Ad

Ad

28 November 2016

ເປີດນຳໃຊ້ຂົວນ້ຳງຽບ 1 ແລະ ບ້ານຈັດສັນຫ້ວຍສູບ


        ພິທີເປີດນຳໃຊ້ຂົວນ້ຳງຽບ 1 ແລະ ບ້ານຈັດສັນຫ້ວຍສູບໄດ້ມີຂື້ນໃນວັນທີ 25 ພະຈິກນີ້,ທີ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ, ທ່ານ  ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຮອງເຈົ້າແຂວງໄຊສົມບູນ,ທັງເປັນຮອງຄະນະກຳມະການຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການເຂື່ອນໄຟຟ້າດັ່ງກ່າວ.
          ອຳນວຍການໂຄງການເຂື່ອນແຫ່ງນີ້ໃຫ້ຮູ້ວ່າ: ໂຄງການໄຟຟ້ານ້ຳງຽບ 1 ແມ່ນໜຶ່ງໃນໂຄງ ການບູລິມະສິດຂອງລັດຖະບານ ສປປລາວ ນັບແຕ່ກໍ່ສ້າງມາແຕ່ທ້າຍປີ 2014 ທາງຮອດເດືອນຕຸລາ 2016
ນີ້,ການກໍ່ສ້າງເຂື່ອນທັງໝົດມີຄວາມຄືບໜ້າເຖິງ 55 %  ແລະ ຄາດວ່າຈະເປີດນຳໃຊ້ໃນອີກບໍ່ດົນນີ້,ສ່ວນການກໍ່ສ້າງຂົວ ແລະ ບ້ານຈັດສັນຫ້ວຍສູບກໍແມ່ນຜົນສຳເລັດໜຶ່ງຂອງໂຄງການ, ພາຍຫຼັງໃຊ້ເວລາກໍ່ສ້າງ 14 ເດືອນ,ມີຄວາມຍາວ 120 ແມັດ ,ກ້ວາງ 6 ແມັດ,ໃຊ້ທືນໃນມູນຄ່າກໍ່ສ້າງ 1,6 ລ້ານໂດລາສະຫາລັດ ຫຼື ( ປະມານ 12 ຕື້ກວ່າກີບ) ,ຕາມມາດຕະຖານເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນ ຈອນໄປມາຂອງປະຊາຊົນມີຄວາມສະດວກສະບາຍກວ່າເກົ່າ.

           ອນວຍການເຂື່ອນໄຟຟ້ານ້ຳງຽບ 1 ໃຫ້ຮູ້ອີກວ່າ: ສຳລັບບ້ານຈັດສັນຫ້ວຍສູບເລີ່ມກໍສ້າງມາແຕ່ຕົ້ນປີ 2016 ,ພ້ອມສິ່ງອຳນວຍຄວາມສະດວກອື່ນໆເຊັ່ນ: ໂຮງຮຽນ, ໄຟຟ້າ, ນ້ຳສະອາດ, ລະ ບົບຊົນລະປະທານ,ເນື້ອທີ່ທຳການຜະລິດ ແລະ ອື່ນໆ,ເພື່ອສາມາດຮອງຮັບປະຊາຊົນທີ່ຍົກຍ້າຍມາຈາກເຂດທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນປະມານ 480 ຄອບຄົວ.

No comments:

Post a Comment