Ad

Ad

1 July 2013

ກະຊວງສຶກສາທິການ ແລະ ກິລາ ພົບການລະເມີດລະບຽບສອບເສັງຈົບຊັ້ນ ມ7



      ການ​ສອບ​ເສັງ​ຈົບ​ຊັ້ນ ມ7 ທົ່ວ​ປະ​ເທດ​ໄດ້​ປິດ​ລົງ​ໃນ​ວັນ​ທີ 28 ມິຖຸນາ ນີ້, ກະຊວງສຶກສາ​ທິການ ແລະ ກິລາ ​ເປີດ​ເຜີຍ​ໃຫ້​ຮູ້ວ່າ:ພົບມີການ ​ລະ​ເມີດ​ລະບຽບ ການ​ສອບ​ເສັງ ຫຼາຍຮູບ​ແບບ, ​ແນວ​ໃດ​ກໍ​ດີກະ ຊວງສຶກສາ​ທິການ ແລະ ກິລາ ຈະ​ປະກາດ​ຜົນ​ການ​ສອບ​ເສັງ​ໃຫ້ນັກ​ສຶກສາ​ຮູ້​ໃນ​ກາງ​ເດືອນກໍລະກົດທີ່​ຈະ​ເຖີງນີ້.
            ທ່ານ ລີ​ຟຸງ ຫົວໜ້າກົມ ມັດທະຍົມ​ສຶກສາກະຊວງສຶກສາ​ທິການ ແລະ ກິລາ ​ໄດ້​ໃຫ້​ສຳພາດ​ຕໍ່ ນັກ​ຂ່າວໜັງສື​ພິມ​ລາວ​ພັດທະນາ ​ເມື່ອ​ບໍ່ດົນນີ້ວ່າ: ການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມປາຍ​​ໃນ​ສົກຮຽນ 2012-2013 ນີ້, ທົ່ວ​ປະ​ເທດ​ມີ​ຜູ້ເຂົ້າຮ່ວມ​ສອບ​ເສັງ​ທັງໝົດຫຼາຍກວ່າ 40 ພັນ​ຄົນ ແລະ ​ໄດ້​ແບ່ງ​ອອກ​ເປັນ 207 ສູນ​ສອບ​ເສັງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອ​ເຮັດ​ໃຫ້ ການ​ສອບ​ເສັງ​ມີ​ຄວາມ​ເປັນ​ລະບຽບຮຽບ ຮ້ອຍ, ປ້ອງ​ກັນການ​ທຸດ ຈະລິດ​ຂອງ​ນັກຮຽນກະຊວງສຶກສາ​ທິການ ແລະ ກິລາ​ໄດ້​ແຕ່ງຕັ້ງຄະນະ​ລົງ​ໄປ​ກວດກາ ​ແລະ ຊີ້ນຳ​ການ​ສອບ​ເສັງ​​ຢ່າງ​ໃກ້ຊິດເພື່ອ​ຮັບປະກັນ​ໃຫ້ການ​ສອບ​ເສັງ​ດຳ​ເນີນ​ໄປ​ຕາມ​ແຜນການ​ທີ່ ວາງ​ໄວ້​ທັງ​ຮັບປະກັນ​ຄວາມ​ປອດ​ໃສ ​ໂດຍ​ສະ​ເພາະ​ແມ່ນ​ການ​ອອກ​ຫົວ​ບົດສອບ​ເສັງ​ທີ່​ຮັບປະກັນ​ການ​ຮົ່ວ​ໄຫຼເຊິ່ງ​ເຮັດ​ໃຫ້​ການ​ສອບ​ເສັງ​ຈົບ​ຊັ້ນ ມ7 ໃນ​ປີນີ້ ແມ່ນ​ມີມາດ ຖານ​ທີ່​ດີ​ຂື້ນ ໂດຍ​ສະ​ເພາະ​ແມ່ນນັກ​ສອບ​ເສັງນັ້ນ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບການ​ສອບ​ເສັງ​ຢ່າງ​ເຂັ້ມງວດ, ​ແນວ​ໃດ​ກໍ​ຕາມ ຍັງ​ພົບ​ມີ​ບັນຫາການ ລະ​ເມີດ​ລະບຽບການ​ສອບ​ເສັງຫຼາຍກໍລະນີ. ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນລັກ​ກ່າຍ​ກັນ, ການກອບ​ປີ້​ເຈ້ຍ​ບົດ​ເຂົ້າ​ກ່າຍ ​ແລະ ມີການ​ລັກ​ນຳ​ໃຊ້​ໂທລະສັບ​ມື​ຖື​ໃນ​ຫ້ອງ​ສອບ​ເສັງ ​ແລະ ກໍລະນີ​ອື່ນໆ.

            ທ່ານ ຫົວໜ້າກົມ ​ໃຫ້​ທັດ ສະນະ​ວ່າ: ການ​ລະ​ເມີດ​ລະບຽບ ຄື​ດັ່ງກ່າວນີ້ ແມ່ນ​ຍ້ອນ ການ​ບໍ່ ປະຕິບັດ​ຢ່າງ​ເຂັ້ມງວດ​​​ໃນ​ການ​ກວດກາຂອງ ຄະນະ​ກຳມະການ​ທີ່​ຍາມ​ຫ້ອງ​ສອບ​ເສັງຈຳນວນໜຶ່ງ ທີ່​ເປີດ​ໂອກາດ​ໃຫ້​ນັກຮຽນ ໄດ້ມີ​ໂອກາດ​ລັກ​ເອົາ​ເຈ້ຍ​ເຂົ້າ​ກ່າຍ ​ແລະ ລັກ​ກ່າຍ​ກັນ​ໃນ​ເວລາ​ສອບ​ເສັງ ​ແລະ ອີກ​ກໍລະນີ​ແມ່ນ ຍ້ອນ​ສູນ​ສອບ​ເສັງ​ບາງ​ບ່ອນ​ທີ່​ຍັງ​ບໍ່​ໄດ້​ມາດຖານ ແລະ ​ໂຕະ​ຕັ່ງ​ບໍ່ພຽງ ພໍກັບ​ການຈັດ​ນັກຮຽນ ເຊິ່ງ​ເຮັດ​ໃຫ້ ສູນ​ບາງ​ແຫ່ງ​ມີ​ການ​ນັ່ງ​ສອບ​ຕິດ​ກັນ​ສອງ​ຄົນ ເຊິ່ງ​ເປັນ​ການ​ຜິດ​ຕໍ່ລະບຽບການ​ສອບ​ເສັງ​ທີ່ ກະ ຊວງສຶກສາ​ທິການ ແລະ ກິລາ​ວາງ​ໄວ້.
        ທ່ານ ຫົວໜ້າກົມ​ມັດທະຍົມ ​ສຶກສາ ຍັງ​ກ່າວ​ອີກ​ວ່າ: ສຳລັບ​ການ​ແຈ້ງ​ຜົນ​ການ​ສອບ​ເສັງ​ຈະ​ມີ​ການ​ປະກາດ​ໃນ​ກາງ​ເດືອນ ກໍລະ ກົດນີ້  ຫາກ​ນັກຮຽນຜູ້​ໃດ, ຊັ້ນ​ໃດ ​ແລະ ຢູ່​ໂຮງຮຽນ​ແຫ່ງ​ໃດ ຮູ້ ສຶກ​ວ່າ​ຕົນ​ເອງ​ບໍ່ໄດ້​ຮັບ​ຄວາມ​ເປັນ​ທຳ​ຈາກ​ການ​ໃຫ້​ຄະ​ແນນ​ຂອງ​ຄະນະກຳມະການ ຫຼື ເຮັດຂໍ້​ສອບ​ຖືກ​ 100% ​ແຕ່​ການ​ໃຫ້​ຄະ​ແນນ​ຂອງ​ຄະນະ​ກຳມະການ​ຂາດ​ຄວາມ​ປອດ​ໃສ ​ແລະ ບໍ່ຍຸຕິ​ທຳ, ກໍ​ສາມາດ​ແຈ້ງ ​ໃຫ້​ພາກ ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ໂຮງຮຽນເພື່ອ​ນຳ​ສະ​ເໜີ​ໄປ​ຍັງ​ຂັ້ນ​ເທີ​ງກວດ​ສອບ​ຄືນ​ໃໝ່ ແລະ ຈະ​ມີ​ມາດ​ຕະການ​ເຂັ້ມງວດ.
        ກະຊວງ​ສຶກສາ​ທິການ ແລະ ກິລາ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາກະຊວງສຶກສາ​ສາມາດ​ກວດ​ສອບ​ຜູ້​ລະ​ເມີດ ​ແລະ ສະ​ແດງ​ພຶດຕິ​ກຳ​ບໍ່​ແທ​ດ​ເໝາະກັບ​ລະບຽບຫຼັກການ​ທີ່​ທາງ​ຄະນະ​ກຳມະການ​ວາງອອກ​ໄດ້ ຫຼາຍກໍລະນີ ແລະ ພາກສ່ວນກ່ຽວຂ້ອງ​ກໍ​ໄດ້​ມີ​ການ​ສຳຫຼວດ, ຕັກ​ເຕືອນ ແລະ ມີ​ມາດ​ຕະການຕໍ່ບຸກຄົນ​ດັ່ງ ກ່າວ, ​ເພື່ອ​ບໍ່​ໃຫ້​ບັນຫາ​ດັ່ງກ່າວ​ເກ​ີດຂື້ນອີກ ​ແລະ ຫຼີກ​ເວັ້ນຫາງ​ສຽງຈາກ​ສັງຄົມ​ກໍ​ຄື​ພໍ່​-​ແມ່ ຜູ້​ປົກຄອງ​ນັກ ຮຽນ ແລະ ​ເຮັດ​ໃຫ້ການ​ສອບ​ເສັງ​ມີ​ມາດຖານເປັນ​ໄປ​ຕາມ​ລະບຽບທີ່​ວາງ​ໄວ.

No comments:

Post a Comment