Ad

Ad

25 November 2016

ເບິ່ງອະດີດເພື່ອລິຂິດອະນາຄົດ

ໂດຍ: ວິເສດ ສະແຫວງສຶກສາ
          ໃນສອງ-ສາມອາທິດຜ່ານມານີ້, ຈານແຫຍ່ຖືວ່າຕົນເອງມີໂຊກສອງຊັ້ນທີ່ໄດ້ອ່ານປຶ້ມດີໆ ສອງຫົວ ໂດຍບໍ່ເສຍເງິນພໍຫລຸຍ (ພາສາລາວໃຕ້ແປວ່າບໍ່ໄດ້ຈ່າຍຈັດີ້-ບໍ່ໄດ້ຈ່າຍພໍກີບ !) ຍ້ອນມີຜູ້ມອບໃຫ້ອ່ານດິດອກ (ລ້າໆ) ທັງສອງຫົວເປັນປະເພດເລົ່າຄືນ ຊີວະປະຫວັດການເຄື່ອນໄຫວສ່ວນຕົວ ແລະ ລວມໝູ່ໃນພາລະກິດປົດປ່ອຍ ແລະ ສ້າງສາປະເທດຊາດ. ທີ່ຖືວ່າພິເສດສຸດແມ່ນເປັນການເລົ່າ ແລະ ຂຽນໂດຍ ນັກປະຕິວັດເພດຍິງ. ປຶ້ມ ພູມ ໃຈທີ່ໄດ້ອຸທິດຕົນຮັບໃຊ້ປະເທດຊາດ ແລະ ຮັບໃຊ້ພັກນັ້ນເປັນຜົນງານຈາກປາຍປາກກາຂອງ ທ່ານນາງ ຫວັດສະດີ ໂຄດໂຍທາ ໃນຊຸດ ເຂັມ ໂມງແຫ່ງຊີວິດເປັນບົດເລົ່າຄືນເສັ້ນທາງແຫ່ງຊີວິດທີ່ບໍ່ຢູດ້ວຍດອກກຸຫລາບ ຫລື ດອກຈຳປາ ແຕ່ຫາກເຕັມໄປດ້ວຍສ້ຽນໜາມຂອງເພິ່ນ
ນັບແຕ່ຊີວິດຂູດຫົວເລົາເກົາຫົວຫຍ້າໃນໄວເດັກຮອດມື້ໂບກມືອຳລາບ້ານເກີດເມືອງແຂວງຢູ່ອັດຕະປືສູ່ເຂດປົດປ່ອຍໃນປີ 1966, ຜ່ານຂະບວນການຊຸບຫລໍ່ຈົນປີກກ້າຂາແຂງເປັນຄູປະຕິວັດເປັນນັກເຄື່ອນໄຫວໃນຂະບວນການແມ່ຍິງຫລາຍຂັ້ນ ແລະ ຖານະຕຳ ແໜ່ງຄວາມຮັບຜິດຊອບກ່ອນມື້ ເຂົ້າບຳນານຂອງເພິ່ນກໍແມ່ນຮອງເລຂາພັກແຂວງ-ຮອງເຈົ້າ ແຂວງອັດຕະປື. ປຶ້ມນີ້ຈານແຫຍ່ ອ່ານດ້ວຍຄວາມຈົດຈໍ່ ແລະ ສາຍພານແຫ່ງຄວາມຫລັງໄປນຳ ເພາະເປັນເຫດການເກີດຂຶ້ນຢູ່ຖິ່ນກຳເນີດດຽວກັບຈານແຫຍ່. ຫົວທີສອງທີ່ໄດ້ອ່ານລ້າ (ບໍ່ເສຍເງິນ) ແມ່ນປຶ້ມ ສາວກອງຫລອນຍິງຍົນອາເມລິກາເລົ່າໂດຍທ່ານນາງ ເຂັມຄຳ ສີຊົມຊື່ນ ແລະ ບັນທຶກໂດຍ ຫົງເຫີນ ຂຸນພິທັກ ນັກປະພັນລະດັບຫົວຫອກ ຄົນໜຶ່ງຂອງອຸດທິຍານວັນນະກຳໃຕ້ຟ້າເມືອງລາວຂອງພວກເຮົາ. ປຶ້ມນີ້ບັນທຶກການເຫລົ່າຂອງ ເຂັມຄຳ ສີຊົມຊື່ນ ຍິງນັກຮົບແຂ່ງຂັນ, ຜູ້ທີ່ສາມາດໃຊ້ປືນແໜ້ນຍົນ ເຕຊາວແປດ (T.28) ຂອງອາເມລິກາລົງມາໝູບອາບຟາບຢູ່ໜ້າດິນຖິ່ນຊຽງຂວາງໃນຕົ້ນປີ 1969. ທີ່ຈັບໃຈແຮງແມ່ນການຈັດສາກໄດ້ດີປານສາກຮູບເງົາ, ໃຊ້ຄຳສັບເລົ່າແບບຊາວບ້ານ ບໍ່ພິ ຖີພິຖັນ ແຕ່ກັ່ນກອງມາຈາກໃຈຈິງຂອງສາວຊຽງຂວາງ ທັງງາມທັງເກັ່ງ. ທີ່ເລົ່າພໍຢາຢາກນີ້ ຢ່າຫາວ່າຈານແຫຍ່ມີສ່ວນໄດ້ ຜົນປະໂຫຍດຈາກການຈຳໜ່າຍ ປຶ້ມສອງຫົວນີ້ ເພາະຕາມຂ່າວບອກວ່າພິມເຜີຍແຜ່ເພື່ອ ແຈກລ້າ”. ທີ່ເອົາເລື່ອງນີ້ມາລົມກັບເພື່ອນມັກອ່ານກໍຍ້ອນມີຄຳຖາມທີ່ຈານແຫຍ່ມ່າໄວ້ໃນຫົວໃຈມາເຫິງນານວ່າ ປະເທດລາວວິລະຊົນຂອງລາວເຮົານີ້ມີວິລະຊົນ, ມີ ນັກຮົບແຂ່ງຂັນ ແລະ ນັກປະຕິວັດຫລາຍຮຸ້ນຄົນຈຳນວນຫຼວງຫລາຍ ແຕ່ເຫດໃດພວກເຮົາຈຶ່ງມີປຶ້ມກ່ຽວກັບພວກເພິ່ນຈຳ ນວນໜ້ອຍທີ່ສຸດ, ອາດໜ້ອຍກວ່າຈຳນວນຂໍ້ມືໃນຝາມືເບື້ອງດຽວຊ້ຳ. ເຫດໃດພວກເຮົາເຫລົ່ານັກປະພັນ, ຄົນສີມືສິນໃນແວດວົງວັນນະກຳຈຶ່ງບໍ່ຂຶ້ນແຜນລົງເລິກການບັນທຶກຊີວະປະຫວັດຂອງບຸກຄົນຄົນດີເດັ່ນໃນຂະບວນການປະຕິວັດ ເພື່ອໄວ້ໃຊ້ເປັນແວ່ນແຍງແປງທາງຕາມໄຕ່ສູ່ແສງສະຫວ່າງຕາມຄຳສອນທີ່ວ່າ ຢາກເຫັນໜ້າໃຫ້ເບິ່ງຫຼັງ”. ຈານແຫຍ່ຢາກໃຫ້ສະມາຄົມນັກປະພັນ, ສະມາຄົມນັກຂ່າວ, ບັນດານັກຂຽນນັກບັນທຶກປະຫວັດສາດທີ່ມີຝີມືດີຮ່ວມກັນກຳນົດແຜນລົງເກັບກຳຊີວະປະຫວັດ ການເຄື່ອນໄຫວຂອງວິລະຊົນ ຄົນເກັ່ງມາພິມເປັນເຫລັ້ມເຜີຍແຜ່ສູ່ສັງຄົມຢ່າງກວ້າງຂວາງ ໂດຍມີການໄຈ້ແຍກລະອຽດວ່າ ເລື່ອງໃດຄວນຂຽນໃນລັກສະນະອັດຕະຊີວະປະຫວັດ, ເລື່ອງໃດຄວນຂຽນໃນລັກສະນະຄວາມ ຊົງຈຳ, ເລື່ອງໃດຄວນບັນທຶກໃນແງ່ວິຊາການ, ປະສົບການກໍຄືບົດຮຽນແຫ່ງຊີວິດເພາະວ່າການເຄື່ອນໄຫວຂອງແຕ່ລະທ່ານນັ້ນອາດບໍ່ເໝາະທີ່ຈະຂຽນໃນແງ່ຊີວະປະຫວັດໝົດ.
ຜ່ານມາບຸກຄົນສຳຄັນຫລາຍທ່ານລົງມືຂຽນຄວາມຊົງຈຳປະຫວັດການເຄື່ອນໄຫວຂອງຕົນດ້ວຍຕົນເອງ, ມີບາງທ່ານຜ່ານມືທີສອງແຕ່ຕໍ່ໄປນີ້ ຈານແຫຍ່ຢາກເຫັນຄົນໃນວົງການສື່, ວົງການວັນນະກຳ ກໍຄືຜູ້ມີປາກກາໃນກຳມືເປັນເຈົ້າການຂຽນເພາະວິລະຊົນຄົນເກັ່ງຂອງພວກເຮົາຫລາຍທ່ານອາດບໍ່ມີເງື່ອນໄຂທຶນຮອນທີ່ຈະຂຽນເອງຈັດພິມເອງໄດ້.





 
















No comments:

Post a Comment