Ad

Ad

10 September 2015

ມີຜູ້ເສຍວິດ 4 ຄົນແລະສູນຫາຍ 2 ຈາກເຫດການພູເຈື່ອນກະທັນຫັນຢູ່ເມືອງນານແຂວງຫລວງພະບາງ

ເຫດການດັ່ງກ່າວເກີດຂຶ້ນໃນຕອນບ່າຍວັນທີ 8 ກັນຍານີ້, ໃນບໍລິເວນຈຸດແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຮ່ຽນ ເຂດບ້ານນາຝາຍ ເມືອງນານ ແຂວງຫລວງພະບາງ ສົ່ງຜົນເຮັດໃຫ້ນໍ້າ ແລ ະດິນໄດ້ໄຫລຊຸເຂົ້າຖ້ວມເຮືອນຊານປະຊາຊົນທີ່ຢູ່ລຽບແຄມແມ່ນໍ້າສະນານເສຍຫາຍເປັນຈໍານວນຫລາຍ, ໃນນັ້ນມີຜູ້ເສຍຊີວິດ 4 ຄົນ ແລະ ພົບສົບແລ້ວສອງຄົນເປັນເດັກຍິງອາຍຸປະມານ 6 ປີ ແລະ ຊາຍອາຍຸ 18 ແລະມີຜູ້ສູນຫາຍອີກ 2 ຄົນ, ໃນນັ້ນເປັນຍິງອາຍຸປະມານ 38 ປີ ແລະ ຊາຍອາຍຸປະມານ 70 ປີ, ນອກຈາກນີ້ເສັ້ນທາງຫລວງແຫ່ງຊາດເລກ 4 ບໍລິເວນລຽບຕີນພູສະແກກໍຖືກດີນເຈື່ອນຖົ່ມເປັນບໍລິເວນກວ້າງເຮັດໃຫ້ການສັນຈອນຕ້ອງຖືກຕັດຂາດຊົ່ວຄາວ.

ເຈົ້າເມືອງໆນານ ສີວອນ ວົງຄໍາຈັນ ໄດ້ໃຫ້ສໍາພາດວ່າ: ເຫດການໄພທໍາມະຊາດທີ່ບໍ່ເພິ່ງປາດຖະໜາ ແລະ ຄາດຄິດຄັ້ງນີ້, ໄດ້ເກີດຂຶ້ນຢ່າງກະທັນຫັນ, ເຊິ່ງອາດເປັນຍ້ອນການສະສົມຂອງຫີນປູນທີ່ອີ່ມຕົວ ແລະ ເກີດການແຕກແຫງຈຶ່ງຍຸບຕົວລົງແລະ ເຮັດໃຫ້ມີກະແສນໍ້າ ແລະ ດິນຈາກນໍ້າຕົກຕາດຮ່ຽນໄຫລຊຸທັ່ງລົງມາຢ່າງໄວວາອັນໄດ້ກໍຄວາມເສຍຫາຍດັ່ງກ່າວ, ປັດຈຸບັນອໍານາດການປົກຄອງທ້ອງຖິ່ນ ແລະ ກໍາລັງເຈົ້າໜ້າທີ່ໄດ້ເຂົ້າໄປໃຫ້ກາຊ່ວຍເຫລືອແກ້ໄຂເບື້ອງຕົ້ນດ້ວຍການເກັບມ້ຽນງ່າໄມ້, ກິ່ງໄມ້ ແລະ ອະນາໄມເຮືອນຊານບ້ານຊ່ອງປະຊາຊົນໃຫ້ກັບຄືນສູ່ສະພາບ

ປົກກະຕິ ແລະ ເລັ່ງຄົ້ນຫາຜູ້ສູນຫາຍໃຫ້ພົບເຫັນໂດຍໄວ.

No comments:

Post a Comment