Ad

Ad

2 July 2013

ການກໍ່ສ້າງຂົວຂ້າມນ້ຳງື່ມ ເມືອງເກົ່າ-ປາກກະຍຸງ ຄືບຫນ້າຫລາຍກວ່າ 80%



      ໂຄງການກໍ່ສ້າງຂົວຂ້າມນ້ຳ ງື່ມ ບ້ານເມືອງເກົ່າ-ບ້ານປາກກະ ຍຸງ ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງແມ່ນບໍລິສັດມາລີ ນີເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 17 ລ້ານໂດລາສະຫະລັດ, ມາຮອດປັດ ຈຸບັນການສ້າງຂົວດັ່ງກ່າວມີຄວາມຄືບໜ້າປະ ມານ 80%.
      ທ່ານ ພຸດສະດີ ອິນທະວົງ ປະທານກຸ່ມບໍລິສັດມາລີນີກໍ່ສ້າງຈຳກັດ ໃຫ້ຮູ້ວ່າ: ຂົວແຫ່ງດັ່ງກ່າວ ອາດຈະສາມາດເປີດນຳ ໃຊ້ໃນທ້າຍປີນີ້ ເຊິ່ງການກໍ່ສ້າງມີຄວາມຄືບໜ້າປະມານ 80% ໂດຍ ໃນນີ້ ການຕັ້ງເສົາ, ທາງຄອນກີດ, ແທ່ງວາງໃສ່ເສົາແມ່ນ ສຳເລັດ ແລ້ວ, ຂົວແຫ່ງນີ້ມີຄວາມຍາວ 264 ແມັດ, ກວ້າງ 8 ແມັດ ແລະ ມີທາງຍ່າງສອງເບື້ອງ ກວ້າງ ເບື້ອງລະ 1,25 ແມັດ, ທາງຄອນກີດທີ່ອອກຈາກສົ້ນຂົວທັງສອງເບື້ອງ ທີ່ເຊື່ອມຕໍ່ກັບທາງ ຫລວງມີຄວາມຍາວທັງໝົດ 990 ແມັດ. ພ້ອມກັນ ນີ້ ຍັງມີການຕິດຕັ້ງໄຟ ເຍືອງທາງສອງຝາກຂ້າງຂົວ, ປ້າຍສັນຍານ, ຮາວກັ້ນ ແລະ ອື່ນໆ.
    ທ່ານ ພຸດສະດີ ກ່າວວ່າ: ໂຄງການດັ່ງກ່າວແມ່ນໂຄງການທຳ ອິດຢູ່ລາວທີ່ບໍລິສັດເອກະຊົນ ກໍຄືກຸ່ມບໍລິສັດມາລີນີກໍ່ສ້າງຈຳ ກັດເປັນຜູ້ລົງທຶນ 100% ແລະ ຄຸ້ມຄອງໃນການເກັບຄ່າທຳນຽມບໍລິການຕ່າງໆໃນການຜ່ານຂົວລວມໄລຍະເວລາ 38 ປີ. ນອກຈາກນີ້ ບໍລິສັດມີແຜນພັດທະນາສົ້ນຂົວ ສອງເບື້ອງເປັນເຂດຮອງຮັບໃຫ້ແກ່ການບໍລິການ, ສາງພັກສິນຄ້າ, ແຫລ່ງທ່ອງ ທ່ຽວ ແລະ ການບໍລິການອື່ນໆເພື່ອຮັບໃຊ້ໃຫ້ແກ່ການເດີນທາງໄປມາ ຂອງປະຊາຊົນກໍຄືສັງຄົມທີ່ຜ່ານເຂດດັ່ງກ່າວ.

No comments:

Post a Comment