ທະນາຄານແຫ່ງ ສປປ ລາວ (
ທຫລ ) ຮ່ວມກັບທະນາ ຄານແຫ່ງລັດ ຫວຽດນາມ ( ທຫວ ) ໄດ້ຈັດຕັ້ງການສໍາມະນາວຽກ ງານສື່ມວນຊົນ
ເຊິ່ງເປັນກະບອກສຽງທະນາຄານກາງຂອງ 2 ປະ ເທດ ໃນລະຫວ່າງວັນທີ 23-24 ພະຈິກ 2016
ທີ່ສະຖາບັນການທະນາຄານ
ໂດຍການເຂົ້າຮ່ວມຂອງທ່ານ ຫົວໜ້າຫ້ອງການ ທຫລ ແລະຮອງຫົວໜ້າ
ໜ່ວຍງານຂ່າວສານມວນຊົນ ເຊິ່ງມີນັກສໍາມະນາກອນຈາກບັນດາກົມ, ສາຂາ ແລະ
ທະນາຄານທຸລະກິດລັດເຂົ້າຮ່ວມຫຼາຍກ່ວາ 50 ຄົນ.
ຜ່ານການສໍາມະນາ 2 ວັນ
ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກໍາແໜ້ນ ແລະເຫັນໄດ້ພາລະບົດບາດໜ້າທີ່ກ່ຽວກັບການ
ສ້າງແຜນງານ, ແຜນຍຸດທະສາດຂ່າວສານຂອງທະນາຄານ, ຂ່າວສານກ່ຽວກັບນະໂຍບາຍເງິນຕາ, ການເຄື່ອນໄຫວຂອງທະນາຄານ, ເກັບກຳຂໍ້ມູນຈາກໜັງສືພິມ, ຊ່ວຍຜູ້ວ່າການຊີ້ນຳການເຄື່ອນໄຫວ
Website ທະນາຄານແຫ່ງລັດ ຫວຽດນາມ, ການປະສານສົມ ທົບກັບຂ່າວ ສານ
ເພື່ອຍົກລະດັບຄວາມຮັບຮູ້ໃຫ້ປະຊາຊົນກ່ຽວກັບການເງິນ-ການທະນາຄານ
ປະກອບສ່ວນໃນການສ້າງຄວາມເປັນເອກະພາບຂອງບັນດາລະບຽບນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ, ປົກປ້ອງຄວາມເຊື່ອໝັ້ນຂອງທະນາຄານ, ຫຼີກລ້ຽງການເກີດວິກິດການຂອງລະບົບທະນາຄານ, ສ້າງ
ແລະຍົກສູງຄວາມໜ້າເຊື່ອຖືເຂົ້າໃນວຽກງານນະໂຍບາຍເງິນຕາ ແລະການເຄື່ອນໄຫວວຽກງານທະນາຄານ
ປະກອບສວ່ນການປ່ຽນແປງການຈັດຕັ້ງປະຕິບັດ, ທັດສະນະຂອງປະຊາຊົນໃນດ້ານບວກ, ປະດິດຄິດສ້າງຄວາມຮູ້ພື້ນຖານກ່ຽວກັບເຄື່ອງມື, ການບໍລິການຂອງທະນາຄານໃຫ້ກັບປະຊາຊົນ
ແລະປະກອບສ່ວນໃນການປົກປ້ອງຜູ້ຊົມໃຊ້ ແລະອື່ນໆ.
ໃນໄລຍະເກີດວິກິດການ
ແມ່ນໄດ້ອອກຂ່າວທີ່ມີຄວາມຈະແຈ້ງ, ໃຫ້ຄວາມເຊື່ອໝັ້ນກ່ຽວກັບວິທີທາງການຂອງທະ ນາຄານໃນການແກ້ໄຂວິກິດການ, ເອົາໃຈໃສ່ເຂົ້າໃນວຽກງານການແກ້ຂ່າວຂໍ້ມູນທີ່ບໍ່ເປັນຄວາມຈິງໃນແງ່ລົບ, ເພີ່ມທະວີຄວາມຖີ່ຂອງການສະໜອງຂໍ້ມູນຂ່າວສານ, ນຳໃຊ້ຫຼາກຫຼາຍວິຊິທີເຂົ້າໃນຊ່ອງຂ່າວສານ
ເພື່ອໃກ້ສິດຕິດແທດຜູ້ຊົມໃຊ້ໃຫ້ໄດ້ຫຼາຍການຊີ້ນຳແລະການຈັດຕັ້ງດຳ ເນີນງານຂອງລັດຖະບານ
ແລະຄະນະນຳທະນາຄານ ແຫ່ງລັດ, ປະສານສົມທົບຂອງພາກສ່ວນກ່ຽວ ຂ້ອງໃນຂະແໜງການ, ຄວາມສົນໃຈຂອງບັນດາສະຖາບັນສິນເຊື່ອ, ສະໜັບສະໜູນຂອງຫ້ອງການຄຸ້ມຄອງລັດກ່ຽວກັບໜັງສືພິມ, ສະໜັບສະໜູນຂອງສະຖາບັນການເງິນຢູ່
ສສ ຫວຽດນາມ.
ພ້ອມດຽວກັນ ກໍສ້າງການພົວພັນ
ໂດຍກົງ ແລະທາງອ້ອມກັບບັນດາສຳນັກງານສື່, ໃນນັ້ນ
ຕ້ອງຢັ້ງຢືນລະດັບຄວາມເປັນບູລິມະສິດຕໍ່ກັບບັນດາຫ້ອງການຂ່າວ, ວິທະຍຸທີ່ມີເຄື່ອຄ່າຍໃຫຍ່, ສ້າງ
ສາຍພົວພັນກັບນັກຂ່າວເພື່ອຕິດຕາມຂົງເຂດການເງິນ-ການທະນາຄານ, ກຸ່ມນັກຂ່າວພາຍໃນ
(ຕິດ ຕາມສະພາ ແລະລັດຖະບານ) ແລະກຸ່ມນັກຂ່າວຕິດຕາມກົດໝາຍ (ທີ່ພົວພັນເຖິງຂະແໜງການທະ ນາຄານ), ສ້າງສາຍພົວພັນກັບຫ້ອງການສຳນັກຂ່າວ, ໜັງສືພິມສາກົນ.
ສ້າງ
ແລະຮັກສາສາຍພົວພັນທີ່ສະໜິດແໜ້ນກັບຊ່ຽວຊານດ້ານເສດຖະກິດ, ການເງິນ-ການທະນາຄານທີ່ມີຄວາມໜ້າເຊື່ອ ຖື, ສະໜອງຂໍ້ມູນ, ເອກະສານເພື່ອບໍລິການໃຫ້ຈຸດປະສົງຄົ້ນຄ້ວາ, ພົບປະເພື່ອຍາດແຍ່ງການປະກອບຄຳເຫັນ, ທົບທວນຄືນບັນດານະໂຍບາຍ, ຍາດແຍ່ງການປະກອບຄຳເຫັນ, ຜົນກະທົບຂອງບັນດາຊ່ຽວຊານໃນວຽກງານນະໂຍບາຍຂ່າວສານ
ແລະແກ້ໄຂຂ່າວໃນຍາມເກີດວິກິດການ, ຈັດຕັ້ງການພົບປະແລກປ່ຽນລະຫວ່າງຊ່ຽວຊານກັບຄະນະນຳທະນາຄານແຫ່ງລັດ, ເປັນມືອາຊີບວຽກງານຂ່າວ
ສານ, ສະແດງອອກໃນການຫັນເປັນລະບົບກ່ຽວກັບຄຸນນະພາບ-ປະລິມານໃນວຽກງານຂ່າວສານຂອງທະນາຄານແຫ່ງລັດ
ແລະຂະ ແໜງການຕ່າງໆ, ຜັນຂະຫຍາຍກົນໄກທັນກັບໄລຍະເວລາ, ນະໂຍບາຍຂອງພະນັກງານ, ປະກອບສ່ວນຍົກສູງຄຸນນະພາບກ່ຽວກັບການເງິນ-ການທະນາຄານໃຫ້ກັບປະຊາຊົນ, ປະກອບສ່ວນໃນການຮັກສາຄວາມເປັນເອກະພາບ, ຄວາມປອດໄພຂອງລະບົບ, ສ້າງຄວາມເປັນເອກະພາບ
ແລະຍົກສູງຄວາມໄວ້ວາງໃຈຂອງຜູ້ເລືອກຕັ້ງ, ຄຳເຫັນຂອງສັງຄົມ, ບັນດາສະມາຊິກສະພາ
ແລະບໍລິສັດລົງ ທຶນຕໍ່ກັບກົນໄກ, ນະໂຍບາຍ ແລະຜົນທີ່ຍາດໄດ້ຂອງຂະແໜງທະນາຄານ ແລະບັນຫາຕ່າງໆ.
ການສໍາມະນາໃນຄັ້ງນີ້
ເຮັດໃຫ້ບັນດານັກຂ່າວ, ເພື່ອນຮ່ວມງານ ແລະພາກສ່ວນກ່ຽວ ຂ້ອງສາມາດເຫັນໄດ້
ແລະຖອດຖອນບັນດາບົດຮຽນຈາກໜ່ວຍງານຂ່າວສານມວນຊົນທະນາຄານແຫ່ງລັດ ໄດ້ດີສົມຄວນ
ເຊິ່ງໃນຜ່ານມາທະນາຄານແຫ່ງ ສປປ ລາວໄດ້ສ້າງ
ແລະມີການຮ່ວມມືຢ່າງຕັ້ງໜ້າກັບບັນດາສື່ມວນຊົນຂອງລາວ ໂດຍສະເພາະກັບໂທລະພາບແຫ່ງຊາດລາວ, ວິທະຍຸກະ
ຈາຍສຽງແຫ່ງຊາດ ແລະໜັງສືພິມສູນກາງ ແລະທ້ອງຖິ່ນ
ທັງໄດ້ຮັບການຝຶກອົບຮົມໄລຍະສັ້ນວິຊາສື່ມວນຊົນຈາກອົງການສື່ຕ່າງໆໃນຫຼາຍຄັ້ງ.
# ຂ່າວ-ພາບ: ຣັດສະໝີ
ດວງສັດຈະ
No comments:
Post a Comment