Ad

Ad

25 November 2016

ນາຍົກຊີ້ນໍາຂະແໜງກ່ຽວຂ້ອງເລັ່ງແກ້ໄຂບ່ອນຈອດລົດບໍ່ເໝາະສົມໂດຍໄວ

            ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພະຈິກ 2016 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາໃຫ້ຂະແໜງການຕ່າງໆເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບພິຊອບສູງ, ບົນພື້ນຖານລະບຽບກົດໝາຍ ແລະ ອີກບັນຫາສໍາຄັນໜຶ່ງທີ່ນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວແມ່ນສະພາບການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆໃນຕົວເມືອງທີ່ມີສຽງຈົ່ມວ່າຈາກສັງຄົມກ່ຽວກັບຄວາມບໍ່ເໝາະສົມ ແລະ ຂາດຄວາມໂປ່ງໃສໃຫ້ສໍາເລັດໃນເດືອນທັນວານີ້, ພ້ອມທັງຄົ້ນຄວ້າທິດທາງສະເພາະໜ້າ ແລະ ຍາວນານເພື່ອແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງທີ່ນັບມື້ເພີ່ມຂຶ້ນໃຫ້ຫລຸດຜ່ອນລົງເທື່ອລະກ້າວ.

           ປັດຈຸບັນ, ມີຫລາຍເສັ້ນທາງໃນຕົວເມືອງເຊັ່ນ: ເສັ້ນທາງເຂດຕະຫລາດຂົວດິນ, ນໍ້າຜຸ, ຂົວຫລວງ ແລະ ເສັ້ນທາງອື່ນໆ ທີ່ພາກສ່ວນກ່ຽວຂ້ອງໄດ້ຈັດສັນເປັນບ່ອນຈອດລົດແລ້ວມີການເກັບເງິນປະມານ 5000 ກີບສະເພາະຈອດຊົ່ວຄາວ ແລະ ປະມານ 10.000 ກີບສໍາລັບການຈອດຫລາຍຊົ່ວໂມງ, ເຊິ່ງບາງເຂດກໍເຫັນວ່າມີຄວາມເໝາະສົມ, ແຕ່ບາງເຂດກໍບໍ່ເໝາະສົມ, ຈຶ່ງເກີດມີສຽງຈົ່ມ

ວ່າຈາກສັງຄົມບໍ່ໜ້ອຍຕໍ່ການຈັດຕັ້ງປະຕິບັດດັ່ງກ່າວ ແລະ ການຊີ້ນໍາຂອງທ່ານນາຍົກລັດຖະມົນຕີຕໍ່ບັນຫານີ້, ກໍຫວັງວ່າພາກສ່ວນກ່ຽວຂ້ອງຄົງຈະໄດ້ລົງກວດກາ ແລະ ແກ້ໄຂໂດຍໄວ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງຫລວງ.

No comments:

Post a Comment