Ad

Ad

25 November 2016

ສະພາສະເໜີໃຫ້ລັດຖະບານຄຸ້ມຄອງບໍ່ແຮ່ຢ່າງເຂັ້ມງວດ

            ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເພີ່ມທະວີຄວາມເອົາໃຈໃສ່ຄຸ້ມຄອງບໍ່ແຮ່ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າມີຫລາຍໂຄງການບໍ່ແຮ່ເຄື່ອນໄຫວບໍ່ຖືກຕ້ອງລະບຽບກົດໝາຍ.

          ຄະນະປະຈຳດັ່ງກ່າວໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດທີ່ມີຄ່າ, ຂະນະດຽວກັນ ການລົງທຶນສຳຫລວດ ແລະ ຂຸດຄົ້ນແຮ່ທາດຢູ່ລາວແມ່ນພວມໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ເປັນຕົ້ນ: ໂຄງການຂຸດຄົ້ນແຮ່ຄຳ-ທອງເຊໂປນ, ໂຄງການພູເບ້ຍ
ມາຍນິງ, ໂຮງໄຟຟ້າຖ່ານຫີນຫົງສາລິກໄນ ແລະ ໂຄງ ການອື່ນໆທີ່ມີການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິຜົນ, ອັນໄດ້ປະກອບ ສ່ວນເຮັດໃຫ້
ເສດຖະກິດຂອງຊາດຂະຫຍາຍຕົວຕໍ່ເນື່ອງ ທັງປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ເພື່ອໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວ. ແຕ່ຄຽງຄູ່ກັນນັ້ນ ກໍສັງເກດເຫັນວ່າຍັງມີຫລາຍໂຄງການບໍ່ປະຕິບັດໄດ້ຕາມຂັ້ນຕອນຂອງລະບຽບກົດໝາຍກຳນົດໄວ້, ຕາມການລາຍງານຈາກຂະແໜງກ່ຽວຂ້ອງໃນການອະນຸມັດໃຫ້ຊອກຄົ້ນສຳຫລວດແຮ່ທາດຢູ່ລາວເຮົາມີຫລາຍກວ່າ 200 ໂຄງການ ແຕ່ມີພຽງ 3 ໂຄງການເທົ່ານັ້ນທີ່ເຄື່ອນໄຫວປະຕິບັດຖືກຕ້ອງຕາມກົດໝາຍກຳນົດໄວ້. ນອກນັ້ນມີບາງໂຄງການອະນຸມັດບໍ່ຖືກຕ້ອງຕາມຫລັກການ, ມີການສວຍໃຊ້ໃບອະນຸຍາດຈາກຂະແໜງການໜຶ່ງໄປດຳເນີນທຸລະກິດໃນອີກຂະແໜງໜຶ່ງ. ດັ່ງກໍລະນີຢູ່ແຂວງວຽງຈັນ. ນອກຈາກນີ້ ເຖິງວ່າໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການໂຈະພິຈາລະນາ ແລະ ອະນຸມັດໂຄງການລົງທຶນໃໝ່ສຳລັບການຊອກຄົ້ນ, ສຳຫລວດແຮ່ທາດ ລວມທັງການຂຸດຄົ້ນຄຳຕົກຂ້ອນຕາມແມ່ນ້ຳລຳເຊຕ່າງໆແລ້ວກໍຕາມ, ແຕ່ກໍປາກົດຍັງມີສະພາບການລະເມີດບຸກລຸກເຂົ້າໄປລັກຂຸດຄົ້ນແຮ່ຄຳຕົກຂ້ອນຂອງປະຊາຊົນໃນຫລາຍເຂດ, ໂດຍການນຳໃຊ້ສານເຄມີອັນຕະລາຍສະກັດເອົາແຮ່ຄຳ ໂດຍສະເພາະຢູ່ເຂດເມືອງແມດ, ຊະນະຄາມ ແຂວງວຽງຈັນ, ຊຽງຂວາງ ແລະ ແຂວງອື່ນໆ ອັນໄດ້ສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຢ່າງຮ້າຍແຮງ ແລະ ສາເຫດທີ່ພາໃຫ້ສະພາບດັ່ງກ່າວແຜ່ຫລາຍນັ້ນກໍເປັນຍ້ອນການປະຕິບັດບັນດານິຕິກຳທີ່ກ່ຽວຂ້ອງຕ່າງໆຍັງບໍ່ທັນໄດ້ດີ ແລະ ເຂັ້ມງວດ, ການສະໜອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານການນຳໃຊ້ສານເຄມີອັນຕະລາຍຕ່າງໆຍັງບໍ່ທັນຫລາກຫລາຍ ແລະ ກວ້າງຂວາງ, ບາງລະບຽບ, ຫລັກການຍັງກຳນົດບໍ່ທັນຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ, ການແບ່ງຄວາມຮັບຜິດຊອບ ແລະ ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງບໍ່ຊັດເຈນ. ສະນັ້ນ ເພື່ອຮັບປະກັນໃຫ້ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ ເຮັດໃຫ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຮັບການປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, ທັງນຳພາປະຊາຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດບາງມາດຕະການຕົ້ນຕໍ ຄືໃຫ້ກວດຄືນບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງວຽກງານແຮ່ທາດທີ່ເຫັນວ່າອັນໃດບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນແມ່ນໃຫ້ປັບປຸງໂດຍໄວ, ກວດຄືນບັນດາສັນຍາຂອງໂຄງການຕ່າງໆທີ່ໄດ້ລົງນາມກັນແລ້ວ ອັນໃດຄວນໃຫ້ສືບຕໍ່, ອັນໃດຄວນໂຈະ, ລຶບລ້າງ ຫລື ຍຸບເລີກ, ຮີບຮ້ອນແກ້ໄຂຜົນກະທົບດ້ານຕ່າງໆທີ່ມີຕໍ່ປະຊາຊົນ ແລະ ສິ່ງແວດລ້ອມຕ່າງໆ, ພ້ອມທັງເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມທີ່ໄດ້ປະກາດໃຊ້ແລ້ວໃຫ້ເຄັ່ງຄັດ, ເອົາໃຈໃສ່ໂຄສະນາເຜີຍແຜ່ນິຕິກຳຕ່າງໆໃນການປ້ອງກັນ ແລະ ຄວາມອັນຕະລາຍຂອງສານເຄມີປະເພດຕ່າງໆໃຫ້ປະຊາຊົນ ແລະ ສັງຄົມຮັບຮູ້ຢ່າງກວ້າງຂວາງ, ກວດຄືນພາລະບົດບາດ, ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມຊັດເຈນ, ຂາດຕົວ ແລະ ກຳນົດແຈ້ງວ່າອັນໃດຕ້ອງໄດ້ຜ່ານສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອັນໃດຕ້ອງຜ່ານລັດຖະບານ ແລະ ທ້ອງຖິ່ນຕ້ອງອະນຸຍາດຕາມລະບຽບກົດໝາຍ.

1 comment:

  1. ຝີ ບ້ານ ພ້ອມຝີ ປ່າ ເປັນແນວໃດ ກໍ ແກ້ ຍາກ,ພະນັກງານຄູ້ມຄອງຝ່າຍລັດ ກັບຜູ້ລົງທຶນ ມັນ ສົມຮູ້ຮ່ວມຄິດນຳກັນ ຕາມທິດສະດີ ແລ້ວ ຖ້າບ່ອນໃດຫາກມີ ພະນັກງານລັດ ຢູ່ເບື້ອງຫຼັງ ຫາກິນ ນຳຜູ້ລົງທືນ ແລ້ວ ຈຳນຳໄປ ບ່ອນ ການ ຈັດຕັ້ງ ປະເຕິບັດລະບຽບ ກົດໝາຍ ບໍ່ໄດ້ດື ກົດໜ່ວງ ຖ່ວງດຶງ ຄວາມຈະເລີນ ຂອງປະເທດຊາດ ສະນັ້ນ ພວກເຮົາ ທຸກຄົນ ທີ່ ເປັນເຈົ້າຂອງປະເທດຊາດ ຄວນເດັດຂາດ ກັບເລື່ອງນື້

    ReplyDelete