Ad

Ad

28 November 2016

ຄູ່ຮ່ວມພັດທະນາຊົມເຊີຍລາວຕັ້ງໜ້າແກ້ໄຂສິ່ງກີດຂວາງການພັດທະນາປະເທດ

           ກອງປະຊຸມໂຕະມົນປະຈໍາປີ 2016 ລະຫວ່າງລັດຖະບານລາວ ແລະ ຄູ່ ຮ່ວມພັດທະນາໄດ້ສໍາເລັດລົງໃນທ້າຍອາທິດຜ່ານມານີ້ຢູ່ແຂວງວຽງຈັນ, ຊຶ່ງຄູ່ຮ່ວມພັດທະນາ, ໂດຍສະເພາະສະຫະ ພາບເອີຣົບ, ບັນດາປະເທດສະມາຊິກເອີຣົບ, ສະວິດເຊີແລນ ແລະ ອື່ນໆ ຕ່າງກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບານລາວທີ່ມີຄວາມພະຍາຍາມໃນການແກ້ໄຂສິ່ງກີດຂວາງ ແລະ ຂໍ້ຫຍຸ້ງຍາກຕ່າງໆຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ລວມທັງການກໍານົດນະໂຍ ບາຍ ແລະ ມາດຕະການຫລາຍດ້ານເພື່ອກະຕຸ້ນການເຕີບໂຕເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງຕາມແຜນກໍານົດໄວ້ ແລະ ມີຄວາມຍືນຍົງ.

             ຖະແຫລງການຄູ່ຮ່ວມພັດທະນາເອີຣົບໃນກອງປະຊຸມສໍາຄັນດັ່ງກ່າວໄດ້ລະບຸວ່າ: ພວກເຮົາຊົມເຊີຍຄວາມຄືບໜ້າຂອງລັດຖະບານໃນການນໍາເອົາເນື້ອໃນວາລະ 2030 ຜັນຂະຫຍາຍເຂົ້າໃນການແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມເປົ້າໝາຍ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມໃນການເປັນ
ປະທານອາຊຽນຂອງລາວໃນປີ 2016 ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການເຈລະ ຈາ, ການຮ່ວມມື ແລະ ເຊື່ອມໂຍງຂອງພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໄດ້ເປັນຕົວຊຸກດັນອັນສໍາຄັນໃນການສ້າງຄວາມສົມບູນ ພຸນສຸກມາໃຫ້ແກ່ປະເທດທີ່ບໍ່ມີຊາຍແດນຕິດຈອດທະເລດ້ວຍການອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍຂອງຄົນ, ສີນຄ້າ, ການລົງທຶນ ແລະ ການບໍລິ ການໄດ້ຢ່າງເສລີກວ່າເກົ່າ. ນອກນີ້ກໍສະແດງຄວາມຊົມເຊີຍລັດຖະບານທີ່ໄດ້ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງທີ່ເປັນການກົດໜ່ວງການພັດທະນາ, ໂດຍສະເພາະການໃຫ້ຄວາມສໍາຄັນຕໍ່ການຕ້ານການສໍ້ລາດບັງຫລວງໃນທົ່ວປະເທດ, ຊຶ່ງບັນຫາດັ່ງກ່າວເປັນສິ່ງທ້າທາຍສໍາຄັນທີ່ທໍາລາຍຄວາມພະຍາຍາມ
ໃນການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ. ຂະນະດຽວກັນຄູ່ຮ່ວມພັດທະນາກໍສະໜັບສະໜູນຕໍ່ມາດຕະການຕ່າງໆທີ່ລັດຖະບານນໍາໃຊ້ໃນການຫລຸດຜ່ອນບັນຫາການລັກລອບຕັດໄມ້ ແລະ ການຄ້າໄມ້ແບບຜິດກົດໝາຍ ເຊັ່ນ: ການອອກຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ຊົມເຊີຍຄວາມຄືບໜ້າໃນການກະກຽມເຈລະຈາຂໍ້ຕົກລົງວ່າດ້ວຍການເປັນຄູ່ຮ່ວມແບບສະໝັກໃຈກັບສະຫະພາບເອີ ຣົບ ແລະ ຂະບວນການປຶກສາຫາລືໃນການພັດທະນາຄໍານິຍາມຄວາມຖືກຕ້ອງຕາມກົດໝາຍຂອງໄມ້ໄປຄຽງຄູ່ກັບແຜນປະຕິບັດງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງ ແລະ ການຄ້າໄມ້ FLEGT.

          ສະຫະພາບເອີຣົບ ໃຫ້ຮູ້ວ່າ: ການຮ່ວມມືດ້ານການພັດທະນາຂອງເອີຣົບໃນລາວ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ຈະມີວົງເງິນຫລາຍກວ່າ 500 ລ້ານເອີໂຣ ຫລື ປະມານ 4.500 ຕື້ກີບ ເພື່ອຊ່ວຍໃຫ້ ສປປ ລາວ ກ້າວສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ.   

No comments:

Post a Comment