ຂໍ້ຄິດສຳລັບບົດນີ້
ຈານແຍ່ໄດ້ ມາຈາກຂ່າວກ່ຽວກັບພາຍຸໄຊກະ ລອຍທີ່ພວພັດກະໜ່ຳປະເທດບັງ ກະລາເທດ, ມຽນມາ ແລະ ພາກ ຕາເວັນອອກຂອງປະເທດອິນ
ເດຍຢູ່ໃນປັດຈຸບັນ. ພາຍຸມະຫາອຸ ບາດນັ້ນມີຊື່ມ່ວນໆວ່າ:
“ມະຫາ ເສນ” ຟັງແລ້ວ ບໍ່ໜ້າເລີຍຈະໂຫດ ຮ້າຍອຳມະຫິດສ້າງຄວາມທຸກ ຍາກລຳບາກໃຈໃຫ້ຄົນຈຳນວນຫລາຍລ້ານຄົນ ປານນັ້ນ.
ທ່ານຜູ້ອ່ານອາດມີຂໍ້ສັງເກດຄື
ຈານແຍ່ວ່າ: ເປັນຫຍັງ ຊື່ພາຍຸຟ້າ ຝົນລົມແຮງຕ່າງໆທີ່ພາໃຫ້ເກີດ
ບັນຫານ້ຳ ຖ້ວມ, ບັນຫາແລ້ງຈຶ່ງ ມີຊື່ມ່ວນໆຊວນຟັງທັງນັ້ນເຊັ່ນ: ພາຍຸ “ນົກເຕັນ”, “ຊ້າງສານ”,
“ເກດສະໜາ” ແລະ ອື່ນໆ. ແມ່ນ ໃຜລະ ເສືອກໄປຕັ້ງຊື່ທີ່ຍ່າງສວນ ທາງກັບຜົນຮ້າຍຕົວຈິງຈາກພາ ຍຸເຫລົ່ານັ້ນ ?.
ສຳລັບພາຍຸ “ມະຫາເສນ” ທີ່ ພວມເປັນຂ່າວຮ້ອນຢູ່ໃນປັດຈຸ
ບັນນີ້ມີສ່ວນຊ່ວຍໃຫ້ຈານແຍ່ຄິດ ເຖິງບັນຫາ
“ມະ ຫາ” ທີ່ຢູ່ໃນດວງ ໃຈຂອງຈານແຍ່ຕະຫລອດມາ
ເຊັ່ນ: ມະຫາສີລາ ວິລະວົງ ນັກ ປາດດ້ານພາສາສາດວັນນະຄະດີ
ແລະ ປະຫວັດສາດລາວທີ່ຫາຜູ້ ທຽບຍາກ. ຈານແຍ່ຕິດອ່ານກາບ
ກອນປານຕິດຢາບ້າຕອນຮຽນຢູ່ ຫ້ອງ ປ.ປາ-ກ.ໄກ່ ນັ້ນ ກໍແມ່ນ ຍ້ອນໄດ້ອ່ານປຶ້ມມະຫາສີລານີ້ ລະ, ຂຽນກອນເປັນກໍຍ້ອນເພິ່ນ ຫັ້ນລະ.
ເວລາຮຽນຢູ່ປະຖົມ,
ຄູສອນ ຈຳນວນກວ່າທ່ອງໜຶ່ງກໍແມ່ນບັນ ດາ “ມະຫາ”, ຈື່ດີກວ່າໝູ່ກໍແມ່ນ
ມະຫາບົວແກ້ວ, ຄູສອນພາສາ ລາວໃຫ້ຈານແຍ່ຢູ່ຂັ້ນມັດທະຍົມ ກໍມີມະຫາບຸນທັນ, ມະຫາຈຽງ ຄຳ ແລະ ມະຫາບົວລີ. ສາມທ່ານ ນີ້ລະຊ່ວຍໃຫ້ຈານແຍ່ມີອາຊີບ ເສີມຈາກປາຍປາກກາຮອດຊູ່ມື້ ນີ້. ຫາກເວົ້າໄກໄປກວ່ານັ້ນ,
ໃຜໆ ກໍຄົງຮູ້ຊື່ທ່ານມະ ຫາແກ້ວ ເຈົ້າຕຳຫລັບກອນລາວທີ່ໄດ້ເຊື່ອມສານເຂົ້າໃນລະບົບການສິດສອນພາສາລາວໃນຫລາຍທົດສະວັດ ຜ່ານມາ,
ແຕ່ຖ້າເວົ້າຈໍ້ມໍ່ເຂົ້າມາ
ຕື່ມ, ທຸກຄົນຄົງຮູ້ຊື່ ດຣ. ທອງຄຳ ອ່ອນມະນີສອນ ຜູ້ທີ່ແນມເຫັນ ຫຍັງກໍອອກມາເປັນບົດກະ ວີໝົດ. ເຖິງເພິ່ນຈະມີ ດຣ.
ນຳໜ້າ ເພື່ອ ຢັ້ງຢືນເຖິງວິທະຍາຖານະອັນສູງ ສົ່ງຂອງເພິ່ນກໍຕາມ, ແຕ່ໃນສາຍ ຕາຂອງຈານແຍ່ແລ້ວ ເພິ່ນຍັງແມ່ນມະຫາທອງຄຳທີ່ຈະເລີນ ວຸດທິມາໃນຜ້າເຫລືອງ, ເພິ່ນເລີ່ມຂຽນກອນເດັດໆ ກໍແມ່ນເລີ່ມແຕ່ຕອນຢູ່ວັດ.
ໃນປັດຈຸບັນ, ຈານແຍ່ເຄີຍ
ຖາມຕົນເອງຢູ່ເລື້ອຍໆວ່າ: ມະ ຫາເຫລົ່ານັ້ນໄປໃສໝົດ
? ແລະ ເປັນຫຍັງຜູ້ໃດບວດ ໄດ້ຮຽນມາຈາກວັດແທ້ໆພັດບໍ່ນິຍົມເອົາຄຳວ່າ:
“ມະຫາ” ໄວ້ໜ້າຊື່ຂອງຕົນຄືເມື່ອກ່ອນ. ຈານແຍ່ຮູ້ສຶກເສຍດາຍທີ່ຄຳ
ວ່າ: “ມະຫາ” ເຊິ່ງຕິດພັນກັບປະຫວັດສາດໂດຍສະເພາະໃນຂົງເຂດພາສາວັນນະຄະດີລາວໄດ້ສູນຫາຍໄປ, ປ່ອຍວິ ທະຍາຖານະອື່ນທີ່ມານຳຫລັງຄອງເມືອງ.
ມີບາງຄົນບອກວ່າ:
ທີ່ບໍ່ນິຍົມ ເອີ້ນ “ມະຫາ” ຄືເກົ່າ ກໍເພາະວ່າ
ລະບົບການສຶກສາທາງໂລກ ແລະ ທາງທຳໄດ້ເຊື່ອມ ຕົວເຂົ້າກັນໂດຍຝ່າຍໂລກຄອບງຳ ບໍ່ວ່າ ຈະເປັນລະດັບການສຶກສາ
(ຊັ້ນ ສູງ ແລະ ປະລິນຍາຕີ, ໂທ, ເອກ) ການຈັດ ຊັ້ນຈັດຫລືບກໍຖືເອົາລະ
ດັບທາງໂລກເປັນຕົ້ນຕໍ. ດັ່ງນັ້ນ “ມະຫາ” ເຊິ່ງເປັນຂັ້ນການສຶກສາ
ທາງທຳຈຶ່ງໝົດໄປ. ແຕ່ກໍມີບາງ ທ່ານໃຫ້ຄຳເຫັນວ່າ:
ເປັນຍ້ອນ ບັນດາມະຫາເອງບໍ່ຕ້ອງການໃສ່ ຊື່ “ມະຫາ”
ຍ້ອນສາເຫດຕ່າງ ກັນ. ຈະເປັນຍ້ອນສາເຫດໃດ ຈານແຍ່ກໍຮັບໄດ້,
ແຕ່ຮັບບໍ່ໄດ້ ແນວຄິດທີ່ວ່າ: ຖ້າມີຊື່ວ່າ: “ມະ ຫາ” ແລ້ວ ສັງຄົມຈະວ່າຕົນຫລ້າ ຫລັງ, ບໍ່ທັນໂລກ, ບໍ່ມີວິທະຍາ ສາດ, ອ່ອນແອ
ບໍ່ເຂັ້ມແຂງ, ບໍ່ ເປັນຊາຍເອິກສາມສອກ.
ຈານແຍ່ຊົມເຊີຍມະຫາບຸນມີ ເທບສີເມືອງ ທີ່ບໍ່ປະຊື່ “ມະຫາ” ໃນປຶ້ມທຸກເຫລັ້ມທີ່ທ່ານຜະລິດ ອອກມາ. ການຮັກສາຊື່ “ມະຫາ”
ໄວ້ຈະເຮັດໃຫ້ສາງວິທະຍາຖາ ນະຢູ່ປະເທດເຮົາມີເອກະລັກສະ ເພາະ ແທນທີ່ຈະແລ່ນແຕ່ນຳ ບ້ານເພິ່ນເມືອງທ່ານ.
ເລື່ອງນີ້ບໍ່ກ່ຽວກັບພາຍຸ “ມະຫາເສນ” ທີ່ເອີ່ຍເຖິງໃນຕອນຕົ້ນໆເນີ້.
No comments:
Post a Comment