Ad

Ad

10 September 2015

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທົບທວນການຈັດຕັ້ງປະຕິບັດສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ

ໃນວັນທີ 7 ກັນຍາ 2015, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປລາວ ຊຶ່ງປະກອບດ້ວຍກະຊວງການຕ່າງປະເທດ, ຄະນະກຳມາທິການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ(ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເຂົ້າຮ່ວມກອງປະຊຸມທົບທວນຄືນຄັ້ງທຳອິດກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (ສົນທິສັນຍາໂອສະໂລ) ຄົບຮອບ 5 ປີ ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 7-11 ກັນຍານີ້  ທີ່ນະຄອນ ດູບໂລນິກ, ປະເທດ ໂກຣເອເຊຍ. ເຊິ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານທີ່ມາຈາກປະເທດລັດພາຄີ, ປະເທດລົງນາມ, ປະເທດສັງເກດການ, ອົງການຈັດຕັ້ງສາກົນອົງການປະຕິບັດງານ, INNGOs ແລະອົົົງການຈັດຕັ້ງທາງສັງຄົມຕ່າງໆ ໂດຍພາຍໃຕ້ການເປັນປະທານທ່ານZoranMolanovic, ນາຍົກລັດຖະມົນຕີສາທາລະນະລັດໂກຣເອເຊຍ.

ກອງປະຊຸມຄັ້ງນີ້ ເລັ່ງໃສ່ທົບທວນຄືນການຈັດຕັ້ງປະຕິບັດສົນທິສັນຍາ  ໂອສະໂລ ໃນໄລຍະ 5 ປີທີ່ຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ແລະ ແຜນປະຕິບັດງານວຽງຈັນ ທີ່ຮັບຮອງເອົາໃນກອງປະຊຸມລັດພາຄີຄັ້ງທຳອິດທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນປີ 2010,ທີ່ນະຄອນຫຼວງວຽງຈັນ.
            ສົນທິສັນຍາອົດສະໂລ ແມ່ນສົນທິສັນຍາສາກົນສະບັບໜຶ່ງທີ່ມີເປົ້າໝາຍທາງດ້ານມະນຸດສະທຳໂດຍແນ່ໃສ່ປົກປ້ອງພົນລະເຮືອນຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານແລະເຮັດໃຫ້ໂລກປັດສະຈາກລະເບີດລູກຫວ່ານ ເຊຶ່ງໄດ້ຮັບການລົງນາມໃນເດືອນທັນວາ 2008 ທີ່ນະຄອນຫຼວງ ອົດສະໂລ, ປະເທດ ນອກແວ ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2010. ມາຮອດປະຈຸບັນມີ 119 ປະເທດ ໄດ້ລົງນາມ, ໃນນັ້ນ 95 ປະເທດໄດ້ໃຫ້ສັດຕະຍາບັນລວມທັງສປປລາວ.  ນັບແຕ່ ສົນທິສັນຍາ ໂອສໂລ ມີຜົນບັງຄັບໃຊ້ແຕ່ປີ 2010 ເປັນຕົ້ນມາ, ມີຫຼາຍກິດຈະກໍາແລະຫລາຍໂຄງການຖືກຈັດຕັ້ງປະຕິບັດ ໂດຍວົງຄະນະຍາດສາກົນເຊັ່ນ: ຫຼາຍປະເທດໄດ້ສຳເລັດການທຳລາຍລະ ເບີດລູກຫວ່ານໃນຄັງແສງຂອງຕົນ, ດຳເນີນການສໍາຫຼວດ ແລະເກັບກູ້ລະເບີດລູກຫວ່ານທີ່ຕົກຄ້າງຢູ່ຫຼາຍປະທດ, ໄດ້ເອົາໃຈໃສ່ໃນການຊ່ວຍເຫຼືອແກ່ຜູ້ຫຼອດຊີວິດຈາກອຸປະຕິເຫດຂອງລະເບີດລູກຫວ່ານ, ໄດ້ເອົາມາດຕະການທາງດ້ານ ກົດຫມາຍເພື່ອປົກປ້ອງພົນລະເຮືອນຈາກໄພຂົ່ມຂູ່ຂອງລະເບີດດັ່ງກ່າວ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ລາວໄດ້ກ່າວຄຳເຫັນ ໃນກອງປະຊຸມລະດັບສູງຂອງລັດພາຄີ (high level segment) ໂດຍໄດ້ຕີລາຄາຜົັນສຳເລັດ, ສິ່ງທ້າທາຍ ແລະ ແຜນການໃນຕໍ່ຫນ້າ ຂອງການຈັດຕັ້ງປະຕິບັດສົນທິສັນຍາ  ແລະ ໂດຍສະເພາະຂອງສປປລາວແລະຢ້ຳຄືນຄວາມສຳຄັນຂອງສົນທິສັນຍາໂອສໂລໃນດ້ານມະນຸດສະທຳ.  ການຈັດຕັ້ງປະຕິບັດສົນທິສັນຍາໂອສໂລໃນໄລຍະ5 ປີຜ່ານມາ, ສປປ ລາວ ສາມາດຍາດໄດ້ຜົນສໍາເລັດຫຼາຍຢ່າງທີ່ໜ້າເພິ່ງພໍໃຈເຊັ່ນ: ລັດຖະບານໄດ້ຮັບຮອງ ເອົາແຜນຍຸດທະສາດ 10 ປີ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ (2011-2020), ນໍາເອົາວຽກງານເກັບກູ້ລະເບີດບໍ່
ທັນແຕກ ຕິດພັນກັບວຽກງານລົບລ້າງຄວາມທຸກຍາກ ທີ່ນອນຢູ່ໃນແຜນພັດທະນາ ພັດທະນາເສດຖະກິດ-ສັງຄົມຄັ້ງທີ 7 ຂອງລັດຖະບານ (2010-2015) ແລະ ກໍານົດເປັນເປົ້າຫມາຍທີ 9 (MDG9) ຂອງເປົ້າຫມາຍສະຫັດສະວັດ ດ້ານການພັດທະນາ, ຮັບຮອງເອົາແຜນຍຸດທະສາດ ວ່າດ້ວຍ ການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກສຳລັບ 2016-2020. ຜ່ານການຈັດຕັ້ງປະຕິບັດຍຸດທະສາດຂ້າງເທິງ ສາມາດກວດກູ້ເນື້ອທີ່ໄດ້ທັງຫມົດ 33,358 ແຮກຕາ; ທໍາລາຍລະເບີດລູກຫວ່ານໄດ້ 242,056 ຫນ່ວຍ; ບົ່ມໃຫຍ່ 2,158 ຫນ່ວຍ; ຫມິ່ນ 1,141 ຫນ່ວຍ ແລະລະເບີດອື່ນໆ 314,407 ຫນ່ວຍ; ສາມາດຊ່ວຍເຫຼືອປິ່ນປົວການແພດ, ຟຶ້ນຟູສຸຂະພາບໃຫ້ຜູ້ຫຼອດຊີວິດຈາກລະເບີດບໍ່ ທັນແຕກ ແລະ ປະກອບອາຊິບໃຫ້ເຂົາເຈົ້າໄດ້ຫຼາຍກວ່າ 600 ຄົນສາມາດໂຄສະນາເຜີຍແຜ່ຜົນຮ້າຍຂອງລະເບີດບໍ່ ທັນແຕກ ຢູ່ 12,591ບ້ານ ໃນ 9 ແຂວງທົ່ວປະເທດ ຊຶ່ງເຮັດໃຫ້ຕົວເລກຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼຸດລົງເປັນລໍາດັບ ຈາກ 119 ຄົນໃນປີ 2010 ເປັນ 45 ຄົນໃນປີ 2014.

ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ປະກອບຄໍາເຫັນຢ່າງຫ້າວຫັນໃນຫົວຂໍ້ຕ່າງໆທີ່ຍົກຂຶ້ນໃນກອງປະ ຊຸມ ແລະ ໄດ້ພົບປະສອງຝ່າຍກັບປະເທດທີ່ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາຈໍານວນນຶ່ງເພື່ອສືບຕໍ່ລະດົມຂົນຂວາຍທຶນສຳລັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ໃຫ້ນັບມື້.

No comments:

Post a Comment