Ad

Ad

1 July 2013

ພະນະທ່ານປະທານປະເທດແຫ່ງ ສປປ.ລາວ ເດີນທາງໄປຢ້ຽມຢາມ ສ.ເບລາຣຸສ



            ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ ຂອງ​ພະນະ​ທ່ານ ອາ​ເລັກ ຊານ​ເດີ ລູກາ ​ເຊ​ນ​ໂກ ປະທາ​ນາ​ທິບໍດີ ແຫ່ງ ສ.​ເບ​ລາຣຸສ, ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ. ລາວ ພ້ອມ​ຄະນະ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ສາທາລະນະ​ລັດ ​ເບ​ລາຣຸສ ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າງ​ວັນ​ທີ 1-3 ກໍລະກົດ 2013 ຊຶ່ງ​ພິທີ​ສົ່ງ​ຢ່າງ​ເປັນ​ທາງ​ການໄດ້​ຈັດ​ຂຶ້ນໃນ​ວັນ​ທີ 29 ມິຖຸນາ 2013 ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ນະຄອນຫລວງວຽງຈັນ​ຊຶ່ງມີທ່ານ ເຈີຍິ່ງ ຫວ່າງ ຮອງຫົວໜ້າຫ້ອງວ່າ ການປະທານປະເທດ ແລະ ພະນັກງານທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.
           ການ​ເດີນທາງ​ໄປ​ຢ້ຽມຢາມສາທາລະນະ​ລັດ ​ເບ​ລາຣຸສ ຂອງພະນະ​ທ່ານ​ປະທານ​ປະ​ເທດ ຈູມ​ມາ ລີ ໄຊ​ຍະ​ສອນ ພ້ອມ​ຄະນະ​ໃນ​ຄັ້ງນີ້​ ແມ່ນ​ເປັນຄັ້ງທຳ​ອິດຊຶ່ງ​ໃນໄລຍະ​ຜ່ານ​ມາຄະ​ນະ​ຜູ້​ແທນ​ຂັ້ນສູງ​ທັງ​ສອງ​ຝ່າຍ ລາວ-​ເບ​ລາຣຸສ ​ໄດ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ກັນ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເມື່ອ​ບໍ່​ດົນ​ມານີ້ ທ່ານ ນີ​ໂກ​ລາຍ ສ​ໂນ​ກົບ ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ຂອງ​​ເບ​ລາຣຸສ ພ້ອມ​ດ້ວຍ​ຄະນະກໍ​ໄດ້​ມາ​ຢ້ຽມຢາມ​ລາວ ​ເພື່ອ​ແລກປ່ຽນ​ການ​ຮ່ວມ​ມືກ່ຽວ​ກັບ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແລະ ​ໃນຕົ້ນ​ເດືອນ​ ມິຖຸນາ​ຜ່ານມານີ້ ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ. ລາວ ກໍ​ໄດ້​ໄປຢ້ຽມ ຢາມ ​ເບ​ລາຣຸສ ຢ່າງ​ເປັນ​ທາງ​ການ ເພື່ອ​ກະກຽມ​ການ​ຢ້ຽມຢາມ ​ເບ​ລາຣຸສ ຂອງ​ພະນະ​ທ່ານ​ປະທານ​ປະ​ເທດ​ໃນ​ຄັ້ງນີ້ ເຊິ່ງ​ເປັນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ອັນ​ດີລະຫວ່າງ ສປປ. ລາວ ​ແລະ ສ.ເບ​ລາຣຸສ ​ໃຫ້​ນັບ​ມື້​ແຕກດອກອອກ​ຜົນ​ຍິ່ງໆ​ຂຶ້ນ ທັງເປັນ​ການ​ປະກອບສ່ວນ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ສອງ​ປະ​ເທດ​ໃຫ້​ນັບ​ມື້ຂະຫຍາຍ ຕົວ ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງມາສູ່​ປະຊາຊົນ​ທັງ​ສອງ​ຊາດ.

     ສຳລັບ​ສາຍ​ພົວພັນ ​ແລະ ການ ​ຮ່ວມ​ມື​ສອງ​ຝ່າຍ ລະຫວ່າງ ສປປ. ລາວ ​ແລະ ສ.​ເບ​ລາຣຸສ ​ແມ່ນ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ​ນັບ​ແຕ່​ໄດ້​ມີ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ຮ່ວມ​ກັນ ໃນ​ວັນ​ທີ 7 ກຸມພາ 1994, ​ສ.ເບ​ລາຣຸສ ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຊ່ວຍ​ເຫລືອ ດ້ານ​ການພັດທະນາ​ຊັບພະ ຍາກອນ​ມະນຸດ​ຂອງ​ລາວ, ​ມີ​ນັກ​ສຶກສາລາ​ວຈຳນວນ​ຫລາຍ​ຮ້ອຍ​ຄົນໄດ້​ສຳ​ເລັດ​ການ​ສຶກສາມາ​ຈາກ​ ສ.ເບ​ລາຣຸສ.

No comments:

Post a Comment