃຊ້ຊີວິດຕົວຈິງໃນສັງຄົມລາວ, ໂດຍສະເພາະແມ່ນຂະ ແໜງການສຶກສາ ທີ່ພວກເຮົາໃຫ້ຄວາມສຳຄັນສະເໝີມາ ແລະ ການຫັນປ່ຽນບັດນັກສຶກສາເປັນບັດດຽວກັນກັບບັດ ເອທີເອັມ ສຳລັບ 3 ສະຖາບັນການສຶກສາ ໃນແຂວງຄຳມ່ວນແມ່ນການຕໍ່ ຍອດຄວາມສຳເລັດຂອງໂຄງ ການຕົ້ນແບບທີ່ ທຄຕລ ໄດ້ດຳ ເນີນໃນໄລຍະຜ່ານມາ, ພ້ອມທັງສ້າງສິ່ງເອື້ອອຳນວຍຄວາມສະດວກ ແລະ ຈຸດດຶງດູດບັນດາສະຖາບັນການສຶກສາໃຫ້ ຫັນມາມີຄວາມສົນໃຈ ແລະ ເຮັດໃຫ້ລູກ ຄ້າສາມາດເຂົ້າເຖິງການບໍລິ ການຂອງທະນາຄານການຄ້າຕ່າງປະເທດລາວມະ ຫາຊົນໄດ້ງ່າຍ ແລະ ສະດວກຂຶ້ນ.

        ບັດເອທີເອັມ ເປັນບັດດຽວ ກັນກັບບັດນັກສຶກສາແມ່ນການລວມເອົາບັດປະຈຳຕົວຂອງນັກສຶກສາທີ່ຈະ ເຂົ້າ ສຶກສາ ແລະ ພວມສຶກສາຢູ່ສະຖາບັນການສຶກສາໃດໜຶ່ງ ເຂົ້າກັບບັດເອທີເອມັກ  ຂອງທະນາຄານດັ່ງກ່າວ ແມ່ນບັດ ປະຈຳຕົວຂອງນັກສຶກສາທີ່ສາມາດນຳໃຊ້ເພື່ອເຄື່ອນໄຫວຕາມຂອບເຂດ ແລະ ລະບຽບຂອງສະຖາບັນການສຶກສາກຳ ນົດອອກໃນແຕ່ລະໄລຍະ, ຊ່ຶງບັດໄດ້ບົ່ງບອກເຖິງສະຖານະພາບຂອງຄວາມເປັນນັກສຶກສາທີ່ພວມສຶກສາຢູ່ສະຖາ ບັນນັ້ນໆ,ໃນຂະນະດຽວກັນບັດດັ່ງກ່າວຍັງສາມາດດຳເນີນທຸລະກຳທາງດ້ານການເງິນຕາມຄຸນລັກສະນະຂອງບັດດ່ັງກ່າວ ຂອງ ທຄຕລ ທີ່ອອກໃຫ້ນັກສຶກສາຂອງແຕ່ລະສະຖາບັນການສຶກສາຊ່ຶງໄລຍະຜ່ານມາໄດ້ດຳເນີນກັບຫລາຍສະຖາບັນ ການສຶກສາເປັນຕົ້ນແມ່ນສະຖາບັນການທະນາຄານຂອງທະນາຄານແຫ່ງ ສປປ. ລາວ, ມະຫາວິທະຍາໄລແຫ່ງຊາດ ລາວ, ມະຫາວິທະຍາ ໄລສຸພາ ນຸວົງ, ມະຫາວິທະຍາໄລຈຳປາ ສັກ  ແລະ ມະຫາວິທະຍາໄລ ທັງ ພາກລັດ ແລະ ເອກະ ຊົນ 6 ແຫ່ງ ໃນນະຄອນຫລວງວຽງຈັນ, ມາ ຮອດທ້າຍເດືອນເມສາ 2013 ນີ້ ມີຈຳນວນຜູ້ນຳໃຊ້ບັດ 285.700 ກວ່າ ບັດ, ຂະຫຍາຍຕູ້ ເອທີເອັມ ຫລາຍກວ່າ 280 ໜ່ວຍ ແລະ ມີ ເຄື່ອງຮັບບັດຕາມຮ້ານຄ້າຕ່າງໆ ບໍ່ຕ່ຳກວ່າ 1.300 ເຄື່ອງ ໃນ ຂອບເຂດທົ່ວປະເທດ. ປັດຈຸບັນ ທາງທະນາຄານເຮົາພວມດຳ ເນີນໂຄງການຮ່ວມມືກັບ 8 ທະນາຄານຊັ້ນນຳພາຍ ໃນປະເທດ ເພື່ອເຊື່ອມໂຍງລະບົບຕູ້ ATM ເພື່ອໃຫ້ຜູ້ຖືບັດຂອງແຕ່ລະທະນາຄານສາມາດນຳໃຊ້ຕູ້ເອທີເອັມ ເຊ່ິງກັນ ແລະ ກັນໄດ້, ໃນຂະນະດຽວກັນ ທຄຕລ ກໍໍໄດ້ສຳເລັດ ການພັດທະນາລະບົບ Core Banking ໃໝ່ ເຊິ່ງເປັນລະ ບົບທີ່ທັນສະໄໝ ແລະ ເປັນລະບົບໝາຍເລກ 1 ຂອງສາກົນໃນເວລານີ້.

No comments:

Post a Comment