Ad

Ad

28 November 2016

ຍ່າງເພື່ອສຸຂະພາບລະນຶກວັນວິລະກຳແຫກຄຸກໂພນເຄັງ


        ສູນກາງແນວລາວສ້າງຊາດ ຮ່ວມກັບສະມາຄົມຜູ້ອາຍຸສູງ ນະຄອນຫລວງວຽງຈັນ ຈັດກິດຈະ ກຳຍ່າງເພື່ອສຸຂະພາບ ເພື່ອລະນຶກເຖິງວັນວິລະກຳແຫກຄຸກໂພນເຄັງຄັ້ງມະຫັດສະຈັນຄົບຮອບ 56 ປີ (1960-2016) ຄຳນັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 41 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ຢູ່ສະຖານທີ່ທ່ອງທ່ຽວທຳມະຊາດນ້ຳ ຕົກຕາດຊອນແດນຫົງພູສູງສວນອຸດທະຍານພຶກສາສາດຊຸມຊົນສະມາຄົມອາຊຽນ ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມເປັນຈໍານວນຫລາຍ.
            ຂະບວນຍ່າງດັ່ງກ່າວ, ໄດ້ເລີ່ມຈາກສວນອຸດທິຍານຕາດຊອນຂຶ້ນໄປຫາຖ້ຳພັກແຮມຄືນຂອງປະທານ ສຸພານຸວົງ ພ້ອມດ້ວຍຄະນະແຫກຄຸກຄັ້ງມະຫັດສະຈັນດ້ວຍໄລຍະທາງ 3 ກິໂລແມັດ, ແນໃສ່ປູກຈິດສຳນຶກໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ, ນັກຮຽນ-ນັກ ສຶກສາ, ປັນຍາຊົນ ແລະ ອານຸຊົນຮຸ່ນຫລັງໄດ້ຮຽນຮູ້ ແລະ ເຂົາໃຈຢ່າງເລິກເຊິ່ງເຖິງພາລະກຳປະ ຫວັດສາດ ແລະ ວິລະກຳອັນລຳເລີດຂອງບັນດາທ່ານຜູ້ນຳທີ່ເສຍລະຫລະເລືອດເນື້ອຕໍ່ສູ້ຕ້ານຈັກກະ ພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາ
ຊົນລາວໄດ້ຢ່າງສົມບູນ.

          ໂອກາດດັ່ງກ່າວ, ທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງວຽງຈັນ ໄດ້ຍົກໃຫ້ເຫັນເຖິງວິລະກຳແຫກຄຸກໂພນເຄັງວ່າ: ກ່ອນໜ້ານີ້ 56 ປີ ບັນດາຜູ້ນຳພັກ-ແນວລາວສ້າງຊາດ 16 ທ່ານໄດ້ແກ່: ທ່ານປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ ແລະ ຜູ້ນຳອື່ນໆ ໄດ້ຖືກຝ່າຍຫຸ່ນວຽງຈັນຈັບຄຸມຂັງຢູ່ຄຸກໂພນເຄັງ, ເຊິ່ງຕະຫລອດໄລຍະເວລານັ້ນດ້ວຍຄວາມເຊື່ອໜັ້ນຕໍ່ແນວທາງອັນຖືກຕ້ອງ ແລະ ນຳພາອັນສະຫລາດສ່ອງໃສຂອງພັກ, ກໍຄືກຳລັງແຮງຂອງມະຫາຊົນ ພວກເພີ່ນໄດ້ມີຄວາມທຸ່ນທ່ຽງ ແລະ ຫັນເອົາຄ້າຍຄຸມຂັງກາຍເປັນເວທີຕໍ່ສູ້ທາງດ້ານການເມືອງ, ປຸກລະດົມຂົນຂວາຍສາລະວັດທະຫານ, ຕຳຫລວດ ທີ່ເຂົ້າມາເວນຍາມຄຸກໄດ້ຮ່ຳຮຽນ, ຝຶກຝົນຫລໍ່ຫລອມໃຫ້ມີຫລັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ, ກ້າສູ້ກ້າເສຍສະຫລະຈົນໃນທີ່ສຸດພວກທະຫານຕຳຫລວດເຫລົ່ານັ້ນ ກໍໄດ້ກາຍມາເປັນກຳລັງປະຕິວັດຢ່າງໜ້າສັນລະເສີນ, ເຖິງວ່າພວກເພີ່ນຈະຖືກຈັບຄຸມຂັງກໍ່ຕາມ, ແຕ່ພວກເພີ່ນຍັງໄດ້ຮ່ວມກັນລົງນາມໃນຈົດໝາຍສົ່ງເຖິງ ຜຸຍ ຊະນະນິກອນ ເພື່ອຄັດຄ້ານການກະທຳທີ່ຈັບກຸມຄຸມຂັງຕົວທ່ານ ສຸພານຸວົງ ແລະ ບັນດາຜູ້ນຳອື່ນໆທີ່ບໍ່ມີຄວາມຜິດຫຍັງ ແລະ ເລັ່ງທວງໃຫ້ພວກເຂົາຕ້ອງປ່ອຍຕົວໂດຍໄວ ແຕ່ພວກເຂົາກໍ່ບໍ່ໄດ້ຫົວຊາຕໍ່ຈົດໝາຍດັ່ງກ່າວ, ຫລັງຈາກນັ້ນສະພາບການກໍນັບມື້ນັບເຄັ່ງຮ້ອນການຂົນຂວາຍເອົາພວກສາລະວັດທະຫານທີ່ມາເວນຍາມໃນຄຸກໄດ້ຮັບໝາກຜົນ, ການກະກຽມເສັ້ນທາງໂຕນຄຸກເປັນທີ່ຮຽບຮ້ອຍ ແລະ ກາລະໂອກາດການໂຕນຄຸກລວມໝູ່ທີ່ໜ້າມະຫັດສະຈັນທີ່ສຸດໃນໂລກ ແລະ ບໍ່ມີໃນປະເທດໃດໃນໂລກທີ່ເຮັດໄດ້ຄືແນວນີ້ກໍບັງເກີດຂຶ້ນຢູ່ປະເທດຂອງພວກເຮົາໃນກາງປີ 1960. 

No comments:

Post a Comment