Ad

Ad

24 November 2016

ນາຍົກແນະນຳຫລາຍຂະແໜງກຽມຕ້ອນຮັບວັນສຳຄັນຂອງຊາດໃຫ້ມີເນື້ອໃນດີ

            ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແນະນຳໃຫ້ຫລາຍຂະແໜງການກະກຽມຕ້ອນ ຮັບວັນສຳຄັນຂອງຊາດໃຫ້ດີ ໂດຍເນັ້ນໃຫ້ຖືສຳຄັນດ້ານເນື້ອໃນຫລາຍກວ່າຮູບການ.

           ການແນະນຳດັ່ງກ່າວມີໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພະຈິກ ທີ່ສຳ ເລັດລົງເມື່ອບໍ່ດົນນີ້ ວ່າ: ເດືອນທັນວາເປັນເດືອນສຸດທ້າຍຂອງສາມເດືອນຂ້າມຜ່ານ ເພື່ອກ້າວສູ່ປະ ຕິທິນປີ 2017 ເປັນເດືອນຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ແລະ ວັນສຳຄັນອື່ນໆ ເຊິ່ງຕ້ອງໄດ້ພ້ອມກັນເພີ່ມທະວີຊຸກຍູ້ການໂຄສະນາເຜີຍແຜ່ປະຫວັດຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງວັນດັ່ງກ່າວ ເພື່ອສ້າງຈິດສຳນຶກ, ປຸກລະດົມ
ນ້ຳໃຈຮັກຊາດ, ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດ, ວິລະຊົນ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງຕໍ່ການປະຕິວັດຊາດປະຊາ ທິປະໄຕ, ພ້ອມທັງກະກຽມຈັດພິທີວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ພິພິຕະພັນ ໄກສອນ ພົມວິຫານ ໂດຍມີການນຳຂັ້ນສູງຂອງພັກ ແລະ ລັດຖະບານເຂົ້າຮ່ວມ ແລະ ອັນສຳຄັນໜຶ່ງແມ່ນທຸກພາກສ່ວນຕ້ອງເພີ່ມທະວີການຕິດຕາມ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງໃກ້ຊິດ, ເອົາໃຈໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ອາດເປັນໜໍ່ແໜງຂອງຄວາມບໍ່ສະຫງົບ ເປັນຕົ້ນການຄ້າຂາຍຢາເສບຕິດ, ການປຸ້ນຈີ້ຊີງຊັບ ແລະ ອື່ນໆ ເພື່ອຮັບປະກັນບໍ່ໃຫ້ມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນໃນໄລຍະສະເຫລີມສະຫລອງວັນສຳຄັນຕ່າງໆ.

No comments:

Post a Comment