Ad

Ad

1 July 2013

ອີ​ຊູຊຸ​ ​ຫວັງ​​​ຄອງ​ຕະຫຼາດຈຳໜ່າຍລົດກະບະ​ໃນ​ລາວ



     ກະ​ແສ​ນິຍົມ​ໃນ​ການ​ຊົມ​ໃຊ້​ລົດ​ໃຫຍ່ປະ​ເພດ​ລົດ​ກະບະຢູ່ລາວ ພວມເພີ່ມ​ສູງຫລາຍເຊິ່ງ​ທາງ​ບໍລິສັດ ອີ​ຊູ​ຊຸ​ລາວ ກໍ​ຫວັງ​ຄອງເນື້ອທີ່​ການຈຳໜ່າຍລົດ​ອີ​ຊູ​ຊຸ ດີ​ແມັກ​ເຊິ່ງ​ເປັນ​ລົດ​ກະບະຮຸ່ນໃໝ່ ຫຼ້າສຸດທີ່​ຫາ​ກໍ​ນຳ​ເຂົ້າ​ມາ​ຈຳໜ່າຍ​ຢູ່ລາວ. ​
      ລົດ​ກະບະ ອີ​ຊູ​ຊຸ​ ດີ​ແມັກ​ ຮຸ້ນ​ໃໝ່ຫຼ້າສຸດ​ທີ່ ບໍລິສັດ ອີ​ຊູ​ຊຸ​ລາວ​ ໄດ້​ນຳ​ເຂົ້າ​ມາສູ່​ຕະຫຼາດ​ຢູ່ລາວ ໃນ​ຕົ້ນ​ປີນີ້ ເຊິ່ງ​ເປັນ​ລົດ​ກະບະທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມຢູ່ຫຼາຍ ປະ​ເທດ. ຂະນະ​ທີ່ຢູ່ລາວ ລົດປະ​ເພດ​ນີ້ກໍໄດ້​ຮັບ​ຄວາມ​ນິຍົມ​ເຊັ່ນ​ດຽວກັນ, ​ຫຼັງ​ເຫັນ​ຊ່ອງ​ທາງ​ການ​ຂະຫຍາຍ​ທຸລະ​ກິດໂດຍ​ສະ​ເພາະ ປັດຈຸ​ບັນ​ລັດ​ໄດ້​ຫ້າມ​ນຳ​ເຂົ້າລົດ​ມື​ສອງ ​ແລະ ການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້​ແກ່​ພະນັກງານເຮັດ​ໃຫ້​ສັງ ຄົມ, ປະຊາຊົນມີ​ລາຍ​ຮັບ​ເພີ່ມ​ຂຶ້ນຈຶ່ງ​ເປັນໂອກາດ​ໃຫ້ຫຼາຍບໍລິສັດ​ໄດ້​ຫັນ​ມາ​ນຳ​ເຂົ້າ​ລົດກະບະ ຫຼາຍຂຶ້ນ ເພື່ອ​ເພີ່ມ​ຍອດ​ຂາຍ​ລົດ​ຂອງ​ຕົນ. ແນວ​ໃດ​ກໍ​ຕາມ ຈາກ​ການ​ແຂ່ງຂັນຂອງຫຼາຍບໍລິ ສັດທີ່​ນຳ​ເຂົ້າ​ລົດປະ​ເພດ​ກະບະເຂົ້າ​ມາຈຳໜ່າຍຢູ່ລາວ ຫຼາຍຂຶ້ນດັ່ງກ່າວ​ນັ້ນ, ບໍລິສັດ ອີ​ຊູ​ຊຸ​ລາວ ກໍ​ໄດ້​ນຳ​ເອົາ​ລົດ ອີ​ຊູ​ຊຸ ດີ​ແມັກຮຸ້ນ​ໃໝ່ ເຂົ້າ​ມາ​ຈຳໜ່າຍ​ຢູ່​ລາວ​ເຊັ່ນ ດຽວ​ກັນ ແລະ ກໍ​ເຫັນ​ວ່າ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ​ເປັນ​ຢ່າງ​ດີ ພຽງ​ໄລຍະ 6 ເດືອນສາ ມາດຈຳ ໜ່າຍລົດ​ໄດ້ 500 ກວ່າ​ຄັນ, ຄາດ​ວ່າໝົດປີ 2013 ນີ້ ທາງ​ບໍລິສັດ​ຕັ້ງ​ເປົ້າໝາຍຈຳໜ່າຍລົດ​ບໍ່​ໃຫ້ຫຼຸດ 1 ພັນ​ກວ່າ​ຄັນ.
      ບໍລິ​ສັດ​ ອີ​ຊູ​ຊຸ​ລາວ ​ເປັນ​ບໍລິ ສັດ​ຕົວ​ແທນ​ຈຳໜ່າຍລົດ ອີ​ຊູ​ຊຸ ທຸກ​ລຸ້ນ ນັບ​ແຕ່​ກົນ​ຈັກໜັກມາ​ເຖິງ ຍານພາຫະນະ​ຂະໜາດຕ່າງໆ ເພື່ອ​ໃຫ້​ບໍລິການ​ແກ່​ລູກ​ຄ້າ​ໄດ້ນຳ​ໃຊ້​ລົດ​ທີ່​ມີ​ຄຸນ​ນະພາ​ບ ນັບ​ທັງ​ຢູ່ ສາຂາ​​ແຂວງ​ຕ່າງໆ ແລະ ໄດ້​ສ້າງ​ຄວາມ​ພໍ​ໃຈ​ໃຫ້​ກັບ​ລູກ​ຄ້າ​ຜູ້​ຊົມ​ໃຊ້​ຢ່າງ​ກວ້າງ​ຂວາງ ສາ ມາດ​ນຳ​ລາຍ​ຮັບ​ມາສູ່​ບໍລິສັດ​ໃນ​ແຕ່ລະ​ປີນັບ​ເປັນ​ຈຳນວນຫຼາຍ ຮ້ອຍ​ລ້ານ ແລະ ​ຍຶດໝັ້ນການ​ປະ ຕິບັດ​ພັນທະ​ຕໍ່ລັດຖະບານ​ຢ່າງ​ຕໍ່​ເນື່ອງ​ຕະຫຼອດມາ ເຊິ່ງ​ສະ​ແດງ​ອອກ​ໃນ​ປີ 2011 ອີ​ຊູ​ຊຸ​ລາວ ​ໄດ້​ເສຍ​ພັນທະ​ອາກອນ​ 400 ກວ່າ​ລ້ານ​ກີບ, ຕົກ​ມາ​ໃນ​ປີ 2012 ໄດ້​ເພີ່ມ​ເປັນມູນ​ຄ່າ 3 ຕື້ກີບ ​ແລະ ​ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ນຳໜ້າ​ໃນ​ຈຳນວນ​​ບໍລິສັດ​ພາຍ​ໃນ ແລະ ຕ່າງປະ​ເທດທີ່​ນຳ​ລົດ​ເຂົ້າ​ມາ​ຈຳ ໜ່າຍຢູ່ ສປປ ລາວ.

      ບໍລິສັດ​ ອີ​ຊູ​ຊຸ​ລາວ ຕັ້ງຢູ່ບ້ານ ນາ​ເລົ່າ ​ເມືອງສີ​ໂຄດ​ຕະບອງ ນະ ຄອນຫຼວງວຽງຈັນ ມີ​ສາຂາ​ຈຳ ໜ່າຍ ຫຼາຍ​ແຫ່ງ​ຢູ່ນະຄອນຫຼວງ ແລະ ​ແຂວງ​ໃຫຍ່ໆ​ເຊັ່ນ: ຫຼວງພະ​ບາງ, ສະ​ຫວັນນະ​ເຂດ, ຄຳ​ມ່ວນ ແລະ ຈຳ ປາ​ສັກ ​ເພື່ອ​ມຸ້ງໝັ້ນ​ໃຫ້​ບໍລິການ​ແກ່​ລູກ​ຄ້າ​ຜູ້​ມີ​ສາຂາ​ອາ ຊີບໄດ້​ໄປ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ ​ແລະ ທົ່ວ​ເຖິງ.  ທ່ານ ວິລະ​ໄຊ​ຄຳ ພິລາ​ພັນ​ເດດ ປະທານ​ບໍລິສັດ ອີ​ຊູ​ຊຸ​ລາວ ໄດ້​ເປີດ​ເຜີຍ​ຕໍ່ ນັກ​ຂ່າວໜັງສື​ພິມ​ລາວ​ພັດທະ ນາ ເມື່ອ​ບໍ່ດົນ​ມານີ້ວ່າ: ບໍລິສັດ​ຂອງ​ຕົນ​ໄດ້​ເລີ່​ມດຳ​ເນີນ​ທຸລະ​ກິດ​ຈຳ ໜ່າຍລົດຈາກ​ນ້ອຍ​ມາ​ຫາ​ໃຫຍ່ ເຊິ່ງ​ມີ​ທຶນ​ໄດ້​ຮັບ​ການ​ຈົດ​ທະບຽນ 5 ຕື້ກີບ ​ໃນ​ນີ້​ໄດ້​ນຳ​ໃຊ້ເຂົ້າ​ໃນ​ການກໍ່ສ້າງ​ຫ້ອງ​ວາງສະ​ແດງ​ລົດ ​3 ແສນ​ກວ່າ​ໂດ​ລາ ​ແລະ ປັດຈຸ​ບັນ​ພວມ​ກະກຽມສືບຕໍ່ຂະ ຫຍາຍສາຂາ​ຕື່ມ​ອີກຫຼາຍ​ແຫ່ງ ເຊິ່ງ​ໃນຕົ້ນ​ປີ 2013 ມານີ້ ທາງ​ບໍລິ ສັດ​ໄດ້​ວາງ​ເປົ້າໝາຍ​ຂາຍ​ລົດ ທຸກໆລຸ້ນອອກ​​ໃຫ້​ໄດ້ຫຼາຍກວ່າ 1 ພັນ​ຄັນ. ເຖິງຢ່າງ​ໃດ​ກໍ​ດີ ຈາກ​ສະ ພາບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​​ເສດຖະກິດ ​ໂດຍ​ສະ​ເພາະ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດນັບ​ມື້ມີ​ຄວາມ​ຈະ​ເລີ​ນກ້າວ ໜ້າ ​ແລະ ປະຊາຊົນ​ມີ​ລາຍ​ຮັບ ນັບ​ມື້ຫຼາຍຂຶ້ນ ເຊິ່ງ​ເປັນ​ອີກ​ເງື່ອນ​ໄຂໜຶ່ງ​​ເຮັດ​ໃຫ້​ບໍລິສັດ​ຂອງ​ຕົນ​ຈະ​ຕ້ອງ​ໄດ້​ປັບປຸງ​ຕົນ​ເອງ​ໃຫ້​ຮັບ ປະກັນ​ທັງ​​ປະລິມານ ແລະ ຄຸນ​ນະພາ​ບ ​ເປັນຕົ້ນ​​ການ​ໃຫ້​ບໍລິ ການ​ທີ່​ດີ ມີ​ຕະຫຼາດທີ່​ສົດ​ໃສ ​ເຊື່ອ ໝັ້ນ​ໃຫ້​ແກ່​ລູກ​ຄ້າ​ຜູ້​ເຂົ້າຮັບ​ບໍລິ ການ​ຢ່າງ​ເຕັມ​ໃຈ ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ເຊື່ອໝັ້ນຫຼາຍຂຶ້ນ.
     ​ຮອດ​ປີ 2015 ຈະ​ເປ​ັນປີ​ທີ່ ສປປ ລາວ ຈະ​ເຊື່ອມ​ຕົວ​ເຂົ້າສູ່​ຕະ ຫຼາດປະຊາ​ຄົມ​ອາຊຽນ ເຊິ່ງ​ຕໍ່ບັນ ຫານີ້, ປະທານ​ບໍລິສັດ ອີ​ຊູ​ຊຸ​ລາວ ທ່ານ ວິລະ​ໄຊ​ຄຳ ພິລາ​ພັນ​ເດດ ໄດ້​ໃຫ້ການ​ຢືນຢັນ​ວ່າ:  ມີ​ຄວາມ​ພ້ອມ ທີ່​ຈະ​​ເຊື່ອມ​ໂຍງນຳ​ບໍລິສັດ​ຂອງ​ຕົນ​​ເຂົ້າ​ສູ່​ຕະຫຼາດອາຊຽນ, ແຕ່​ໃນ​ນີ້ສິ່ງ​ສຳຄັນທາງ​ບໍລິສັດ ຈະ​ສືບຕໍ່ປັບປຸງ​ຕົນ​ເອງ​ໃຫ້​ມີ​ຄວາມ​ຄ່ອງ​ໂຕຫຼາຍຂຶ້ນ ເປັນຕົ້ນ​​ບັນຫາ​ການ​ສ້າງ​ບຸກຄະລາ​ກອນ ໃຫ້​ມີ​ຄຸນະພາບ​, ການ​ນຳ​ເຂົ້າ​ຍານພາຫະນະ ​ແລະ ອາ​ໄຫລ່​ລົດ ເພ​ື່ອ​ບໍລິການ​ແກ່​ລູກ​ຄ້າ​ຕ້ອງ​ໄດ້​​ມາດຕະຖານ​.

No comments:

Post a Comment