Ad

Ad

1 July 2013

ຢູນີເທວ ມອບໂຊກໃຫ້ລູກຄ້າໃນເກມເລກ 9 ໂຊກດີ



           ວັນທີ 28 ມິຖຸນາຜ່ານ ມາ ນີ້ຢູນິເທວຈັດພິທີຈັບສະຫຼາກ ຫາຜູ້ໂຊກດີທີ່ເຂົ້າຮ່ວມ ຫຼິ້ນເກມ ເລກ 9 ໂຊກດີ,ຢູ່ສູນ ໃຫຍ່ຢູນີ ເທວ.ໃຫ້ກຽດເຂົ້າ ຮ່ວມ ໃນພິທີ ດັ່ງມີທ່ານ  ອຸລະ ຫາທອງວັນທາ, ປະ ທານສະພາບໍລິຫານຂອງ ບໍລິສັດ ຢູນີ ເທວ , ທ່ານ ສີຄອນ  ອ່ອນສີພັນ ລາ ຫົວໜ້າພະແນກ ໄປສະນີ ໂທລະຄົມ ແລະ ການສື່ສານນະຄອນຫຼວງວຽງຈັນ, ທ່ານ ພັນ ເອກ ໄຊຍະພົນ ຈັນທະວົງຫົວໜ້າກົມ ສື່ສານກະຊວງປ້ອງກັນປະເທດ ແລະ ພະນັກງານຂອງຢູ່ນີເທວ, ພ້ອມດ້ວຍລູກຄ້າເຂົ້າຮ່ວມ.
          ລາງວັນທີ່ຢູ່ນິເທວມອບໃຫ້ຜູ້ໂຊກດີໃນການຈັບສະຫຼາກດັ່ງກ່າວຄັ້ງນີ້ປະກອບມີ ຄື: ລົດ ໃຫຍ່ ເຊບໂຣເລັດ ເຊວ 1 ລາງວັນ, ລາງວັນລົດຈັກ ຟີໂນ 1 ລາງ ວັນ,ລາງວັນໂທ ລະສັບມືຖືຊຳຊູງ ກາເລກ ຊີ ເອສ 3 ຈຳນວນ 1 ລາງວັນ   ແລະ ລາງວັນ ສາຍ ຄໍຄຳ 1 ລາງວັນ,ຜູ້ໂຊກດີທີ່ໄດ້ຮັບ ລາງ ວັນດັ່ງ ກ່າວທາງ ບໍລິສັດຈະໄດ້ຕິດຕໍ່ພາຍຫຼັງ .
          ເກມເລກ 9 ຜູ້ໂຊກດີ ແມ່ນເລີ່ມຫຼິ້ນມາແຕ່ວັນທີ 10  ກຸມພາ 2013-31ພຶດສະພາ 2013 ແມ່ນ ຈະຈັບສະຫຼາກ ຫາຜູ້ໂຊກດີດັ່ງກ່າວ ແລະ ເກມເລກ 9 ຜູ້ໂຊກດີທີ່ທາງຢູນີເທວຈັບຂື້ນແມ່ນຍັງຈະສືບ ຕໍ່ຫຼີ້ໄປເລື້ອຍໆ.

No comments:

Post a Comment