Ad

Ad

25 November 2016

ເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຈະຮ່ວມຫາລື 4 ບັນຫາທີ່ຕິດພັນກັບແຮງງານ


        ເພື່ອແນໃສ່ປະຕິບັດເປົ້າໝາຍຂອງການພັດທະນາແບບຍືນຍົງ ທີ່ສະຫະປະຊາຊາດຕັ້ງໄວ້ເປັນຕົ້ນ ແມ່ນສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະຕິດພັນກັບການພັດທະນາເສດຖະກິດຊົນນະບົດລວມໄປເຖິງການປະຕິບັດນະໂຍບາຍຈ້າງງານໃຫ້ເຂົ້າສູ່ລະບົບ, ໂດຍໃນກອງປະຊຸມຄັ້ງທີ 9 ຂອງຄະນະວິຊາການເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານແຮງງານ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດອາຊຽນ ທີ່ໄດ້ຈັດຂຶ້ນ ໃນວັນທີ 23 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ພ້ອມນັ້ນ ຍັງມີຄະນະວິຊາການອາວຸໂສດ້ານແຮງງານອາຊຽນ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆເຂົ້າຮ່ວເປັນຈຳນວນຫລາຍ.
          ທ່ານ ບຸນຄົງ ຫຼ້າສຸກັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອແຈ້ງໃຫ້ຄະນະວິຊາການອາວຸໂສດ້ານແຮງງານອາຊຽນໄດ້ຮັບຮູ້ນຳກັນ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານແຮງງານ, ທັງເປັນການແລກປ່ຽນບົດຮຽນຮ່ວມກັນ ແລະຊອກຫາທິດທາງແກ້ໄຂຮ່ວມກັນ ເພື່ອແນໃສ່ພັດທະ ນາວຽກງານແຮງງານໃນອະນາຄົດ, ຊຶ່ງໃນກອງປະຊຸມ ຍັງຈະສຸມໃສ່ການສ້າງຄວາມອາດສາມາດໃນການແຂ່ງຂັນດ້ານແຮງງານຢູ່ພາຍໃນອາຊຽນ, ພ້ອມກັນນັ້ນ ປີນີ້ກໍເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດເປົ້າ ໝາຍຂອງການພັດທະນາແບບຍືນຍົງທີ່ສະຫະປະຊາຊາດຕັ້ງຂຶ້ນ, ເປັນຕົ້ນແມ່ນເປົ້າໝາຍທີ 8 ວ່າດ້ວຍການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະ ການຂະຫຍາຍຕົວຂອງເສດຖະກິດ, ໃນນີ້ແມ່ນຈະສຸມໃສ່ຊ່ວຍເຫຼືອຫຸ່ມຄົນທີ່ອ່ອນແອ ແລະແກ້ໄຂບັນຫາຄວາມບໍ່ສະເໝີພາບກັນ, ຕໍ່ກັບບັນຫານີ້ ຜູ້ນຳອາຊຽນ ກໍໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເອົາໃຈໃສ່ສົ່ງເສີມວຽກທີ່ມີຄຸນຄ່າ, ຊຸກຍູ້ການເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະມີສ່ວນຮ່ວມຂອງທຸກຄົນ. ປະຈຸບັນພວກເຮົາຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ ດັ່ງຜົນສຳຫຼວດຂອງອົງການແຮງງານສາກົນ ເຫັນວ່າມີຜູ້ອອກແຮງງານໃນພາກພື້ນອາຊຽນເຮົາປະມານ 179 ລ້ານຄົນ ທີ່ເຮັດວຽກໃນສະພາບແວດລ້ອມທີ່ບໍ່ດີ ແລະ ໄດ້ຮັບການຈ້າງງານແບບບໍ່ໝັ້ນຄົງ, ເນື່ອງຈາກວ່າສ່ວນຫຼາຍແມ່ນເຮັດວຽກນອກລະບົບ, ບໍ່ມີການປະກັນສັງຄົມທີ່ເໝາະສົມ ແລະ ເຮັດວຽກໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ, ດັ່ງນັ້ນ ມັນຈຶ່ງຈຳເປັນຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມກັນຢ່າງໃກ້ສິດ ເພື່ອແກ້ໄຂບັນດາຄວາມທ້າທາຍເຫຼົ່ານັ້ນ;
          ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ, ທັງເປັນປະທານເຈົ້າ ໜ້າທີ່ອາວຸໂສແຮງງານອາຊຽນ ກ່າວວ່າ: ເພື່ອເປັນການປຶກສາຫາລືຮ່ວມກັນໃນການສຸມໃສ່ແກ້ໄຂບັນຫາແຮງງານດັ່ງກ່າວໃຫ້ກ້າວເຂົ້າສູ່ລວງດຽວກັນຫຼາຍຂຶ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈຶ່ງເນັ້ນໃສ່ 4 ບັນ ຫາຫຼັກເປັນຕົ້ນແມ່ນ ກອງປະຊຸມພາກພື້ນກ່ຽວກັບການສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະເປັນທຳໃນຂະແໜງການຈັດຫາງານໃນຊົນນະບົດ; ກອງປະຊຸມກ່ຽວກັບການສົ່ງເສີມການພັດທະນາໃນຊົນ ນະບົດ ໂດຍເນັ້ນໃສ່ການທ່ອງທ່ຽວແບບຍືນຍົງ ແລະ ຕ່ອງໂສ້ການສະໜອງການບໍລິການໃນຊົນນະບົດ; ດຳເນີນການຄົ້ນຄວ້າ ກ່ຽວກັບ ການສົ່ງເສີມວຽກທີ່ມີຄຸນຄ່າຢູ່ຂົງເຂດເສດຖະກິດຊົນນະບົດ ໂດຍຜ່ານຂະບວນການເຕີບໂຕຂອງຜະລິດຕະພັນແຮງງານ, ສົ່ງເສີມການຈ້າງງານຢູ່ທ້ອງຖິ່ນ ແລະການຫັນຈ້າງງານນອກລະບົບເຂົ້າສູ່ການຈ້າງງານໃນລະບົບ; ແລະ ກອງປະຊຸມ ພັດທະນາແຜນປະຕິບັດງານຖະແຫຼງການ ວຽງຈັນ ວ່າດ້ວຍການຫັນຈ້າງງານນອກລະບົບເຂົ້າສູ່ການຈ້າງງານໃນລະບົບ ເພື່ອເປັນການຊຸກຍູ້ສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະເປັນທຳໃນອາຊຽນ.

No comments:

Post a Comment