Ad

Ad

25 November 2016

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງຂະບວນການຄອມມິດຄັ້ງທີ 11 ຮັບຮອງຫລາຍບັນຫາ


 , ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງຂະບວນການຄອມມິດ ຄັ້ງທີ 11 (COMMIT SOM 11th), ໄດ້ໄຂຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະ ການຕ້ານການຄ້າມະນຸດລະດັບຊາດ, ມີບັນດາຜູ້ແທນຈາກປະເທດລຸ່ມແມ່ນ້ຳຂອງ ແລະ ອົງການກ່ຽວຂ້ອງຂອງຕ່າງໆເຂົ້າຮ່ວມນຳດ້ວຍ.
      ເຊົ້າວັນທີ 24 ພະຈິກນີ້ກອງປະຊຸມດັ່ງກ່າວແມ່ນຖືກຈັດຂຶ້ນທຸກໆປີ, ຊຶ່ງບັນດາປະເທດສະມາຊິກໄດ້ຜັດປ່ຽນກັນເປັນເຈົ້າພາບ, ເພື່ອລາຍງານ, ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນນຳກັນ ພ້ອມທັງຮັບຮອງເອົາ

ບັນດາກິດຈະກຳເພື່ອຕ້ານການຄ້າມະນຸດ, ໂດຍສະເພາະ ກອງປະຊຸມຄັ້ງນີ້ ໄດ້ເຫັນດີຕໍ່ປື້ມຄູ່ມືແນະນຳການກຳນົດຕົວຜູ້ເຄາະຮ້າຍ, ລະບົບການສົ່ງຕໍ່ຜູ້ເຄາະຮ້າຍ ແລະ ແຜນສືບຕໍ່ປະຕິບັດແຜນບູລິມະສິດຕ່າງໆ, ພ້ອມທັງຮັບຮອງເອົາຕົວຊີ້ວັດຮ່ວມອາຊຽນ-ຄອມມິດຕ້ານການຄ້າມະນຸດ, ແລກປ່ຽນຄຳແນະນຳຈາກກອງປະຊຸມຊາວໜຸ່ມ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ, ພ້ອມນີ້ຍັງໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນການຕ້ານການຄ້າມະນຸດທີ່ໄດ້ຮັບຜົນດີ ແລະ ຖອດຖອນບົດຮຽນຮ່ວມກັນ, ນອກນີ້ ຍັງໄດ້ຕົກລົງໃຫ້ຄອມມິດຮ່ວມມືກັບອາຊຽນ, ຕົກລົງແຜນບູລິມະສິດໃນການພັດທະນາຄວາມອາດສາມາດຂອງຂະບວນການຄອມມິດ ແລະ ລັດຖະບານຂອງບັນດາປະເທດສະມາຊິກຄອມມິດ.
          ທ່ານ ເພັງສະຫວັນ ທິບພະວົງໄຊ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນພາຍໃຕ້ຫົວຂໍ້: ເພີ່ມທະວີຕ້ານການຄ້າມະນຸດໂດຍຖືເອົາຜູ້ຖືກເຄາະຮ້າຍເປັນໃຈກາງ”, ຮຽນຮູ້ຈາກປະສົບການຂອງຂະບວນການຄອມມິດ, ຊຶ່ງມັນໄດ້ສະແດງເຖິງຄວາມມຸ້ງມາດປາດຖະໜາອັນໜັກແໜ້ນ ແລະ ເດັດດ່ຽວໃນການຕອບໂຕ້ກັບພວກກໍ່ອາຊະຍາກຳຄ້າມະນຸດຢູ່ໃນໂລກ, ໃນໄລຍະຜ່ານມາ ຂະບວນການຄອມມິດໄດ້ຈັດຕັ້ງປະຕິບັດແຜນງານພາກພື້ນຂອງຕົນມາແລ້ວ 3 ໄລຍະ ແລະ ປັດຈຸບັນແມ່ນໄລຍະທີ 4 ໂດຍເລີ່ມແຕ່ປີ 2014-2018, ໂດຍການສ້າງເປັນແຜນບູລິມະສິດໃນການຈັດຕັ້ງປະຕິບັດເປັນແຕ່ລະປີ, ຊຶ່ງຄາດວ່າການຮ່ວມມື ແລະ ການສະໜັບສະໜູນທີ່ດີຂອງບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ພາກສ່ວນກ່ຽວຂ້ອງ ຈະບັນລຸຜົນສຳເລັດເປັນຢ່າງດີທັງຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອປົກປ້ອງສິດທິຂອງພົນລະເມືອງທັງເປັນການປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນອັນເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ແລະ ສາກົນ.

          ໃນໂອກາດນີ້, ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ, ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການຄ້າມະນຸດແມ່ນອາຊະຍາກຳໜຶ່ງທີ່ຮ້າຍແຮງ, ມີລັກສະນະຂ້າມຊາດ ແລະ ມີການ ຈັດຕັ້ງ, ການກະທຳດັ່ງກ່າວເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະນຸດ ຍ້ອນວ່າມະນຸດເຮົາຖືກປະຕິບັດຄືດັ່ງເປັນວັດຖຸ ຫລື ສິນຄ້າ, ທັງຕົກເປັນເປົ້າໝາຍຂອງການຂູດຮີດ, ຈະແມ່ນການຂູດຮີດແຮງງານ, ທາງເພດ ຫລື ການເປັນຂ້າທາດ ແລະ ອື່ນໆ. ຜ່ານມາພວກເຮົາໄດ້ພົບເຫັນຕົວຈິງໃນທຸກເພດ, ທຸກໄວບໍ່ສະເພາະແຕ່ເພດຍິງ ແລະ ເດັກນ້ອຍເທົ່ານັ້ນ ທີ່ຕົກເປັນເຫຍື່ອ, ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ອາຊະຍາກຳການຄ້າມະນຸດຍັງຈະສືບຕໍ່ເກີດຂຶ້ນເລື້ອຍໆ, ແຜ່ຂະຫຍາຍຢ່າງກ້ວາງຂວາງ ເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ ແລະ ຄວາມເປັນມາລະ ບຽບຮຽບຮ້ອຍທາງສັງຄົມໃນອານຸພາກພື້ນ, ນັ້ນກໍຍ້ອນຍຸກໂລກາພິວັດມີການເຊື່ອມໂຍງເສດ ຖະກິດຂອງໂລກ ແລະ ພາກພື້ນ, ເຕັກໂນໂລຊີຂອງການສື່ສານໄດຮັບການພັດທະນາຢ່າງວ່ອງໄວ, ການຄົມມະນາຄົມຂົນສົ່ງທີ່ສະດວກສະບາຍ ແລະ ການເຄື່ອນຍ້າຍຄົນທີ່ບໍ່ມີເຂດແດນ ຈຶ່ງກາຍເປັນປັດໃຈຊຸກດັນ ແລະ ເອື້ອອຳນວຍແກ່ພວກຄ້າມະນຸດສາມາດເຄື່ອນໄຫວໄດ້ຢ່າງເລິກແລບແນບນຽນ ແລະ ມີຄວາມສະລັບຊັບຊ້ອນ ເພື່ອຫາຜົນປະໂຫຍດທາງດ້ານເສດຖະກິດ ແລະ ອື່ນໆ. ສະນັ້ນ ສປປ ລາວ ກໍຄືບັນດາປະເທດຄອມມິດ ຈະຕ້ອງໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ ເພື່ອປ້ອງກັນ, ສະ ກັດກັ້ນ ແລະ ຕ້ານການຄ້າມະນຸດຢ່າງມີປະສິດທິຜົນ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດດັ່ງກ່າວ.

No comments:

Post a Comment