Ad

Ad

28 November 2016

1362 ສາຍດ່ວນຂອງສູນປົກປ້ອງແມ່ຍິງ-ເດັກນ້ອຍ


          ສູນກາງສະຫະພັນແມ່ຍິງລາວໃນຖານະເປັນອົງການຕົວແທນປົກປ້ອງຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າກໍຄືການ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຈຶ່ງໄດ້ເປີດສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກ ນ້ອຍຂຶ້ນໃນປີ 2006 ເພື່ອເຮັດໜ້າທີ່ປົກປ້ອງ, ສະໜອງການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດ, ກົດຂີ່ຂູດຮີດທາງເພດ ແລະ ແຮງງານຕ່າງໆ ແລະ ມີໜ້າທີ່ຕົ້ນຕໍຄື: ບໍລິການໃຫ້ຄໍາປືກສາແນະນໍາດ້ານກົດໝາຍ, ຈິດໃຈ, ສຸຂະພາບໂດຍບໍ່ເສຍຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນຄອບຄົວ ແລະ ສັງຄົມ, ຮັບແຈ້ງຄວາມກ່ຽວກັບການຄ້າແມ່ຍິງ-ເດັກນ້ອຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ, ສະໜອງການຊ່ວຍເຫລືອອັນຈໍາເປັນໃນດ້ານຕ່າງໆ ເຊັ່ນ: ສະຖານທີ່ພັກເຊົາຊົ່ວຄາວທີ່ປອດໄພ, ດ້ານກົດໝາຍ, ການແພດ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ, ການກັບຄືນສູ່ຄອບຄົວ ແລະ ສັງຄົມ, ພ້ອມທັງເຮັດໜ້າທີ່ບໍາບັດຟື້ນຟູດູແລແມ່ຍິງ ແລະ ເດັກນ້ອຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ກົດຂີ່ຂູດຮີດທາງເພດ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍໃນການດໍາເນີນຄະດີ, ຈັດຕັ້ງຝຶກອົບຮົມ, ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງດໍາເນີນກິດຈະກໍາຕ່າງໆ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຮູບແບບຕ່າງໆ, ໂດຍໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກພາກລັດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສັງຄົມ, ສາກົນ ແລະ ການ ເຄື່ອນໄຫວກິດຈະກໍາຕ່າງໆ ແລະ ນັບແຕ່ປີ 2006-2016 ສູນແຫ່ງນີ້ໄດ້ໃຫ້ຄໍາປຶກສາຫລາຍກວ່າ 19 ພັນກໍລະນີ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍຫລາຍກວ່າ 400 ກໍລະນີທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ຄວາມຮຸນແຮງໃນຄອບຄົວ, ກົດຂີ່ຂູດຮີດທາງເພດ ແລະ ອື່ນໆ ແລະ ທ່ານໃດຕ້ອງການປຶກສາ ຫລື ແຈ້ງກໍລະນີພົບເຫັນປະກົດການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນ້ອຍ ໃນຮູບແບບຕ່າງໆ ໃຫ້ໂທມາເບີສາຍດ່ວນ 1362 ຕາມໂມງລັດຖະການໂດຍບໍ່ເສຍຄ່າ.

No comments:

Post a Comment