Ad

Ad

25 November 2016

ລາວ-ຫວຽດນາມ ເຫັນດີນຳເອົາການພົວພັນພິເສດລະຫວ່າງສອງປະເທດກ້າວສູ່ຈຸດສູງໃຫມ່


         ຕອບສະໜອງຕາມຄໍາເຊີນ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປະຊາຊົນປະຕິວັດລາວ  ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ   ໄດ້ເດີນທາງຢ້ຽມຢາມສັນຖະວະໄມຕີ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 24-26 ພະຈິກ 2016 ນີ້.
          ອອກຮັບສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ  ພ້ອມຄະນະ ທີ່ສາໜາມບິນສາກົນວັດໄຕ ມີສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ຈໍານວນຫລວງຫລາຍຄອຍຕ້ອນຮັບ ແລະ ຂໍ່ານັບຊົມເຊີຍ ການເດີນທາງມາເຖິງນະຄອນຫລວງວຽງຈັນ ດ້ວຍຄວາມອົບອຸ່ນ.

          ເຊິ່ງພິທີຕ້ອນຮັບ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທໍານຽບປະທານປະເທດ ໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາຂັ້ນສູງຂອງລາວ ເຂົ້າຮ່ວມຢ່າງພ້ອມພຽງ.
          ສະຫາຍ ເລຂາທິການໃຫຍ່ບຸນຍັງ ວໍລະຈິດ  ໄດ້ນໍາສະຫາຍ ເລຂາທິຫານໃຫຍ່ ຫງວຽນ ຟູ ຈ້ອງ ໄປຍັງແທ່ນກຽດຕິຍົດ ເພື່ອເຄົາລົບທຸງຊາດ ຫວຽດນາມ-ລາວ ຕາມລໍາດັບ  ແລະ ກວດແຖວທະຫານກອງກຽດຕິຍົດກອງທັບປະຊາຊົນລາວ ແລະ ແນະນໍາ ຄະນະຕ້ອນຮັບທາງການຝ່າຍລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ.
          ພາຍຫລັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ ສປປ ລາວ  ສສ ຫວຽດນາມ ກໍໄດ້ພົບປະສອງຝ່າຍ ໂດຍສະຫາຍ ບຸນຍັງ ວໍລະຈິດ ກ່າວສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຫງວຽນ ຟູ ຈ້ອງ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໄດ້ນໍາເອົາມິດຈິດມິດໃຈອັນດູດດື່ມ, ຄວາມສາມັກຄີພິເສດອັນສະໜິດສະໜົມ, ບໍລິສຸດຜຸດຜ່ອງຈາກພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງມາສູ່ພັກ-ລັດ ແລະ ປະຊາຊົນລາວແລະ  ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີຮັດແຫນ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ສ້າງ, ຖະນຸຖະຖອມ ແລະ ໄດ້ຮັບການເສີມຂະ ຫຍາຍໂດຍບັນດາການນໍາຮຸ່ນຕ່າງໆ, ບັນດານັກຮົບປະຕິວັດ ແລະ ປະຊາຊົນສອງປະເທດ ໃຫ້ນັບມື້ນັບ ແໜ້ນແຟ້ນ, ເລິກເຊີ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
          ໃນໂອກາດອັນສະຫງ່າລາສີນີ້ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ    ກ່າວສະແດງຄວາມປິຕິຍິນດີ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ເດີນ ທາງມາຢ້ຽມຢາມສັນຖະວະໄສມຕີ ສປປ ລາວ ຢ່າງເປັນທາງການເປັນຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ອີກຄັ້ງໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ເຊິ່ງເປັນການສະແດງເຖິງຄວາມມີຊີວິດຊີວາ ແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດຫວຽດນາມ-ລາວ ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນສົມກຽດ ແລະ ສະໜິດສະໜົມບົນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດຖານສະຫາຍອ້າຍນ້ອງ ຈາກສະຫາຍການນໍາຂັ້ນສູງພັກ-ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ຄະນະ ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ຍາດໄດ້ຜົນງານອັນໃໝ່ໃຫຍ່ຫລວງກວ່າເກົ່າ, ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ປະກົດຜົນເປັນຈິງ.
          ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ເພື່ອນໍາເອົາການພົວພັນພິເສດ ລະຫວ່າງ ສອງປະເທດກ້າວສູ່ຈຸດສູງໃໝ່, ພາຍຫລັງການພົບປະສອງຝ່າຍ ສະ ຫາຍ ເລຂາ ທິການໃຫຍ່,   ບຸນຍັງ ວໍລະຈິດ  ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ເປັນສັກຂີພິຍານ ໃນການລົງນາມບັນດາເອກະສານຮ່ວມມື ລະຫວ່າງ ສອງພັກ-ລັດຖະບານ ຈໍານວນ 6 ສະບັບ ຄື: ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຊ່ວຍເຫລືອການກໍ່ສ້າງໂຮງຮຽນສາມັນ ຢູ່ແຂວງບໍລິຄໍາໄຊ, ບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ  ສສ ຫວຽດນາມ ວ່າດ້ວຍການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ ແລະ ຂໍ້ຕົກລົງ  ວ່າດ້ວຍການຈັດ ຕັ້ງປະຕິບັດບົດບັນທຶກ ຍຸດທະສາດການຮ່ວມມືດ້ານຄົມມະນາຄົມຂົນສົ່ງໄລຍະ 2016-2020, ຂໍ້ຕົກລົງວ່າດ້ວຍການຮ່ວມມືຍຸດທະສາດ ລາວ-ຫວຽດນາມ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ຄະ ນະຂົນຂວາຍປະຊາຊົນສູນກາງພັກຫວຽດນາມ.
          ໃນຕອນແລງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ   ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສໍານັກງານນາຍົກລັດຖະມົນຕີ, ຕ້ອນຮັບ ສະຫາຍນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທີ່ຫໍສະພາແຫ່ງຊາດ, ຕ້ອນຮັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ປະທານກໍາມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ທັງເປັນປະທານສະມາຄົມມິດຕະ ພາບລາວ-ຫວຽດນາມຂັ້ນສູນກາງ.
          ໃນຕອນຄໍ່າ ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນ ຮັບເປັນກຽດແກ່ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ   ທີ່ທໍານຽບປະທານປະເທດ. ໃນບົດປາໄສ ກ່າວໃນງານລ້ຽງ ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂໍ່ານັບຮັບຕ້ອນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຟູ ຈ້ອງ ແລະ ຜົນສໍາເລັດຂອງການພົບປະເຈລະຈາສອງຝ່າຍ ເຊິ່ງຈະເປັນການປະກອບສ່ວນນໍາເອົາການພົວພັນພິເສດ ກ້າວສູ່ຈຸດສູງໃໝ່ ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ສໍາຄັນໃຫຍ່ຫລວງຮອບ ດ້ານຂອງປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມໄດ້ ເຮັດໃຫ້ປະເທດຊາດຫວຽດນາມ ມີສະຖຽນລະພາຍທາງດ້ານການເມືອງ, ເສດ ຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຖານະບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກ ເຊິ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ກູ້ຊາດເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລາວໃນປັດຈຸບັນ ແລະ ຢືນຢັນວ່າ: ຈະສືບຕໍ່ຮ່ວມມືກັບສະ ຫາຍຫວຽດນາມອ້າຍນ້ອງ, ສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຜ່ານການທົດສອບດ້ວຍເລືອດເນື້ອແລະ ການເວລາເປັນເວລາຫລາຍທົດສະວັດນັ້ນ ໃຫ້ໝັ້ນຄົງທະນົງແກ່ນຕະຫລອດໄປ ແລະ ອວຍພອນໃຫ້ປະ ຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາພັດທະນາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.

          ພ້ອມນີ້ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ   ສະແດງຄວາມດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມລາວເປັນປະເທດທໍາອິດ ພາຍຫລັງທີ່ຖືກເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມອີກສະໄໝໜຶ່ງ ໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຜ່ານມາ, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຖານສະຫາຍອ້າຍນ້ອງ, ຕີລາຄາການພົວພັນຮ່ວມມືສອງຝ່າຍ ທີ່ຍາດໄດ້ຜົນສໍາເລັດໃນຫລາຍດ້ານ ແລະ ຈະພ້ອມກັບສະຫາຍລາວ ໃຫ້ນັບມື້ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ, ຫວຽດນາມ-ລາວ, ສືບຕໍ່ນັບມື້ນັບໜັກແໜ້ນເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ, ສະ ຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ຕີລາຄາ ແລະ ຊົມເຊີຍບັນດາຜົນສໍາເລັດທີ່ສໍາຄັນຫລາຍດ້ານຂອງປະຊາຊົນລາວອ້າຍນ້ອງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໂດຍພາຍໃຕ້ການນໍາພາອັນຖືກ ຕ້ອງຂອງພັກປະຊາຊົນປະຕິວັດລາວ ແລະ ອວຍພອນໃຫ້ປະຊາຊົນລາວ ຈົ່ງຍາດໄດ້ຜົນສໍາເລັດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ, ສ້າງໃຫ້ປະເທດລາວ ຕາມທິດປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສົງຄົມມີຄວາມປອງດອງ, ຍຸຕິທໍາ ແລະ ສີວິໄລ. 

No comments:

Post a Comment