Ad

Ad

25 November 2016

ນາຍົກລັດຖະມົນຕີສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 9 ທີ່ຣາຊະອານາຈັກກໍາປູເຈຍ

          ໃນວັນທີ 23 ພະຈິກນີ້, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 9 ທີ່ ສຽມລຽບ, ຣາຊະອານາຈັກກຳປູເຈຍ.
            ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດໍາເນີນໄປ ພາຍໃຕ້ການເປັນປະທານ ຂອງ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ເຊິ່ງມີພະນະທ່ານ ຫວງຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ເພື່ອພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນຢ່າງເປີດອົກເປີດໃຈກ່ຽວກັບ
ການທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຂອງ ເຂດສາມຫຼ່ຽມພັດທະນາ ກໍຄືການຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນໍາສາມປະເທດຢູ່ໃນກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມຄັ້ງທີ 8 ໃນປີ 2014 ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ແນໃສ່ເຮັດໃຫ້ເຂດສາມຫຼ່ຽມພັດທະນານີ້ໄດ້ຮັບການພັດທະນາທຽບເທົ່າກັບຂົງເຂດອື່ນໆຂອງສາມປະເທດ, ໂດຍນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງຫຼວງຫຼາຍບໍ່ວ່າຈະເປັນຊັບພະຍາກອນທໍາມະຊາດ, ແມ່ນໍ້າ-ລໍາເຊ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາພະລັງງານ ແລະ ການທ່ອງ ທ່ຽວ.
           ໃນໂອກາດດັ່ງກ່າວຜູ້ນຳສາມປະເທດໄດ້ລົງນາມຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດຄັ້ງນີ້, ເຊິ່ງເປັນນິມິດໝາຍສໍາຄັນອີກຄັ້ງໜຶ່ງ ເພື່ອສືບຕໍ່ຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງ, ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຮ່ວມກັນ, ແນໃສ່ສ້າງວຽກເຮັດງານທໍາ, ຍົກລະດັບຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ ແລະ ໃຫ້ສາມາດຍັບເຂົ້າໃກ້ຈຸດປະສົງ ແລະ ເປົ້າໝາຍເບື້ອງຕົ້ນໃນການສ້າງຕັ້ງຂອບການຮ່ວມມືດັ່ງກ່າວ. ຄຽງຄູ່ກັນນີ້, ໄດ້ມີການລົງນາມສັນຍາວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າຢູ່ໃນເຂດສາມສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ, ເຊິ່ງຕາງໜ້າລັດຖະບານລາວແມ່ນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.
           ສັນຍາດັ່ງກ່າວແມ່ນແນໃສ່ເພີ່ມທະວີມູນຄ່າການຄ້າ ແລະ ການລົງທຶນຢູ່ໃນເຂດດັ່ງກ່າວ, ໂດຍຊຸກຍູ້ການສ້າງກິດຈະກໍາສົ່ງເສີມດ້ານການຄ້າຕ່າງໆ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ນັກທຸລະກິດ, ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສີນຄ້າ ແລະ ການໄປມາຫາສູ່ກັນຂອງປະຊາຊົນ.  
            ພ້ອມດຽວກັນນີ້, ບັນດາຜູ້ນໍາໄດ້ຮັບຮອງເອົາໂຄງການບູລິມະສິດ 15 ໂຄງການ ແລະ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດຄັ້ງນີ້.
             ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມສຸດຍອດຄັ້ງທີ 9 ນີ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້, ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ຂອງ ເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ເພື່ອປຶກສາຫາລື ແລະ ກະກຽມບັນດາເອກະສານຕ່າງ ຂອງກອງປະຊຸມສຸດຍອດ.

          ກອງປະຊຸມສຸດຍອດດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດ-ມິດຕະພາບ, ຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືແບບອ້າຍນ້ອງຂອງສາມຊາດທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

No comments:

Post a Comment