Ad

Ad

28 November 2016

ຮອງນາຍົກລົງຊຸກຍູ້ການເກັບລາຍຮັບຢູ່ແຂວງວຽງຈັນ

          ໃນລະຫວ່າງວັນທີ 24-25 ພະຈິກ ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,ລັດຖະ ມົນຕີກະຊວງການເງິນ, ໄດ້ໄປຢ້ຽມຢາມ ແລະ ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານງົບປະມານ, ເກັບກຳຖານລາຍຮັບໃໝ່ຢູ່ແຂວງວຽງຈັນ,ໂດຍມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະນຳແຂວງ, ເມືອງ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງແຂວງເຂົ້າຮ່ວມເປັນຈຳນວນຫລາຍ.
          ໃນໂອກາດດັ່ງກ່າວຜູ້ຮັກສາການຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານໃຫ້ຊາບວ່າ: ການຈັດຕັ້ງປະຕິບັດແຜນງົບປະມານສົກປີ 2015-2016 ຂອງແຂວງວຽງຈັນ, ສາມາດປະຕິບັດໄດ້
ຕາມແຜນການວາງໄວ້, ຍ້ອນແຂວງໄດ້ສຸມໃສ່ການສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ, ຜູ້ປະກອບການຕ່າງໆ ເປັນເຈົ້າການໃນການປະຕິບັດພັນທະຂອງຕົນ, ພ້ອມໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍໄດ້ຊຸກຍູ້ຕິດຕາມການຖືບັນຊີຂອງບັນດາພະແນກການ, ກົມກອງ, ຫົວໜ່ວຍທຸລະກິດພາຍໃນແຂວງ, ປະສານສົມທົບກັບບັນດາຂະແໜງການອ້ອມຂ້າງທັງສາຍຕັ້ງ-ສາຍຂວາງ, ເພື່ອຕິດຕາມເລັ່ງທ່ວງການປະຕິບັດເກັບລາຍຮັບ ແລະ ການດຸ່ນດ່ຽງລາຍຈ່າຍຈາກສູນກາງເປັນປົກກະຕິດັ່ງນີ້: ລາຍຮັບງົບປະມານສົກປີ 2015-2016 ທີ່ໄດ້ຮັບອະນຸມັດຈາກສະພາແຫ່ງຊາດເບື້ອງຕົ້ນຫລາຍກວ່າ 197 ຕື້ກີບ, ແຜນດັດແກ້ໃໝ່ 197 ຕື້ີກີບ, ສາມາດປະຕິບັດໄດ້ 218,80 ຕື້ກີບ, ລື່ນແຜນ 10,52%, ຖ້າທຽບໃສ່ລາຍຮັບປີ ຜ່ານມາເພີ່ມຂຶ້ນ 5,54%, ໃນນັ້ນ ລາຍຮັບສ່ວຍສາອາກອນປະຕິບັດໄດ້ 164,11 ຕື້ກີບເທົ່າກັບ 110,46%, ພາສີທີ່ດິນກວ່າ 10 ຕື້ກີບເທົ່າກັບ 96,22% ແລະ ລາຍຮັບວິຊາການອື່ນໆອີກ ນອກຈາກນີ້ ໄດ້ຮັບການດຸ່ນດ່ຽງຈາກຄັງເງິນແຫ່ງຊາດຫລາຍກວ່າ 356 ຕື້ກີບ. ສ່ວນການເກັບລາຍຮັບ 3 ເດືອນຂ້າມຜ່ານທ້າຍສົກປີ 2016 ມາຮອດວັນທີ 23 ພະຈິກ 2016, ສາມາດປະຕິບັດໄດ້ທັງໝົດ 146 ຕື້ກີບເທົ່າກັບ  35,24%.
          ໃນໂອກາດນີ້, ທ່ານ ສົມດີ ດວງດີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ໂດຍສະເພາະການເອົາໃຈໃສ່ແກ້ໄຂບັນຫາຕ່າງໆ, ພ້ອມທັງຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນໃນເວທີອາຊຽນທີ່ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2016, ພ້ອມທັງບາງເຫດການພົ້ນເດັ່ນທີ່ເກີດຂຶ້ນເປັນຕົ້ນ ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ແລະ ເນັ້ນໃຫ້ຂະແໜງການເງິນແຂວງວຽງຈັນ ທີ່ຕ້ອງເອົາໃຈໃສ່ປະຕິບັດບາງບັນຫາເຊັ່ນ: ພະນັກງານການນຳຂັ້ນແຂວງ ຕ້ອງເປັນເຈົ້າການຊີ້ນຳໆພາພະນັກງານຂັ້ນເມືອງ, ການເກັບລາຍຮັບຕ້ອງເອົາໃຈໃສ່, ສ່ວນລາຍຈ່າຍໃຫ້ປະຕິບັດຕາມແຜນການທີ່ວາງໄວ້, ການຊໍາລະໜີ້ສິນບັນ ດາໂຄງການຕ່າງໆໃຫ້ທ່ວງທັນເວລາ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການນຳລົດເຂົ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເຊື່ອມຊຶມບົດແນະນຳກະຊວງກ່ຽວກັບການຈັດຕັ້ງປະຕິບັັດລາຍຮັບ-ລາຍຈ່າຍ, ຄົ້ນ ຄວ້າຊອກຫາຖານເກັບລາຍຮັບໃໝ່, ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຂວງ, ການຈັດຕັ້ງປະຕິບັດວຽກງານແຕ່ລະດ່ານຕ້ອງເຂັ້ມງວດ ແລະ ທີ່ສຳຄັນເລື່ອງເບີກຈ່າຍເງິນເດືອນ ໃຫ້ພະນັກງານຂັ້ນທ້ອງຖິ່ນຕ້ອງໃຫ້ທ່ວງທັນເວລາ, ຕິດຕາມກວດກາຢ່າງໃກ້ຊິດ, ເພື່ອຫລີກລ່ຽງການເອົາເງິນໄປໃຊ້ຈ່າຍໃນທາງອື່ນທີ່ເປັນການການສໍ້ລາດບັງຫລວງ, ຂໍ້ຂັດແຍ່ງຕ່າງໆ ແລະ ປະຕິບັດວິໄນການເງິນຢ່າງເຂັ້ມງວດ.

          ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພະນັກທຸກຂະແໜງການທີ່ກ່ຽວຂ້ອງປະ ຢັດມັດທະຢັດ, ຕ້ານການຟຸ້ມເຟືອຍ, ພະນັກງານ-ລັດຖະກອນໃນຂົງເຂດການເງິນ ຕ້ອງເພີ່ມທະວີວຽກງານກວດກາ, ຖືເອົາວຽກງານການເງິນເປັນໃຈກາງ, ສ້າງຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃຫ້ດີຂຶ້ນກວ່າເກົ່າ. ຈາກນັ້ນ ທ່ານຮອງນາຍົກ ພ້ອມຄະນະໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານການເງິນ ຢູ່ເມືອງທຸລະຄົມແຂວງວຽງຈັນ, ເພືີ່ອໃຫ້ທິດຊີ້ນຳການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

No comments:

Post a Comment