Ad

Ad

2 July 2013

ຫາລືສ້າງເງື່ອນໄຂເພື່ອກະກຽມ ສະເຫນີ “ ທົ່ງໄຫຫີນ ” ເປັນມໍລະດົກໂລກ

       ກຳມາທິການແຫ່ງຊາດ ອົດສະຕຣາລີ ເພື່ອ UNESCO  ສະຫນັບສະໜູນທຶນຈັດກອງປະ ຊຸມປຶກສາຫາລືສ້າງເງື່ອນໄຂສະ ເຫນີທົ່ງໄຫຫີນເປັນມໍລະດົກໂລກ ທີ່ຈັດຂຶ້ນຢູ່ແຂວງຊຽງຂວາງ ວັນທີ 1-2 ກໍລະ ກົດນີ ຢູ່ໂຮງແຮມ ໂພນສະຫວັນ ເຊິ່ງໄດ້ມີ ທ່ານ ຄຳປ່ຽນ ສີນວນທອງ ຮອງເຈົ້າ ແຂວງຊຽງຂວາງເປັນປະ ທານ ມີທ່ານ ວຽງແກ້ວ ສຸກສະຫວັດດີ  ຮອງຫົວຫນ້າກົມມໍລະກົກ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ທ່ານ ລຸຍ ກາໂລຈິນນິດິສ Louis Kalogian nidis ຮອງຫົວຫນ້າຫ້ອງການປະຕິ ບັດງານສະຖານທູດອົດສະ ຕຣາລີ ປະຈຳ ລາວ, ທ່ານ ຣີກາ ໂດ ຟາວິດ Ricado Favis  ທີ່ປຶກສາອົງ ການ UNESCO  ປະຈຳ ບາງກອກປະ ເທດໄທ ພ້ອມທັງ ວິຊາການກ່ຽວຂ້ອງຂອງ U- NESCO  ແລະ ອົດສະຕຣາລີ  ເຂົ້າຮ່ວມກອງປະ ຊຸມໄດ້ລາຍ ງານຜົນການສຳຫລວດ, ຂຶ້ນທະບຽນ, ກວດກູ້ລະເບີດ ລວມທັງ ຕັ້ງດ່ານຕ່າງໆຢູ່ຂັ້ນ ຮາກຖານ. ຜົນສຳເລັດຂອງການສຳຫລວດ, ເກັບກູ້ຂໍ້ມູນ 4 ໄລຍະແຕ່ປີ 1998 ຮອດປີ 2010 ມີສະຖານບູຮານ ໄຫຫີນ 77 ແຫ່ງ, ພົບໄຫຫີນ 2001 ຫນ່ວຍ, ຝາປິດໄຫ 2017 ຝາກ້ອນຫີນທີ່ກຽມຕັດເປັນໄຫ ຫີນ 571 ຫນ່ວຍ, ສະຖານບູຮານ ໄຫຫີນທີ່ເກັບກຳຍັງບໍ່ທັນໄດ້ສຳ ຫລວດ 54 ແຫ່ງ ຢູ່ 8 ເມືອງ ຂອງແຂວງຊຽງຂວາງ ແລະ 1 ເມືອງແຂວງຫລວງພະບາງ, ໄດ້ເຝິກອົບ ຮົມດ້ານການປົກປັກຮັກ ສາໄຫຫີນໃຫ້ 7 ບ້ານ ໃນ 5 ເມືອງ.
ກວດກູ້ລະເບີດອອກຈາກພື້ນທີ່ໄຫ ຫີນໄດ້ຈຳນວນຫນຶ່ງ ແລະ ແຜນຕໍ່ຫນ້າຈະສືບຕໍ່ການ ຜະລິດສື່ໂຄສະນາເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບ ຂໍ້ມູນ ຂ່າວສານ, ສືບຕໍ່ສ້າງແຜນຄຸ້ມຄອງມໍລະດົກ ໄຫຫີນ ລວມທັງວຽກງານອື່ນໆທີ່ພົວພັນກັບກສານ ທ່ອງທ່ຽວສະຖານບູຮານໄກຫີນ. ທ່ານ ສຳ ລານ ຫລວງອະໄພ ຮອງຫົວໜ້າກົມມໍລະດົກໄດ້ຫລາຍ ຂຶ້ນລາຍ ຜົນການປະຕິບັດດ້ານມໍລະດົກ ແຫ່ງຊາດມີທັງຫມົດ 15 ແຫ່ງ ໃນນີ້ມີທາດຫລວງ ວຽງຈັນ, ວັດ ພູຈຳປາສັກ, ໂຕເມືອງຫລວງພະບາງ, ທົ່ງໄຫີນ, ວັດສີສະເກດ, ພິ ພິທະພັນສະຖານຫໍພະແກ້ວ, ວັດ ສີເມືອງ, ວັດອົງຕື້, ວັດອິນແປງ, ວັດອຸບມຸງໂຕະໂມະ, ພະທາດສີ ໂຄດ, ພູອາສາ, ຖ້ຳຕິ່ງ, ທາດອິງ ຮັງ ແລະ ໂຕເມືອງວຽງໄຊ ແຂວງຫົວພັນ. ຜົນການເກັບກຳ  ແລະ ການປົກປັກຮັກ ສາໄຫຫີນ ແຕ່ປີ 2001-2010 ສະຖານທີ່ທັງ ຫມົດ 85 ແຫ່ງ, ສະຖານທີ່ກຳ ນົດຈຸດພິກັດ 58 ແຫ່ງ, ສະຖານ ທີ່ພົບເຫັນ ແລະ ຖ່າຍຮູບແລ້ວ 58 ແຫ່ງ, ບັນທຶກແຕ້ມແຜນທີ່ 24 ແຫ່ງ ເຜີຍແຜ່ແນະນຳລະບຽບ ຄຸ້ມຄອງ 7 ບ້ານ ສ່ວນ ບັນດາສາ ເຫດທີ່ຍັງຄ້າງຄາໃນການຈັດ ກອງປະຊຸມລະດັບ ຊາດ ແລະ ການຮັບເຂົ້າເປັນມໍລະດົກໂລກ ກໍ ຍັງຂາດບາງເງື່ອນໄຂເຊັ່ນ : ການຂຽນແຜນແຜ່ບົດບໍ່ທັນສົມ ບູນແບບ, ການຄົ້ນຄວ້າທາງປະ ຫວັດສາດ, ດ້ານບູຮານວິທະຍາ, ສັງຄົມວິທະຍາ, ດ້ານເຜ່ົາພັນວິ ທະຍາ, ດ້ານກົດຫມາຍ ລວມທັງ ດ້ານທຳມະຊາດ ແລະ ສິ່ງແວດ ລ້ອມອື່ນໆອີກ. ກອງປະຊຸມຄັ້ງນີ້ ວິຊາການທັງພາຍໃນ ແລະ ຕ່າງ ປະເທດໄດ້ລາຍງານ ແລະ ປະ ກອບຄຳຄິດຄຳເຫັນໃນຫລາຍ ດ້ານເພື່ອແນໃສ່ການນຳເອົາໄຫ ຫີນຂຶ້ນເປັນມໍລະດົກໂລກໃນຕໍ່ ຫນ້ານີ້.

No comments:

Post a Comment