Ad

Ad

2 July 2013

ຊ່ອງຫວ່າງຂອງການເຊື່ອຖື ( ຄໍລຳ ຈານແຍ່ )



      ໄດ້ມີໂອກາດອ່ານບົດກອນ ສັ້ນໆຂະໜາດ 3 ບາດຂອງ “ຈຳ ປາທອງ” ພາຍໃຕ້ຫົວຂໍ້ເດັດໆ ວ່າ: “ເງິນບັງຕາຂ້າຄວາມ ເຊື່ອ” ໃນໜັງສືພິມເສດຖະ ກິດ ປະຈຳ ວັນທີ 27 ເດືອນມິຖຸນາຜ່ານມາ ໝາດໆນີ້ເອງ. ເປັນບົດກອນທີ່ ເວົ້າເຖິງພະລັງມືດ ຂອງເງິນ ເຊິ່ງສາມາດເຮັດໃຫ້ຄົນຕາບອດ ແລະ ເຮັດໄດ້ ທຸກຢ່າງແມ່ນແຕ່ບັນດາ ຕົ້ນໄມ້ລຳໃຫຍ່ໃບໜາທີ່ເຖົ້າແກ່ບູຮານໄດ້ ເສກມົນໃຫ້ເຂັດຢຳໃສ່ເພື່ອຮັກສາປ່າດົງພົງໄພໄວ້ໃຫ້ ຍືນຍົງຄົງໝັ້ນ, ແຕ່ສຸດທ້າຍຕົ້ນ ໄມ້ສັດສິດເຫລົ່ານັ້ນກໍກ້ຽງດົງເພື່ອຖົງ ຂອງບຸກຄົນຈະໄດ້ຕຶ່ງເຕັມ. ນີ້ລະນໍເພິ່ນວ່າ: “ເຫັນເງິນ ໜ້າດຳ ເຫັນຄຳໜ້າເສົ້າ” ເອົາໄດ້ທຸກຢ່າງບໍ່ວ່າຈະເປັນຂອງ ລັດຂອງ ຫລວງຂອງທົ່ວປວງຊົນທີ່ຫວງຫ້າມຂອງທີ່ຖືວ່າເຂັດຢຳມີຜີສາງນາງໄມ້ປົກປັກຮັກສາ.
     ອ່ານບົດກອນຂອງຈຳປາ ທອງສຸດ, ຈານແຍ່ກໍຕັ້ງບັນຫາສໍ້ ຕົນເອງວ່າ: ຄັນຊັ້ນຄວາມເຊື່ອບາງຢ່າງທີ່ມີລັກສະນະງົມງາຍ ໄຮ້ເຫດຜົນບໍ່ສາມາດພິສູດໄດ້ ເປັນຫຍັງຍັງມີຜູ້ຫລົງເຊື່ອຈົນ ມືນຕາສິບໍ່ຂຶ້ນ ໂດຍສະເພາະແມ່ນຄວາມເຊື່ອທີ່ຕິດພັນ ກັບ ຄວາມ “ຢາກ” ຂອງຕົນເຊັ່ນ: ເຊື່ອໝໍດູໝໍ ມໍ, ເຊື່ອອາຈານ ເລກ, ຄວາມເຊື່ອ ວ່າເລກປ້າຍລົດທີ່ເກີດອຸປະຕິເຫດຄົນຕາຍມັນ ເປັນເລກຄິ້ວເລກ ໝານສຳລັບແທງຫວຍ. ຄວາມ ເຊື່ອບາງຢ່າງທີ່ຝັງຢູ່ໃນກະດູກ ດຳຂອງຄົນຈຳນວນໜຶ່ງນັ້ນມີຄວາມເປັນ ອັນຕະລາຍທີ່ສຸດເຊັ່ນ: ເຊື່ອເລື່ອງຜີປອບ. ໜັງສືພິມ The Nation ຫວ່າງບໍ່ພໍເທົ່າໃດອາທິດຜ່ານມາ ໄດ້ລາຍງານກ່ຽວກັບ ການຄາດຕະກຳໂຫດສອງແມ່ ລູກຢູ່ອິນເດຍທີ່ຖືກຕູ່ຫາວ່າເປັນ ປອບ. ກ່ອນໜ້ານັ້ນ ສອງ-ສາມ ເດືອນ, ຜູ້ຖືກຕູ່ຫາວ່າເປັນ ປອບຄົນໜຶ່ງຢູ່ປະເທດປາປົວນິວກີນີກໍ ຖືກຊາວບ້ານເຜົາທັງເປັນ.

     ດ້ວຍການຖາມເອງຕອບເອງ, ຈານແຍ່ຈຶ່ງພໍສະຫລຸບໄດ້ວ່າ: ຄວາມເຊື່ອຖືໃດກໍຕາມທີ່ຂັດຕໍ່ອຳ ນາດເງິນນັ້ນມັນຈະໄປ ບໍ່ລອດ, ກົງກັນຂ້າມ ຄວາມເຊື່ອທີ່ໄຮ້ເຫດ ຜົນ ແຕ່ພັດຕິດກັບຄວາມ “ຢາກ” ຄວາມເຫັນແກ່ຕົວແລ້ວ ກໍມັກຈະມີຄົນເຊື່ອ ຕາມໆກັນມາ ໂດຍບໍ່ມີ ໃຜຫົວຊາຖາມຫາເຫດຜົນ ທັງທີ່ ເປັນເລື່ອງງົມງາຍ, ເປັນເລື່ອງ ເລົ່າລືປາກຕໍ່ປາກ ບໍ່ຮູ້ທີ່ມາທີ່ໄປ. ສະນັ້ນ ຫາກໃຜຜູ້ໜຶ່ງປະສົບອຸປະຕິເຫດກາງຖະໜົນແລ້ວມີຄົນຫຸ້ມ ເປືອມາເບິ່ງ ຂໍຢ່າໄດ້ເໝົາເອົາວ່າພວກເຂົາເຈົ້າທັງໝົດ ຈະເຂົ້າມາຊ່ວຍເພາະຫລາຍຄົນໃນນັ້ນຕ້ອງການພຽງຈົດເລກທ້າຍລົດຫລາຍກວ່າ.
     ເມື່ອເກີດມີກະແສແນວຄິດ ຂອງສັງຄົມແນວນີ້ແລ້ວ ພວກ ເຮົາຕ້ອງຊ່ວຍກັນຄິດວ່າສິແກ້ໄຂ ແນວໃດ. ຈານແຍ່ວ່າ: ນອກຈາກມີມາດຕະການເດັດ ຂາດທາງ ດ້ານກົດໝາຍ ແລະ ລະບຽບ ການເດັດຂາດທາງດ້ານກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ ແລ້ວ ພວກເຮົາຍັງຕ້ອງອັດສີດຄວາມຮັບຮູ້ທາງ ດ້ານວິທະຍາດ ເພື່ອປ່ຽນກະແສແນວຄິດຕາມມີ ຕາມເກີດເຊັ່ນ: ຕ້ອງມີວິທີພິສູດໃຫ້ສັງຄົມເຫັນວ່າຕົ້ນໄມ້ແຕ່ລະຕົ້ນຕິດພັນກັບລົມຫາຍໃຈຂອງຄົນເຮົາ ແນວໃດ, ກວ່າຈະໄດ້ໄມ້ຕົ້ນໃຫຍ່ ຂະໜາດນັ້ນຕ້ອງໃຊ້ເວລາຈັກປີ, ຕ້ອງອອກແຮງໂຄສະນາຫລາຍໆຕື່ມກ່ຽວກັບຜົນປະໂຫຍດຂອງຕົ້ນໄມ້, ເອົາຫລັກ ສູດ ລື່ອງປ່າໄມ້ເຊື່ອມໂຍງເຂົ້າກັບທຸກໆວິຊາທີ່ສາມາດເປັນໄປໄດ້, ລຶບລ້າງຄວາມລຶ້ງເຄີຍທີ່ເປັນອັນຕະລາຍເຊັ່ນ: ການຈູດປ່າພຽງ ເພື່ອຈັບສັດມາເປັນ ອາຫານ, ເພື່ອເກັບໜໍ່ໄມ້ທີ່ປົ່ງຂຶ້ນຈາກເຫງົ້າ ເດີມ. ການປົກປັກອະນຸລັກສັດປ່າເຊິ່ງບໍ່ສາມາດແຍກອອກ ຈາກຄວາມຍືນຍົງຂອງປ່າໄມ້ນັ້ນ ຈານແຍ່ຢາກໃຫ້ ພາກສ່ວນວິທະຍາສາດການແພດອອກມາຢັ້ງຢືນຢ່າງເອົາການເອົາງານກວ່າ ເກົ່າ ວ່າຄວາມເຊື່ອກ່ຽວກັບຄຸນ ປະໂຫຍດທີ່ໄດ້ຈາກອາຫານປະ ເພດສັດປ່ານັ້ນມີຄວາມຈິງແທ້ ຫລື ເປັນພຽງຄວາມນິຍົມ ແບບລົມໆແລ້ງໆ. ຂໍໃຫ້ໄຈ້ແຍກລະອຽດວ່າ: ໃນບີໝີ, ບີກະທິງ, ນໍແຮດ, ໜັງຊ້າງ, ກະດູກເສືອໂຄ່ງ ແລະ ອື່ນໆນັ້ນ ມີທາດ ບຳລຸງແທ້ ບໍ ?, ການດື່ມເຫລົ້າບອງເຂົາກວາງອ່ອນ, ໂພ່ນເໝັ້ນ, ໂພ່ນບ່າງ ແລະ ເລືອດເຍືອງນັ້ນໄດ້ ຫຍັງ ເສຍຫຍັງ ?. ທີ່ຍົກບັນຫານີ້ ຂຶ້ນມາກໍເພາະວ່າຢູ່ປະເທດເພື່ອນບ້ານຂອງພວກເຮົາພວມດຳເນີນຂະບວນການລຶບລ້າງຄວາມເຊື່ອທີ່ຜິດພາດ. ອົງການແພດສາກົນ ເອງກໍອອກມາຢັ້ງຢືນວ່າ: ນໍແຮດ ບໍ່ມີສັບພະຄຸນໃດໆເລີຍໃນການ ປິ່ນປົວ, ເມື່ອກ່ອນມີບາງຄົນເຊື່ອ ວ່າ: ນໍແຮດເປັນຢາປາບມະເຮັງ, ເພີ່ມພະລັງທາງເພດ, ບາງຄອບ ຄົວຄົນລາວເຮົາເຊື່ອວ່າ: ນໍແຮດ ຄ້ຳຄູນ, ປ້ອງກັນໄພອັນຕະລາຍ ຈາກຜີສາງນາງຮ້າຍ.
     ຈານແຍ່ເອງຮັບຮູ້ວ່າ: ຊິ້ນ ສ່ວນຂອງສັດບາງຢ່າງເຊັ່ນ: ພິດ ງູນັ້ນ ສາມາດນຳໄປປະສົມເຮັດຢາບາງຊະນິດໄດ້. ສະນັ້ນ ວິທະ ຍາສາດການແພດລາວເຮົາຄວນ ຈັດລຽງເປັນບັນຊີຄັກແນ່ກ່ຽວ ກັບທາດຕ່າງໆຈາກຊິ້ນສ່ວນຂອງສັດປ່າ ແລ້ວເຜີຍ ແຜ່ຢ່າງກວ້າງຂວາງ. ສັດຊະນິດໃດເປັນຢາກໍຄວນມີແຜນລະດົມກັນລ້ຽງເພື່ອການຢາໂດຍສະເພາະ. ແຕ່ສຳຄັນຂໍຢ່າປະໃຫ້ ບຸກຄົນຕັ້ງຕົນເອງເປັນເຈົ້າຕຳລາຢາເພື່ອຊອກກຳໄລຈາກສັດປ່າເຊິ່ງເປັນສົມບັດຂອງທົ່ວສັງຄົມ.

No comments:

Post a Comment